ໂດຍລາວເສຣີຊົນ L S X

 

ດາບຄົມຂອງກົດວິນັຍຜູ້ປົກຄອງຕ້ອງຄິດ

 

ດາບຄົມທີ່ບໍ່ມີຝັກ ນ່ວຍໝາກແຕກ ທີ່ບໍ່ມີສລັກນິຣະພັຍ ຍ່ອມເກີດໃຫ້ໂທສແກ່ເຈົ້າຂອງໄດ້ງ່າຍ ອັນໃດມີຄວາມຮູ້ແລະຄວາມສາມາຖ= ຖ້າບໍ່ມີ

ວິນັຍກຳກັບແລ້ວ ກໍ່ຈະມີໂທສແກ່ຜູ່ເປັນເຈົ້າຂອງໄດ້ສັນນັ້ນ= ຊ່າງດາບຊ່າງງ້າວ ເຮັດຝັກໃວ້ກັນອັນຕຣາຍ ຊ່າງເຮັດນ່ວຍໝາກແຕກ ກໍ່ເຮັດສລັກ

ນິຣະພັຍໃວ້ເຊັ່ນດຽວກັນ ເມື່ອພຣະສັມມາສັມພຸທທະເຈົ້າ ຊົງສອນພຸທທະສາສະນິກະຊົນ ໃຫ້ເປັນຄົນສລາດຮູ້ ສລາດທຳ ແລ້ວຈຶ່ງຊົງສັ່ງສຳຄັນດ້ວຍ

ວ່າ ຕ້ອງມີວິນັຍ=ວິນັຍຄືອັນໃດ ? ວິນັຍ=ໝາຍເຖິງຣະບຽບກົດເກນຂໍ້ບັງຄັບ ສຳຫລັບຄວບຄຸມຄວາມປະພຶດທາງກາຍ ຂອງຄົນໃນສັງຄົມ ໃຫ້ຣຽບ

ຣ້ອຍດີງາມ ເປັນແບບແຜນອັນນຶ່ງອັນດຽວກັນ ດ້ວຍຄວາມສຸຂສະບາຍ ບໍ່ກະທົບກະທັ່ງຊຶ່ງກັນແລະກັນ ໃຫ້ໄກຈາກຄວາມຊົ່ວທັງຫລາຍ ກາຣຢູ່ຮ່ວມ

ກັນເປັນໝູ່ເຫົ່ລາ ຖ້າຂາດຣະບຽບວິນັຍ ຕ່າງຄົນຕ່າງທຳຄວາມອຳເພີໃຈ ຄວາມຂັດແຍ້ງແລະລື້ດັນກໍ່ຈະເກີດຂຶ້ນ ຍິ່ງຫລາຍຄົນກໍ່ຍິ່ງຫລາຍເຣື້ອງ ບໍ່

ມີຄວາມສງົບສຸຂ ກາຣງານທີ່ເຮັດກໍ່ຈະເສັຽຜົນ ຖ້າປະຊາຊົນແຕ່ລະຄົນ ເປັນສເມືອນດອກໄມ້ແຕ່ລະດອກ ດອກໄມ້ທັງຫລາຍເຫົ່ລານີ້ ຈະດ້ອຍຄ່າລົງ

ຫາກວາງຢູ່ຣະເກະຣະກະ ກະຈັດກະຈາຍ ທັງຍັງເຮັດໃຫ້ຮົກເຮື້ອຣຸງຣັງອີກດ້ວຍ ແຕ່ເມື່ອເຮົານຳເອົາດອກໄມ້ເຫລົ່ານີ້ ມາຮ້ອຍຮ່ວມເຂົ້ານຳກັນ ດ້ວຍ

ເສັ້ນຝ້າຍ ດອກໄມ້ຈຳນວນນີ້ ກໍ່ຈະກາຍເປັນພວງມາລັຍອັນງົດງາມເໝາະ ທີ່ຈະນຳໄປໃຊ້ປະດັບຕົກແຕ່ງ ໃຫ້ຈົບງາມຕາຈົບງາມໃຈ ເສັ້ນຝ້າຍທີ່ໃຊ້

ຮ້ອຍດອກໄມ້ໃຫ້ຣວມກັນ ຢູ່ຢ່າງມີຣະບຽບງົດງາມນັ້ນ ປຽບສເມືອນວິນັຍ= ວິນັຍຈຶ່ງເປັນສິ່ງທີ່ໃຊ້ຄວບຄຸມຄົນ ໃຫ້ຄົນເຮົາໃຊ້ຄວາມຮູ້ຄວາມສາມາຖ

ໄປໃນທາງທີ່ຖືກທີ່ຄວນ ຄືເຮັດໃຫ້ເປັນຄົນສລາດໃຊ້ນັ້ນເອງ= ຊນິດຂອງວິນັຍ= ໃນຕົວເຮົາມີຂອງສຳຄັນ 2 ຢ່າງ ຄື ຊີວິດ ກັບ ຈິດໃຈ= ຊີວິດ= ຂອງ

ເຮົາຂຶ້ນຢູ່ກັບຣະບົບໂລກ ຕ້ອງເພິ່ງໂລກ ຊີວິດຈິ່ງຈະ ຈະເຣີນ=ຈິດໃຈ= ຂອງເຮົາຂຶ້ນຢູ່ກັບຣະບົບທັມ ຕ້ອງເພິ່ງທັມ ຈິດໃຈຈຶ່ງຈະ ຈະເຣີນ ເພື່ອໃຫ້ຊີ

ວິດແລະຈິດໃຈຈະເຣີນໄດ້ທັງ 2 ທາງນັ້ນ ເຮົາຈຶ່ງຕ້ອງດຳເນີນຊີວິດ ໃຫ້ສອດຄ່ອງກັນທັງ 2 ດ້ານດ້ວຍ ຜູ່ທີ່ສລາດຮູ້ ກໍ່ຕ້ອງສຶກສາໃຫ້ຮູ້ທັງທາງໂລກ

ແລະທາງທັມ ຜູ່ສລາດເຮັດ ກໍ່ຕ້ອງເຮັດໃຫ້ເປັນໃຫ້ຖືກຕ້ອງ ທັງທາງໂລກແລະທາງທັມເຊັ່ນກັນ ຜູ່ທີ່ສລາດໃຊ້ ກໍ່ຕ້ອງມີວິນັຍທາງໂລກແລະວິນັຍ

ທາງທັມ ຄ່ອຍຊອ່ຍກຳກັບຄວາມຮູ້ ແລະຄວາມສາມາຖເອົາໃວ້=ວິນັຍທາງໂລກ=ໝາຍເຖິງຣະບຽບ ສຳຫລັບຄວບຄຸມຄົນ ໃນສັງຄົມແຕ່ລະແຫ່ງ

ເປັນຂໍ້ຕົກລົງຂອງຄົນໃນສັງຄົມນັ້ນ ທີ່ຈະໃຫ້ເຮັດ ຫຼືບໍ່ໃຫ້ເຮັດບາງສິ່ງບາງຢ່າງ ຊຶ່ງບາງຄັ້ງເຮົາກໍ່ເອີ້ນວ່າ ຊື່ແຍກແຍະອອກໄປຫລາຍຢ່າງ ເຊັ່ນກົດ

ໝາຍພຣະຣາຊບັນຍັດ ພຣະຣາຊສະຖີກາ ກົດຂໍ້ບັງຄັບຣະບຽບ ທັມນຽມປະເພນີ ຄຳສັ່ງປະກາດ ກະຕິກາ ຯລຯ ສິ່ງເຫົ່ລານີ້ຣວມເອີ້ນວ່າ ວິນັຍ ທາງ

ໂລກທັງສິ້ນ=ວິນັຍທາງທັມ=ເນື່ອງຈາກເຮົາຊາວພຸທ ມີທັງຄະລືຫັດແລະບັນຊິດ ດັ່ງນັ້ນວິນັຍທາງສາສນາຈຶ່ງມີ 2 ປະເພດ ຄື(1) ອະນາຄາຣິຍະວິນັຍ

ວິນັຍສຳຫລັບຜູ້ອອກບວຊ ໄດ້ແກ່ ວິນັຍຂອງພຣະພິກຂຸ (2) ອາຄາຣິຍະວິນັຍ ວິນັຍສຳຫລັບຜູ່ຄອງເຮືອນ ຫຼືປະຊາຊົນຊາຍຍິງທົ່ວໆ ໄປ=ອະນາຄາຣິ

ຍະວິນັຍ=ຈຸດມຸ່ງໝາຍສູງສຸດຂອງນັກບວຊ ຄືຄວາມເບິດກິເລສ ຜູ່ຈະເບິດກິເລສໄດ້ ຕ້ອງມີປັນຍາຢ່າງຍິ່ງ ຜູ່ຈະມີປັນຍາຢ່າງຍິ່ງໄດ້ ຈະຕ້ອງມີສະມາ

ທິຢ່າງຍິ່ງ ຄືອະນາຄາຣິຍະວິນັຍ 4 ປະກາຣ ອັນເປັນພື້ນຖານຂອງຄວາມບໍຣິສຸດ ໄດ້ແກ່

ກ- ປາຕິໂມກຂະສັງວອນ ຄື ກາຣສຳຣວມຢູ່ໃນສິນ 227 ຂໍ້ ທີ່ພຣະສັມມາສັມພຸທທະເຈົ້າ ຊົງບັນຍັດເວັ້ນຂໍ້ທີ່ພຣະອົງຄ໌ຊົງຫ້າມ ທຳຕາມຂໍ້ທີ່ພຣະອົງຄ໌

ຊົງໃຫ້ປະຕິບັຕ

ຂ- ອິນທະຣິຍະສັງວອນ ຄື ກາຣຮູ້ຈັກສຳຣວມ ຕາ ຫູ ຮູດັງ ລິ້ນ ກາຍ ໃຈ ບໍ່ໃຫ້ເພີດເພີນ ໄປກັບອາຣົມອັນໜ້າໃຜໆ ອັນເກີດຈາກກາຣເຫັນຮູບ ຟັງ

ສຽງ ດົມກິ່ນ ຊີມຣົສ ສັມຜັສ ແລະກາຣຮັບຮູ້ອາຣົມທາງໃຈ ອັນໃດທີ່ບໍ່ຄວນເບິ່ງກໍ່ຢ່າໄປເບິ່ງ ອັນໃດບໍ່ຄວນຟັງກໍ່ຢ່າໄປຟັງ ອັນໃດບໍ່ຄວນດົມກໍ່ຢ່າ

ໄປດົມ ອັນໃດບໍ່ຄວນລື່ມຊີມຣົສກໍ່ຢ່າໄປຊີມ ອັນໃດບໍ່ຄວນຖືກຕ້ອງສັມຜັສ ກໍ່ຢ່າໄປສັມຜັສ ແລະອັນໃດທີ່ບໍ່ຄວນຄິດກໍ່ຢ່າໄປຄິດ

ຄ- ອາຊິວະປາຣິສຸດທະສັງວອນ ຄື ກາຣຫາລ້ຽງຊີວິດໃນທາງທີ່ຊອບ ໄດ້ແກ່ກາຣບິນທະບາຕ ສຳຫລັບກາຣລ້ຽງຊີວິດທາງຜິດ ເຊັ່ນກາຣຫາລາບສັງ

ກາຣະດ້ວຍກາຣຊື້ເລຂບອກເລຂ ກາຣເປັນໝໍດູ ກາຣເປັນພໍ່ຊື່ແມ່ຊັກ ກາຣປະຈົບຊາວບ້ານ ຈັດເປັນກາຣກະທຳທີ່ຜິດພຣະວິນັຍ

ງ- ປັດຈັຍປັດຈະເວກຂນະ ຄືກາຣພິຈາຣະນາກ່ອນທີ່ຈະບໍຣິໂພກຫຼືໃຊ້ປັດຈັຍ 4 ວ່າສິ່ງນັ້ນເປັນພຽງເຄື່ອງຫລໍ່ລ້ຽງຊີວິດໃຫ້ຢູ່ໄດ້ ເໝືອນນໍ້າມັນຢອດ

ເພົາຣົຖ ໃຫ້ຣົຖແລ່ນໄປໄດ້ເທົ່ານັ້ນ ພິຈາຣະນາດັ່ງນີ້ແລ້ວ ຍ່ອມບັນເທົ່າຄວາມຫລົງ ຄວາມມົວເມົາໃນອາຫາຣແລະເຄື່ອງນຸ່ງຫົ່ມ ທີ່ຢູ່ ຢາຣັກສາໂຣກ

ໄດ້ ເຮັດໃຫ້ກິນເພື່ອຢູ່ ບໍ່ແມ່ນຢູ່ເພື່ອກິນ ເມື່ອແຣກເຣີ້ມ ພຣະພຸທທະສາສນາ ຍັງບໍ່ມີກາຣບັນຍັດວິນັຍ ເພາະພຣະພິກຂຸ ຍັງມີຈຳນວນນ້ອຍແລະທຸກ

ຄົນຕ່າງກໍ່ຕັ້ງໃຈປະພຶດປະຕິບັຕທັມຢ່າງເຄັ່ງຄັດ ຮູ້ດີວ່າ ອັນໃດເປັນສິ່ງຄວນທຳຫຼືບໍ່ຄວນທຳ ຕໍ່ມາພຣະພິກຂຸມີຈຳນວນຫລາຍຂຶ້ນແລະມີຜູ່ປະພຶດບໍ່

ຄ່ອຍດີ ຫລັງເຂົ້າມາບວຊດ້ວຍ ແລ້ວໄປທຳສິ່ງທີ່ບໍ່ສົມຄວນຂຶ້ນ ພຣະສັມມາສັມພຸທທະເຈົ້າ ຈຶ່ງຊົງບັນຍັດວິນັຍຂຶ້ນທີ່ລະຂໍ້ ວິນັຍທຸກຂໍ້ໃນພຣະພຸທທະ

ສາສນາ ຈຶ່ງມີທີ່ມາທັງສິ້ນ ຕົວຢ່າງ ເຊັ່ນວິນັຍຂໍ້ແຣກໃນພຸທທະສາສນາເກີດຂຶ້ນ ເພາະພຣະພິກຂຸອົງຄ໌ນຶ່ງ ຊື່ສຸທິນ ໄດ້ຍ້ອນກັບໄປຮ່ວມຫລັບນອນກັບ

ພັລຍາເກົ່າ ເພາະບິດາມາຣດາຂໍຮ້ອງ ເພື່ອໃຫ້ມີທາຍາດໃວ້ສືບສະກຸນ ພຣະສັມມາສັມພຸທທະເຈົ້າ ຈຶ່ງຊົງບັນຍັດວິນັຍຂໍ້ທີ 1 ຂຶ້ນມາວ່າ=ຫ້າມເສບເມ

ຖຸນ=ວັດຖຸປະສົງຄ໌ທີ່ພຣະສັມມາສັມພຸທທະເຈົ້າຊົງບັນຍັດວິນັຍ ໃວ້ດັ່ງນີ້ (1) ເພື່ອຮອງຮັບຄວາມຕັ້ງໝູ່ສົງຄ໌ (2)ເພື່ອຂົ່ມບຸກຄົນຜູ່ເກີ້ຢາກໜ້າດ້ານ

(3) ເພື່ອຄວາມສຸຂສຳຣານແຫ່ງໝູ່ສົງຄ໌ (4) ເພື່ອຄວາມສຸຂສຳຣານແຫ່ງພິກຂຸ ຜູ່ມີສິນເປັນທີ່ຮັກ (5) ເພື່ອປ້ອງກັນອາສະວະກິເລສອັນຈະບັງເກີດ

ໃນປັດຈຸບັນ (6) ເພື່ອປ້ອງກັນອາສະວະກິເລສ ອັນຈະບັງເກີດໃນອະນາຄົດ (7) ເພື່ອຄວາມເຫລື້ອມໃສຂອງຊຸມຊົນທີ່ຍັງບໍ່ເຫລື່ອມໃສ (8) ເພື່ອຄວາມ

ເຫລື່ອມໃສຍິ່ງຂຶ້ນຂອງຊຸມຊົນທີ່ເຫລື່ອມໃສແລ້ວ (9) ເພື່ອຄວາມດຳຣົງໝັ້ນແຫ່ງພຣະສັດທັມ (10) ເພື່ອອະນຸເຄາະພຣະວິນັຍ=ອາຄາຣິຍະວິນັຍ=ວິ

ນັຍສຳຫລັບຄະລືຫັດຜູ່ຄອງເຮືອນທີ່ສຳຄັນ ຄືສິນ 5 =ສິນຄືອັນໃດ=ສິນແປວ່າປົກຕິ ເປັນວິນັຍທາງທັມ ຄັ້ງແລກຂອງຄົນ ເປັນເຄື່ອງຈຳແນກຄົນ

ອອກຈາກສັດ ທຸກສິ່ງທຸກຢ່າງ ຈະຕ້ອງມີລັກສະນະປົກຕິຂອງມັນ ເຊັ່ນ ປົກຕິຂອງມ້າ ຕ້ອງຢືນ ບໍ່ມີກາຣມັກນອນຫລາຍ ຖ້າມ້ານອນຫລາຍ ກໍ່ເປັນ

ກາຣຜິດປົກຕິ ສະແດງວ່າ ມ້າປ່ວຍ ຫຼືມ້າບໍ່ສະບາຍ ຖ້າເຖິງລະດູຝົນ ຕາມປົກຕິຈະຕ້ອງມີຝົນ ຖ້າລະດູຝົນກັບແລ້ງ ຝົນບໍ່ຕົກ ສະແດງວ່າຜິດປົກຕິ=

ອັນໃດຄືປົກຕິຂອງຄົນ=ມີດັ່ງນີ້ -1. ປົກຕິຂອງຄົນຈະຕ້ອງບໍ່ຂ້າສັດ ຖ້າວັນໃດມີກາຣຂ້າສັດຕ່າງໆ ວັນນັ້ນກໍ່ຜິດປົກຕິຂອງຄົນ ແຕ່ໄປເຂົ້າຂ່າຍປົກຕິ

ຂອງສັດ ເຊັ່ນເສືອ ໝີ ປາ ຯລຯ ຊຶ່ງຂ້າກັນເປັນປົກຕິ ເພື່ອຮັກສາປົກຕິຂອງຄົນໃວ້ ສິນຂໍ້ທີ (1) ຈຶ່ງເກີດຂຶ້ນມາວ່າ ຄົນຈະຕ້ອງບໍ່ຂ້າ 2. ປົກຕິຂອງສັດ

ເວລາກິນອາຫານ ມັນຈະຍາດກັນ ຂີ້ລັກກັນ ເຖິງເວລາອາຫາຣທີ່ໃຫ້ໝາ ໝາມັນຕ້ອງຂົບກັນທຸກເທື່ອ ແຕ່ຄົນບໍ່ເປັນຢ່າງນັ້ນ ເພື່ອຮັກສາປົກຕິຂອງ

ຄົນໃວ້ ສິນຂໍ້ທີ່ (2) ຈຶ່ງເກີດຂຶ້ນວ່າ ຄົນຈະຕ້ອງບໍ່ລັກ ບໍ່ຄໍຣັບຊັ້ນ ບໍ່ຍັກຍອກຄົດໂກງ-3. ປົກຕິຂອງສັດ ບໍ່ຮູ້ຈັກຫ້າມໃຈ ມີແຕ່ໃຫ້ພໍໃຈ ສະເພາະຄູ່ຂອງ

ຕົນ ໃນລະດູປະສົມພັນ ສັດຈຶ່ງມີກາຣຕໍ່ສູ້ແຍ່ງຊີງຕົວເມັຽ ບາງຄັ້ງເຖິງກັບຕໍ່ສູ້ກັນຈົ່ນຕາຍໄປຂ້າງນຶ່ງກໍ່ມີ ແຕ່ປົກຕິຂອງຄົນແລ້ວຈະບໍ່ຍາດຊີງຄູ່ຄອງ

ຂອງໃຜ ແຕ່ພໍໃຈສະເພາະຄູ່ຄອງຂອງຕົນເທົ່ານັ້ນ ເພື່ອຮັກສາປົກຕິຂອງຄົນໃວ້ ສິນທັງ (3) ຈຶ່ງເກີດຂຶ້ນວ່າ ຄົນຈະຕ້ອງບໍ່ປະພຶດລ່ວງໃນກາມ-4. ປົກ

ຕິຂອງສັດ ບໍ່ມີຄວາມຈິງໃຈຕໍ່ໃຜ ພ້ອມທີ່ຈະທຳອັນຕຣາຍໄດ້ທຸກເມື່ອ ແຕ່ປົກຕິຂອງຄົນນັ້ນ ເຮົາເວົ້າກັນຕົງໄປຕົງມາ ມີຄວາມຈິງໃຈຕໍ່ກັນ ຖ້າໃຜຂີ້

ຕົວະດອກລວງກໍ່ຜິດປົກຕິໄປ ເພື່ອຮັກສາປົກຕິຂອງຄົນໃວ້ ສິນຂໍ້ທີ່ (4) ຈຶ່ງເກີດຂຶ້ນວ່າ ຄົນຈະຕ້ອງບໍ່ເວົ້າຕົວະ-5. ປົກຕິແລ້ວສັດມີກຳລັງຮ່າງກາຍ

ແຂງແຮງຫລາຍກົ່ວຄົນ ແຕ່ສັດບໍ່ມີສະຕິຄວບຄຸມກາຣໃຊ້ກຳລັງຂອງຕົນໃຫ້ຖືກຕ້ອງ ດັ່ງນັ້ນ ຈຶ່ງບໍ່ສາມາຖປ່ຽນກຳລັງກາຍ ໃຫ້ເປັນກຳລັງຄວາມດີ

ໄດ້ ມີແຕ່ຄວາມປ່າເຖື່ອນຕາມອາຣົບ ເຊັ່ນ ຊ້າງ ມ້າ ງົວ ຄວຍ ແມ່ນມີກຳລັງກາຍຫລາຍ ແຕ່ບໍ່ເຄີຍອອກແຮງໄປຫາອາຫາຣມາລ້ຽງ ພໍ່ແມ່ຂອງມັນ

ແຕ່ຢ່າງໃດ ສ່ວນຄົນແມ່ນມີກຳລັງກາຍນ້ອຍກົ່ວສັດ ແຕ່ອາສັຍສະຕິປັນຍາອັນໝັ້ນຄົງ ຊ່ວຍປ່ຽນກຳລັງກາຍນ້ອຍໆນັ້ນ ໃຫ້ເກີດເປັນກຳລັງຄວາມ

ດີ ເຊັ່ນມີກະຕັນຍູກະຕະເວທີ ເມື່ອໃຫ່ຽຂຶ້ນກໍ່ລ້ຽງພໍ່ລ້ຽງແມ່ໄດ້ ສະຕິເປັນຂອງໜຽວແໜ້ນຄົງທົນ ແມ່ນອົດອາຫາຣເບິດມື້ ສະຕິກໍ່ຍັງດີ ເຮັດງານທັງ

ເດືອນບໍ່ໄດ້ພັກເຊົາ ສະຕິກໍ່ຍັງດີ ນອນປ່ວຍຢູ່ເທິງຕຽງທັງປີ ສະຕິກໍ່ຍັງດີ ແຕ່ສະຕິກັບເປື່ອຍເຍື່ອຍທັນທີ ຖ້າໄປເສບສຸຣາຢາເມົາເຂົ້າ ສຸຣາພຽງເປັນ

ເຄື່ອງຈອກ ອາດເຮັດຜູ່ອື່ນ ໃຫ້ສະຕິຟັ່ນເຟືອນເຖິງກັບລືມຕົວ ລົງມືທຳຣາຍຜູ່ມີພະຄຸນໄດ້ ເບິດຄວາມສາມາຖໃນກາຣປ່ຽນກຳລັງກາຍ ໃຫ້ເປັນກຳ

ລັງຄວາມດີ ດັ່ງນັ້ນທີ່ເສບສຸຣາຫຼືຂອງມືນເມົາ ຈຶ່ງມີສະພາບຜິດປົກຕິ ຄືມີສະພາບໄກ້ສັດເຂົ້າໄປທຸກຂນະ ເພື່ອຮັກສາປົກຕິຂອງຄົນໃວ້ ສິນຂໍ້ທີ (5)

ຈຶ່ງເກີດຂຶ້ນວ່າ ຄົນຈະຕ້ອງບໍ່ເສບຂອງມືນເມົາໃຫ້ໂທສ=ສິນທັງ 5 ຂໍ້ນີ້ ຄື=1. ບໍ່ຂ້າ=2.ບໍ່ລັກ=3.ບໍ່ລ່ວງໃນກາມ=4.ບໍ່ດອກລວງ=5.ບໍ່ເສບຂອງມືນເມົາ

ໃຫ້ໂທສ ຈຶ່ງເກີດຂຶ້ນມາໂດຍສາມັນສຳນຶກ ແລະເກີດຂຶ້ນພ້ອມກັບໂລກ ເພື່ອຮັກສາຄວາມປົກຕິສຸຂຂອງໂລກໃວ້=ສິນ=5 ມີມາກ່ອນພຸທກາລ ພຣະ

ສັມມາສັມພຸທທະເຈົ້າ ຊົງຮັບເຂົ້າມາໃວ້ໃນພຣະພຸທທະສາສນາ ແລະຊີ້ແຈງເຖິງຄວາມຈຳເປັນ ຂອງກາຣມີສິນໃຫ້ຮູ້ ດັ່ງນັ້ນສິນຈຶ່ງບໍ່ໃຊ້ຂໍ້ຫ້າມຕາມ

ທີ່ຄົນຈຳນວນຫລາຍເຂົ້າໃຈ ນອກຈາກນີ້ ສິນຍັງໃຊ້ເປັນເຄື່ອງວັດຄວາມເປັນຄົນໄດ້ອີກດ້ວຍ ວັນໃດເຮົາມີສິນຄົບ 5 ຂໍ້ ສະແດງວ່າ ວັນນັ້ນເຮົາມີ

ຄວາມເປັນຄົນບໍຣິບູນ 100% ຖ້າມີສິນເຫລືອ 4 ຂໍ້ ຄວາມເປັນຄົນກໍ່ເຫລືອ 80% ໄກ້ສັດເຂົ້າໄປ 20% ຖ້າມີສິນເຫລືອ 3 ຂໍ້ຄວາມເປັນຄົນກໍ່ເຫລືອ

60% ໄກ້ສັດເຂົ້າໄປ 40% ຖ້າມີສິນເຫລືອ 2 ຂໍ້ ຄວາມເປັນຄົນກໍ່ເຫລືອ 40% ໄກ້ສັດເຂົ້າໄປ 60% ຖ້າມີສິນເຫລືອ 1 ຂໍ້ຄວາມເປັນຄົນກໍ່ເຫລືອ 20%

ໄກ້ສັດເຂົ້າໄປ 80% ຖ້າມີສິນທຸກຂໍ້ຂາດເບິດ ກໍ່ເບິດຄວາມເປັນຄົນ ເບິດຄວາມສງົບ ເບິດຄວາມສຸຂ ເຖິງຍັງມີຊີວິດຢູ່ ກໍ່ເໝືອນຄົນຕາຍແລ້ວຄວາມ

ດີໃດໆ ບໍ່ອາຈງອກເງີຍຂຶ້ນມາໄດ້ອີກ ມີຊີວິດຢູ່ພຽງເພື່ອຈະທຳຄວາມເດືອດຮ້ອນ ໃຫ້ແກ່ຕົນເອງແລະຜູ່ອື່ນເທົ່ານັ້ນ ຄົນສນິດນີ້ ຄືຄົນປະໝາດແທ້ໆ

=ວິທີຮັກສາສິນຕລອດຊີບ= ເພື່ອຮັກສາຄວາມເປັນຄົນຂອງຕົນໃວ້ໃຫ້ດີ ຊາວພຸທຈຶ່ງຈຳເປັນຕ້ອງຮັກສາສິນຍິ່ງກ່ວາຊີວິດ ກາຣຈະຮັກສາສິນໃຫ້ໄດ້

ເຊັ່ນນັ້ນ ຕ້ອງອາສັຍປັນຍາເຂົ້າຊ່ອຍ ຈຶ່ງຈະຮັກສາໃວ້ໄດ້ໂດຍງ່າຍ ກ່ອນອື່ນໃຫ້ພິຈາຣະນາວ່າ- ສິນ ແປວ່າປົກຕິ- ຄົນຜິດສິນ ຄືຄົນຜິດປົກຕິ- ແຕ່

ປັດຈຸບັນນີ້ ຄົນຊຶ່ງຜິດສິນຈົ່ນເປັນປົກຕິນິສັຍ ມີຈຳນວນຫລາຍຂຶ້ນທຸກທີ່ ກະທັງຫລາຍຄົນເຫັນຄົນມີສິນ ກາຍເປັນຄົນຜິດປົກຕິໄປ ເມື່ອຄວາມ

ເຫັນວິບັຕໄປ ມີກາຣຂ້າກັນ ໂກງກັນ ຜິດລູກຜິດເມັຽ ຯລຯ ຈົ່ນປະຊາຊົນ ນອນຕາບໍ່ຫລັບ ສະເດີດຫວາດຣະແວງກັນໄປທັງເມືອງ ເຮົາຈະໃຫ້ຜູ້ໃດ

ມາດັບທຸກຄວາມວິບັຕຄັ້ງນີ້? ເຮົາຊາວພຸທແຕ່ລະຄົນນີ້ແຫລະຄືຜູ້ດັບ ເຮົາຈະດັບທຸກດ້ວຍກາຣຖືສິນ ເຖິງຄົນອື່ນບໍ່ຊ່ອຍຖື ເຮົາກໍ່ຈະຖືພຽງລຳພັງ

ຖ້າປຽບປະເທສລາວ ຄືໝໍ້ນໍ້າໃຫ່ຽ ປະຊາຊົນມີປະມານ 6 ລ້ານຄົນ ທີ່ກະທົບກະທັ້ງກັນເພາະຂາດສິນ ຖ້າຕົວເຮົາມີສິນເມື່ອໃດ ກໍ່ເໝືອນກັບດຶງຕົນ

ເອງອອກຈາກກອງຟືນໄຟໄປ 1 ໂດ້ນ ແມ່ນນໍ້າໃນໝໍ້ຈະຍັງຮ້ອນຟົດຢູ່ ແຕ່ກໍ່ບໍ່ແມ່ນເພາະເຮົາ ເມື່ອແຕ່ລະຄົນ ຕ່າງດຶງຕົນເອງອອກຈາກກອງທຸກ

ໂດຍບໍ່ກ່ຽວຂ້ອງກັນດັ່ງນີ້ ໃນບໍ່ຊ້າໄຟທຸກຍ່ອມຕ້ອງດັບມອດລົງເອງ ປະເທສຊາຕກໍຈະຄືນສູ່ສະພາພປົກຕິສຸຂໄດ້ ເພື່ອເປັນກາຣຢໍ້າຄວາມຄິດ ທີ່ຈະ

ຖືສິນໃຫ້ໝັ້ນຄົງຕລອດຊີບ ຈຳຕ້ອງຫາວິທີກາຣທີ່ເໝາະສົມ ຊຶ່ງມີຢູ່ວິທີນຶ່ງ ຄືວິທີປຸກ ພຣະພຸທທະຣູບໃນທຸກໆເຊົ້າ ກ່ອນອອກຈາກເຮືອນ ໃຫ້ເອົາ

ພຣະເຄື່ອງທີ່ແຂນຄໍຢູ່ ຍົກໃສ່ໃນມືນົບຂຶ້ນໃສ່ຫົວ ຫຼືນົບມືຢູ່ໜ້າຮ້ານບູຊາພຣະ ແລ້ວຕັ້ງໃຈກ່າວຄຳສະມະທານຮັກສາສິນ 5 ດັ່ງນີ້ ຄື ປານາຕິປາຕາ

ເວຣະມະໜີ -ຜູ່ຂ້າ ຈະບໍ່ຂ້າສັດ-ອະທິນນາທານາເວຣະມະໜີ ຜູ່ຂ້າ ຈະບໍ່ລັກ-ກາເມສຸມິຈສາຈາຣາເວຣະມະໜີ ຜູ່ຂ້າ ຈະບໍ່ລ່ວງໃນກາມ-ມຸສາວາທາ

ເວຣະມະໜີ ຜູ່ຂ້າ ຈະບໍ່ດອກລວງ-ສຸຣາເມຣະຍະມັຊຊະປະມາທັຖຖານາເວຣະມະໜີ ຜູ່ຂ້າ ຈະບໍ່ເສບຂອງມືນເມົາ= ທາງກາຣແພດໂຣກທີ່ເກີດຂຶ້ນ

ມີ 2 ປະເພດຄື (1)ໂຣກປະຈຳສັງຂານ ເຊັ່ນ ໂຣກຊະຣາໂຣກຈາກເຊື້ອໂຣກ ທີ່ຣະບາຕເປັນຄັ້ງຄາວ (2) ໂຣກຈາກກາຣແສ່ຫາດ້ວຍຄວາມປະໝາດ

ເຊັ່ນ ຂາດສິນຂໍ້ 5 ເຮັດໃຫ້ເກີດພິດສຸຣາເຣື້ອຣັງ ຕັບແຂງ ທະເລາະວິວາດ ຂາດສິນຂໍ້ 4 ເຮັດໃຫ້ເກີດໂຣກຄວາມຈຳເສື່ອມ ຜູ່ທີຂີ້ຕົວະຫລາຍໆ ເຂົ້າ

ລົງທ້າຍ ແມ່ນກະທັ້ງຕົວເອງກໍ່ຫລົງລືມວ່າ ເຣື້ອງທີ່ຕົນເວົ້າຂຶ້ນນັ້ນເປັນເຣື້ອງຈິງ ຫຼືຂີ້ຕົວະຫລາຍ ຂາດສິນຂໍ້ 3 ເຮັດໃຫ້ເກີດກາມໂຣກໄດ້ງ່າຍ ຂາດ

ສິນຂໍ້ 2 ເຮັດໃຫ້ເກີດໂຣກຈິດ ເຊັ່ນ ໂຣກຫວາດຜວາ ຂາດສິນຂໍ້ 1 ເຮັດໃຫ້ອາຍຸສັ້ນ ເຊັ່ນບຸກຄົນປະເພດເຈົ້າພໍ່ທັງຫລາຍ ຂ້າຄົນມາຫລາຍ ລົງທ້າຍກໍ່

ຖືກເຂົາຂ້າເອົາຄືນແນ່= ຜູ່ຂ້າ ຍ່ອມໄດ້ຮັບກາຣຂ້າຕອບ ຜູ່ທໍຣະມານ ຍ່ອມໄດ້ຮັບກາຣທໍຣະມານຕອບ=ພຸທທະພົຈ= ດັ່ງນັ້ນຫາກເຮົາຮັກສາສິນ 5

ໄດ້ ກໍ່ເໝືອນໄດ້ສັກຢາວັກຊີນ ປ້ອງກັນສາຣະພັດໂຣກໃວ້ແລ້ວ ໃນວັນສິນຫຼືທຸກ 7 ວັນ ຄວນຖືສິນ 8 ຊຶ່ງມີຂໍ້ເພີ້ມຈາກສິນ 5 ດັ່ງນີ້ ສິນຂໍ້ 3 ປ່ຽນຈາກ

ປະພຶດຜິດໃນກາມ ເວັ້ນຈາກກາຣເສບກາມ ສິນຂໍ້ 6 ເວັ້ນຈາກກາຣກິນອາຫາຣຍາມວິກາຣ ຄືຕັ້ງແຕ່ທ່ຽງເຖິງເຊົ້າວັນຮຸ່ງຂຶ້ນ ສິນຂໍ້ 7 ເວັ້ນຈາກກາຣ

ຕົກແຕ່ງຮ່າງກາຍດ້ວຍເຄື່ອງປະດັບ ແລະຂອງຫອມ ແລະເວັ້ນຈາກກາຣເບິ່ງກາຣລະເລິ່ນ ສິນຂໍ້ 8 ເວັ້ນຈາກກາຣນອນເທິງບ່ອນນອນອັນນຸ້ມນວນ

ແລະສູງໃຫ່ຽ ສິນຂໍ້ 6-8 ຈະຄວບຄຸມຄວາມຮູ້ສຶກທາງເພດ ບໍ່ໃຫ້ເກີດຂຶ້ນເກີນສ່ວນ ມີດັ່ງນີ້ ຄື (1) ເປັນຄຸມກຳເນີດໂດຍທັມຊາຕ (2) ເປັນກາຣລົດ

ຊ່ອງວ່າງຣະຫວ່າງຊົນຊັ້ນ ບໍ່ມີກາຣແຂ່ງຂັນປະດັບປະດາຮ່າງກາຍ ເປັນຢູ່ຢ່າງບໍ່ຟຸ່ມເຟືອຍໄດ້ ມີອະນາຄົດດີ (3) ເປັນກາຣເຮັດໃຫ້ຈິດໃຈສງົບເບື້ອງ

ຕົ້ນ ແລ້ວສາມາຖເຂົ້າເຖິງທັມມະຊັ້ນສູງຕໍ່ໄປ=ອານິສົງຄ໌ຂອງສິນ= ຄື-1-ເຮັດໃຫ້ສາມາຖໃຊ້ສອຍຊັບໄດ້ເຕມອີ່ມ ໂດຍບໍ່ຕ້ອງຫວາດຣະແວງ ວ່າຈະມີ

ໃຜມາທວງຄືນ-2-ເຮັດໃຫ້ກຽດຕິຄຸນຟຸ້ງກະຈາຍໄປວ່າ ເປັນຄົນເຊື່ອຖືໄດ້ ມີອະນາຄົດດີ-3-ເຮັດໃຫ້ເກ່ງກ້າອາຈຫາຣໃນທ່າມກາງປະຊຸມຊົນ-4-ເຮັດ

ໃຫ້ເປັນຄົນບໍ່ຫລົງລືມສະຕິ ມີຈັງຫວະຊີວິດດີ-5-ເມື່ອຍັງບໍ່ບັນລຸນິພພານ ຕາຍແລ້ວກໍ່ໄປເກີດໃນສວັນ=ອານິສົງຄ໌ກາຣມີວິນັຍ= ວິນັຍ ທາງໂລກ

ແລະທາງທັມ ຣວມກັນແລ້ວ ເຮັດໃຫ້ເກີດປະໂຍດ ຄື1. ວິນັຍນຳໄປດີ ໝາຍຄວາມວ່າ ເຮັດໃຫ້ຜູ່ຮັກສາວິນັຍດີຂຶ້ນ ຍົກຖານະຜູ່ມີວິຍັນ ໃຫ້ສູງຂຶ້ນ

ເຊັ່ນເດັກນ້ອຍກາງຖນົນ ເຂົ້າໂຮງຮຽນມີວິນັຍ ກາຍເປັນນັກຮຽນ ເດັກຊາວບ້ານ ຖ້າບວຊແລ້ວຕ້ອງຖືສິນ 10 ກາຍເປັນສາມະເນນ ຖ້າອາຍຸເຖິງ

ຊາວບວຊແລ້ວຖືສິນ 227 ກາຍເປັນພຣະພິກຂຸ ວິນັຍເປັນຂໍ້ບັງຄັບໃຈເຮົາກໍ່ຈິງ ແຕ່ເປັນຂອງບັງຄັບ ເພື່ອໃຫ້ເຮົາໄປເຖິງທີ່ໝາຍຂອງຊີວິດ ຕາມ

ຄວາມປະສົງຄ໌ຂອງເຮົາເອງ 2. ວິນັຍ ນຳໄປທີ່ແຈ້ງ ຄຳວ່າແຈ້ງ ແປວ່າ ສວ່າງ ຫຼືເປີດເຜີຍບໍ່ຄຸມໆ ເຄືອງ ໆ ວິນັຍ ນຳໄປທີ່ແຈ້ງ ຄືເປີດເຜີຍທາຕແທ້

ຂອງຄົນໄດ້ ວ່າໃວ້ໃຈໄດ້ສໍ່າໃດ ໂດຍເບິ່ງວ່າ ເປັນຄົນມີວິນັຍຫຼືບໍ່ 3. ວິນັຍ ນຳໄປຕ່າງເຮົາເບິ່ງຄວາມແຕກຕ່າງຂອງຄົນດ້ວຍວິນັຍ ຍົກຕົວຢ່າງ ຄົນ

ທີ່ຊຸມນຸມສມັກພັຄພວກ ແລະອາວຸດໃວ້ສູ້ຣົບກັບຄົນອື່ນ ຖ້າມີວິນັຍ ເຮົາເອີ້ນວ່າ ກອງທະຫາຣ ເປັນມິ່ງຂັວນຂອງບ້ານເມືອງ ຖ້າບໍ່ມີວິນັຍເຮົາເອີ້ນ

ວ່າ ກອງໂຈນ ເປັນສ້ຽນໜາມຂອງແຜ່ນດິນ ຄົນທີ່ຖືອາວຸດ ຍ່າງປົນຢູ່ໃນທີ່ຊຸມຊົນຢ່າງອົງຄ໌ອາຈ ຖ້າມີວິນັຍເຮົາເອີ້ນວ່າຕຳຣວດ ເປັນຜູ່ພິທັກຮັກ

ສາສັນຕິຣາສ ຖ້າບໍ່ມີວິນັຍ ເຮົາເອີ້ນວ່າ ນັກເລງອັນທະພານ ເປັນຜູ່ພິຄາດສັນຕິສຸຂ ຄົນທີ່ທ່ຽວພິກຂາຈານເພິ່ງຄົນອື່ນລ້ຽງຊີວິດ ຖ້າມີວິນັຍຮັກສາ

ສິນ 227 ເຮົາເອີ້ນວ່າ ພຣະພິກຂຸ ເປັນບຸນຂອງຜູ່ໃຫ້ທານ ຖ້າບໍ່ມີວິນັຍ ເຮົາເອີ້ນວ່າ ຂໍທານ ເປັນກັມຂອງຜູ່ຖືກຂໍ ເຮົາຕ້ອງກາຣກ້າວໄປສູ່ຄວາມດີ

ຄວາມກ້າວໜ້າ ເຮົາຕ້ອງກາຣຄວາມບໍຣິສຸດກະຈ່າງແຈ້ງ ເຮົາຕ້ອງກາຣຍົກຖານະໃຫ້ສູງຂຶ້ນ ເພາະສະນັ້ນ ເຮົາຈຶ່ງຈຳເປັນຕ້ອງຮັກສາວິນັຍ= ຜູ່ມີວິ

ນັຍດີ ໝາຍເຖິງ ຜູ່ທີ່ຮັກສາວິນັຍ ທັງທາງໂລກແລະທາງທັມ ຢ່າງຖືກຕ້ອງແລະເຄັ່ງຄັດດ້ວຍ

 

ຈາກສູນກາງລາວອິສຣະ ເພື່ອປະຊາທິປະໄຕຍ

 

ນຳສເນີໂດຍ ລຸງຈ່ອຍ ຮີທາດ