ໂດຍລາວເສຣີຊົນ L S X

 

ຈຳເປັນຫຼືບໍ່ຍຽວຢາສັງຄົມລາວ ດ້ວຍໂທສປະຫາຣຊີວິດ

 

ຂໍ້ຖົກຖຽງທີ່ເກີດຂຶ້ນມາຢ່າງຍາວນານ ໃນເຣື້ອງຂອງໂທສປະຫາຣຊີວິດ ບາງຄັ້ງກໍ່ວ່າກາຣກະທຳຄວາມຜິດຮ້າຍແຮງ ຢ່າງເຊັ່ນ ຂ້າຄົນ ຄ້າຢາ

ກໍເຫັນສົມຄວນແລ້ວ ທີ່ຈະຕັດສິນໃຫ້ປະຫາຣຊີວິດ ບໍ່ເຊັ່ນນັ້ນ ອາດສ້າງອັນຕຣາຍໃຫ້ກັບສັງຄົມໄດ້ ສ່ວນອີກຝ່າຍ ກໍ່ວ່າຄວນຍົກເລີກ ໂທສປະຫາຣ

ຊີວິດເພາະບໍ່ຕ່າງຈາກກາຣກໍ່ອາຊຍາກັມ ຊ້ອນອາຊຍາກັມ

ທຳຜິດຕ້ອງຕາຍສະຖານດຽວ

ຄົນກະທຳຜິດຍ່ອມຖືກລົງໂທສ ເຫຕຸແລະຜົນ ທີ່ຖືກສັມພັນກັນມາຍາວນານ ທີ່ວ່າໃຜກໍດີກລ້ຽງບໍ່ພົ້ນ ໂດຍໂທສທີ່ໄດ້ຮັບກໍໜັກເບົາ ຕາມແຕ່ຄວາມ

ຜິດແລະໂທສຂັ້ນສູງສຸດ ກໍຄືກາຣປະຫາຣຊີວິດ ໃນສມັຍໂບຮານ ຈະມີບົຕລົງໂທສວິທີກາຣປະຫາຣຊີວິດ ຕາມພຣະໄອຍະກາຣກະບົຕເສິກ ເປັນໂທສປະ

ຫາຣຊີວິດ 21 ສະຖານ ຈາກໜັງສືຕຣາກົດໝາຍ 3 ດວງ ເປັນວິທີກາຣໂຫດຮ້າຍທາຣຸນ ທີ່ນຳມາລົງໂທສກັບພວກທີ່ຄິດກະບົຖໃນຍຸກນັ້ນ ເຊັ່ນສະຖານ

.1. ຄື ໃຫ້ຕີກະບານສີສະ -ກບາລສຣີສະ- ເລີກອອກ -ເປີດອອກ- ເສັຽແລ້ວ ເອົາຄີມຄີບກ້ອນເຫລກແດງໃຫ່ຽ ໃສ່ລົງໄປໃນມັນສະໝອງ -ມັນສມອງ- ສີ

ສະຟົດຂຶ້ນດັ່ງມໍ່ -ໝໍ້- ຄ່ຽວນໍ້າສົ້ມພະອູມ=

ອີກວິທີກາຣນຶ່ງ ຄືກາຣປະຫາຣຊີວິດ ດ້ວຍວິທີຕັດຄໍ ໂດຍເພຊຄາຕ ໂດຍກ່ອນຈະຖືກຕັດຄໍນັ້ນ ນັກໂທສຈະຖືກຕີ 3 ບາຕໆລະ 30 ເທື່ອ ກ່ອນຈະ

ຈັບນັ່ງມັດກັບຫລັກໄມ້ ຈາກນັ້ນ ເພຊຄາຕດາບສອງຈະຣ່າຍຣຳໄປມາ ເພື່ອຣໍຈັງຫວະກອ່ນລົງດາບຟັນຄໍທັນທີ ເມື່ອປະຫາຣແລ້ວ ເຈົ້າໜ້າທີ່ຈະຕັດ

ສົ້ນຕີນ ເພື່ອຖອດຕຣວນອອກແລ້ວ ສັບຮ່າງກາຍຫຼືແລ່ເນື້ອໃຫ້ແກ່ແຮ້ງກາ ສ່ວນຫົວນຳໄປສຽບປະຈານ=( ມາເຖິງໃນສມັຍປັດຈຸບັນ ໄດ້ປ່ຽນໄປ

ກາຣປະຫາຣຊີວິດ ໂດຍກາຣຍິງເປົ້າ ໂດຍນັບຕັ້ງແຕ່ກາຣປ່ຽນກາຣປະຫາຣ ຈາກກາຣຕັດຄໍມາເປັນກາຣຍິງເປົ້າໃນປີ 1975 ຈົນເຖິງ 2004 2005 ມີ

ນັກໂທສຖືກປະຫາຣຊີວິດທັງສິ້ນ ນຶ່ງມື່ນຄົນ ກະທັງວັນທີ 18 1977 ກາຣປະຫາຣຊີວິດດ້ວຍປືນອາກາຖືກຍົກເລີກ ແຕ່ດຳເນີນກາຣດ້ວຍຊີວິດທໍຣະ

ມານ ຜູກຕາກແດດ ໃຊ້ປະທຸບທຳງານບໍ່ມີເວລາພັກ ແລະໃຊ້ວິທີສີດຢາ ຫຼືສານຜິດໃຫ້ຕາຍ ມີຜົນບັງຄັບໃຊ້ໃນວັນທີ 19 2006 ນັກໂທສຊາຍ 16 ຄົນ

ຖືກປະຫາຣຊີວິດດ້ວຍກາຣສີດຢາເປັນຄັ້ງແລກ ຕໍ່ມາໄດ້ຍຸຕິກາຣປະຫາຣຊີວິດໄປຣະຫວ່າງປີ 2006 ຫາ 2009 =ຍັງມີໂທສຢູ່ແຕ່ບໍ່ມີກາຣນຳນັກໂທສ

ໄປປະຫາຣ= ແຕ່ໃຊ້ຢ່າງທໍຣະມານທຳງານ ແລະມີກາຣສີດຢາ ເພື່ອປະຫາຣຊີວິດນັກໂທສຊາຍ 2 ຄົນ ທີ່ຄຸກສັມນາເຂດເມືອງວຽງໄຊ ທີ່ຖືກຈັບກຸມໃນ

ຂໍ້ຫາວ່າກະບົຕຊາຕ ຕໍ່ຕ້ານຜເດັດຄອມມິນິສຕ໌ ແລະສານຕັດສິນລົງໂທສປະຫາຣຊີວິດ ເຖິງທຸກວັນນີ້ ມີຜູ້ຖືກປະຫາຣຊີວິດດ້ວຍວິທີສີດຢາ ໃຫ້ຕາຍ

ທັງສິ້ນມີ 17 ຄົນມາແລ້ວ

ໂທສປະຫາຣຊີວິດ ລະເມີດສິດທິຄວາມເປັນຄົນ

ໂທສປະຫາຣຊີວິດມີຫລວງຫລາຍວິທີ ຕ່າງກໍເປັນກາຣສ້າງຄວາມທຸກທໍຣະມານ ໃຫ້ກັບຜູ້ກະທຳຜິດແລະຄອບຄົວໄດ້ບໍ່ນ້ອຍ ດັ່ງນັ້ນຈຶ່ງມີບາງສຽງ

ທີ່ແນມເຫັນວ່າ ໂທສປະຫາຣຊີວິດນັ້ນ ຄວນຍຸຕິລົງເສັຽທີ ຊຶ່ງຫາກແນມເຫັນພາບກ້ວາງ ຈາກຄົນທີ່ບໍ່ເຫັນດ້ວຍ ຕໍ່ໂທສກາຣປະຫາຣຊີວິດ ອາດພໍ້

ໃຈ= ຄວາມຫລັກໆ ຢູ່ 3 ຂໍ້ ຄື- ນຶ່ງ- ເປັນກາຣລະເມີດສິດທິ ໃນກາຣມີຊີວິດຢູ່- ສອງ- ເປັນກາຣສ້າງຄວາມທໍຣະມານ ຕໍ່ຮ່າງກາຍແລະຈິດໃຈ ແລະ

ສາມ- ໂທສປະຫາຣຊີວິດນັ້ນ ບໍ່ໄດ້ຊ່ອຍໃຫ້ອາຊຍາກັມລົດລົງ ນອກຈາກນັ້ນແລ້ວ ໂທສປະຫາຣຊີວິດ ຂັດຕໍ່ຫລັກປະຖິນຍາສາກົນ ຂໍ້ທີ 3 ທີ່ວ່າ ປະ

ຊາຊົນທຸກຄົນມີສິດທິ ຈະມີຊີວິດແລະດຳເນີນຊີວິດຢ່າງມີອິສຣະແລະປອດພັຍ ແລະຂໍ້ທີ 5 ທີ່ວ່າບໍ່ມີໃຜມີສິດທິຂົ່ມເຫງທາຣຸນເຮົາ ຄວາມຕັ້ງໃຈໃນ

ກາຣຕໍ່ຕ້ານໂທສປະຫາຣຊີວິດນີ້ ຖືກຖ່າຍທອດອອກມາໃນສັມນາ ຄວາມຮຸນແຮງໃນສັງຄົມລາວ ກໍຣະນີສຶກສາໂທສປະຫາຣຊີວິດ ເມື່ອງໃນໂອກາດ

ຄົບຣອບ 10 ປີ ວັນຍຸຕິ ໂທສປະຫາຣຊີວິດສາກົນ ເມື່ອວັນທີ 12 ຕຸລາທີ່ຜ່ານມາ ໂດຍຂນະລາວອິສຣະ ຜູ້ອຳນວຍກາຣອົງຄ໌ກາຣ ຂອງປະເທສລາວ

ຊຶ່ງເປັນອົງຄ໌ກອນອາສາສມັກ ຣະຫວ່າງປະເທສທີ່ທຳງານ ເພື່ອສິດທິມະນຸສຍະຊົນ ມີຄວາມເປັນກາງ ບໍ່ຂຶ້ນຢູ່ກັບຣັຖບາລ ເວົ້າວ່າຄວາມຄິດນີ້ ບໍ່ໄດ້

ເປັນກາຣຍອມອະພັຍໃຫ້ຜູ້ກະທຳຄວາມຜິດ ພຽງແຕ່ໃຫ້ທຸກຂັ້ນຕອນແລະວິທີກາຣນັ້ນ ບໍ່ຂັດຕໍ່ຫລັກສິດທິມະນຸສຍະຊົນ ເຮົາບໍ່ໄດ້ອ່ອນຂໍ້ຫຼືຍົກ

ໂທສໃຫ້ກັບຜູ້ກະທຳຄວາມຜິດ ຜູ້ກະທຳຄວາມຜິດ ຕ້ອງເຂົ້າສູ່ກະບວນກາຣຍຸຕິທັມທີ່ເປັນທັມ ແຕ່ເຮົາຮຽກຮ້ອງກາຣປ່ຽນແປງ ໃນຮູບແບບແລະ

ວິທີກາຣ= ກາຣລົງໂທສຜູ້ກະທຳຄວາມຜິດ ໃຫ້ສອດຄ້ອງກັບກົດໝາຍ ຣະຫວ່າງປະເທສແລະຫລັກສິດທິມະນຸສຍະຊົນ ອີກທັງກະບວນກາຣຍຸຕິ

ທັມຍັງຄົງມີຄວາມສ່ຽງ ໃນກາຣຕັດສິນທີ່ຜິດພາດ ສົ່ງຜົນໃຫ້ຜູ້ບໍຣິສຸດຈຳນວນຫລາຍຖືກຈອງຈຳ ນອກຈາກນັ້ນ ໂທສປະຫາຣຊີວິດ ຍັງຖືກນຳ

ມາໃຊ້ກັບຄົນຍາກຈົນ ກຸ່ມຄົນທີ່ດ້ອຍໂອກາດ ຊົນກຸ່ມນ້ອຍ ແລະຜູ້ທີ່ບໍ່ມີອຳນາຈຕໍ່ຣອງໃນສັງຄົມກົ່ວຮ້ອຍລະ 80%

ໂທສປະຫາຣ ບໍ່ແມ່ນທາງແກ້ບັນຫາອາຊຍາກັມ

ກາຣເບິ່ງແກ້ບັນຫາ ຕ້ອງເບິ່ງໃຫ້ຣອບຄອບທິດ ໂທສປະຫາຣຊີວິດກໍ່ເຊັ່ນກັນ ທີ່ຕ້ອງເບິ່ງຕັ້ງແຕ່ແງ່ຄວາມຄິດ ຈາກຄົນທົ່ວໄປທີ່ຖົກຖຽງກັນວ່າ

ໂທສດັ່ງກ່າວ ຄວນຈະມີຫຼືບໍ່ ໂດຍຝ່າຍທີ່ເຫັນດ້ວຍມັກເບິ່ງວ່າ ມາຕກາຣນີ້ ເປັນວິທີກາຣທີ່ສ້າງຄວາມປອດພັຍ ແລະສັນຕິພາບໃນສັງຄົມ ແຕ່

ຝ່າຍທີ່ບໍ່ເຫັນດ້ວຍ ເບິ່ງວ່າ ໂທສປະຫາຣຊີວິດ ມີລັກສະນະທີ່ໂຫດຮ້າຍ ຂັດກັບຫລັກກາຣພື້ນຖານຂອງສາສນາ ຊຶ່ງເປັນກາຣເບິ່ງເຊິ່ງສິລທັມຣວມ

ໄປເຖິງມຸມມອງເຊິ່ງວິຊາກາຣ ເວົ້າເນັ້ນຢໍ້າວ່າ ໂທສນີ້ເປັນເຣື້ອງທີ່ຕ້ອງໃຊຢ່າງຣະມັດຣະວັງຫລາຍ ເພາະຫາກຕັດສິນຜິດພາດ ເຮົາກໍ່ບໍ່ສາມາຖນຳ

ຊີວິດກັບຄືນມາໄດ້= ກາຣສນັບສນູນໂທສປະຫາຣຊີວິດ ຂ້າພະເຈົ້າເບິ່ງວ່າ ມັນເກີດຈາກ 2 ສ່ວນ ຄື ນຶ່ງ- ຄວາມຢ້ານຂອງຄົນ ຢ້ານຖືກທຳຣາຍຖືກ

ຂີ້ລັກຊັບສິນ ແລະຢ່າງທີສອງ- ຄືກາຣລ້າງແຄ້ນ ຊຶ່ງຄວາມຄິດແບບນີ້ ຂ້າພະເຈົ້າເບິ່ງວ່າ ມັນເໝືອນມະນຸສທີ່ເຄີຍຢູ່ໃນຖໍ້າມາແລ້ວນັ້ນ ມັນດີແຕ່

ສ້າງຄວາມຮູ້ສຶກປອດພັຍຂອງມັນເອງ= ແຕ່ບໍ່ໄດ້ແປວ່າ ຈະເຮັດໃຫ້ສັງຄົມດີຂຶ້ນ ໃນສມັຍກ່ອນເຮົາຈະບອກວ່າ ກະສັຕຄືເຈົ້າຊີວິດ ຊີ້ນິ້ວສັ່ງໃຫ້ຕາຍ

ກໍ່ຕ້ອງຕາຍ ມາຕອນນີ້ ປ່ຽນເປັນປະຊາທິປະໄຕຍ ແຕ່ຄວາມຄິດເຫລົ່ານີ້ຍັງມີຢູ່ ແຕ່ປ່ຽນມາເປັນ ໃຫ້ອຳນາຈຮັບມາຕັດສິນແທນ ເປັນກາຣເຊື່ອມ

ຄວາມຮຸນແຮງ ກັບກົດໝາຍດ້ວຍກັນ ໂທສປະຫາຣຊີວິດນັ້ນ ເປັນກາຣຂ້າທີ່ຖືກຕ້ອງໂດຍກົດໝາຍ= ຄວາມຄິດນີ້ສອດຄ່ອງກັນກັບງານວິຈັຍ

ຂອງຂບວນກາຣລາວອິສຣະ ກະແສໂລກາພິວັຕ ແລະກາຣລົງໂທສປະຫາຣຊີວິດໃນຣັຖບາລລາວ ທີ່ສແດງໃຫ້ເຫັນວ່າ ຄວາມເຊື່ອເຣື້ອງທຳຜິດ ຕ້ອງ

ຖືກລົງໂທສ ມີມາແຕ່ຄັ້ງໂບຮານນະກາຣ ແລະງານວິຈັຍຍັງຊີ້ຊັດດ້ວຍອີກວ່າ ໂທສປະຫາຣຊີວິດບໍ່ສາມາຖລົດບັນຫາ ກາຣເກີດອາຊຍາກັມໄດ້ ໂດຍ

ງານວິຈັຍຊິ້ນນີ້ຣະບູວ່າ ປັດຈັຍທີ່ຈະເຮັດໃຫ້ອາຊຍາກັມລົດນ້ອຍລົງນັ້ນ ຄືເຣື້ອງຂອງຄວາມວ່ອງໃວ ໃນກາຣຈັບກຸມແລະຄວາມຊັດເຈັນ=ເຣື້ອງກາຣ

ລົງໂທສ ມັນເປັນເຣື້ອງຜູກພັນເຮົາມາຕັ້ງແຕ່ໂບຮານ ຕັ້ງແຕ່ເຣື້ອງຟ້າດິນລົງໂທສ ໄຕພູມພຣະວົງ ທີ່ມີນາຣົກພູມຂຸມຕ່າງໆ ໄປຈົ່ນເຖິງພຣະໄອຍະ

ກາຣກະບົຕເສີກ ຕົວບົຕໝາຍ ໃນສມັຍໂບຮານ ທີ່ມີກາຣກຳໜົດບົຕລົງໂທສທີ່ຮຸນແຮງຕໍ່ປະຊາຊົນ ເຮັດໃຫ້ເປັນສິ່ງທີ່ສ້າງຄວາມຊອບທັມໃຫ້ຣັຖ

ແລະປູກຝັງທາງຄວາມເຊື່ອ ຂອງປະຊາຊົນດ້ວຍວ່າ ໂທສປະຫາຣຊີວິດເປັນສິ່ງທີ່ຈຳເປັນ ຈາກງານວິຈັຍຈະເຫັນເລີຍວ່າ ໂທສປະຫາຣຊີວິດນັ້ນ ບໍ່ໄດ້

ເຮັດໃຫ້ຕົວເລຂຈຳນວນຂອງກາຣເກີດ ອາຊຍາກັມນ້ອຍລົງ ຈາກປັດຈັຍ 3 ຢ່າງ ຄື ຄວາມວ່ອງໃວ ຄວາມຊັດເຈັນ ແລະຄວາມຮຸນແຮງ ປັດຈັຍ

ຄວາມວ່ອງໃວແລະຄວາມຊັດເຈັນນັ້ນ ເປັນຕົວແປທີ່ໄດ້ຜົນຫລາຍກົ່ວຄວາມຮຸນແຮງ

ຫົນທາງແກ້ໄຂ ຕ້ອງແກ້ທີ່ໃຈຄົນ

ຄວາມຍຸຕິທັມ ຕໍ່ຄະດີຄວາມແລະກາຣຕັດສິນຄະດີ ເປັນເຣື້ອງໜ້າວິຕົກ ມີ ອາຈານ ທ່ານນຶ່ງເວົ້າວ່າ ຫລາຍຄັ້ງຄະດີທີ່ເປັນໄປໃນຮູບແບບດຽວກັນ

ຄ້າຍຄືກັນ ແຕ່ໂທສທີ່ໄດ້ຮັບກັບບໍ່ເທົ່າທຽມກັນ ຈຶ່ງແນມບໍ່ເຫັນວ່າ ມີຄວາມຍຸຕິທັມແທ້ຫຼືບໍ່ ຫຼືເປັນກາຣໃຊ້ອຳນາຈແບບຕາມອຳເພີໃຈ ໂດຍສະເພາະ

ກັບຄົນຍາກຈົນ ແລະດ້ອຍໂອກາດໃນສັງຄົມ ທີ່ບໍ່ສາມາຖຫາເງິນຈ້າງທະນາຍ ເພື່ອຕໍ່ສູ້ໄດ້ ສຸດທ້າຍສຳຫລັບທາງອອກ ອາຈານທ່ານນຶ່ງເວົ້າວ່າຄວນ

ແທນທີ່ໂທສປະຫາຣຊີວິດດ້ວຍກາຣຂັງຄຸກ ໂທສປະຫາຣຊີວິດ ຄືກະບວນກາຣທີ່ເຮັດໃຫ້ບໍ່ເຫັນຄຸນຄ່າຂອງຄົນ ທີ່ຖືກປະຫາຣເລີຍ ເຮົາເບິ່ງຂ້າມເຂົາ

ໄປ ທັງທີ່ພໍ່ເຂົາຕາຍ ຄອບຄົວຂອງເຂົາກາຍເປັນເຫຍື່ອຫຼືບໍ່ ສຽງຂອງພວກເຂົາຫາຍໄປໃສຈາກສັງຄົມ ຊຶ່ງສິດທິຂັ້ນພື້ນຖານຂອງມະນຸສທຸກຄົນ ທີ່

ເກີດມາ ຄືສິດທິໃນກາຣມີຊີວິດ ໃຜຈະໄປສັ່ງໃຫ້ຢູ່ຫຼືຕາຍບໍ່ໄດ້ ອັນນີ້ຂ້າພະເຈົ້າ ເຊື່ອໃນເຣື້ອງດ້ານສື່ເອງ ທີ່ສົ່ງອິດທິພົນຕໍ່ປະຊາຊົນໄດບໍ່ນ້ອຍ ໂດຍສະ

ເພາະເຣື້ອງຄວາມຮຸນແຮງ ແມ່ນແຕໃນນະຄອນໄທຍເອງ ຕົວຮ້າຍທີ່ຕ້ອງຕາຍຕອນຈົບ ກໍຄືກາຣກະຕຸ້ນໃຫ້ຄົນເບິ່ງເສີຍຊາ ຕໍ່ກາຣຕາຍຂອງຄົນນຶ່ງ

ຄົນ ສຳຫລັບທາງອອກນັ້ນ ດຣ ເວົ້າວ່າ ບາງຄັ້ງຊື່ໃນທີ່ນີ້ ບໍ່ໄດ້ໝາຍເຖິງລະຄອນພາພຍົນພຽງຢ່າງດຽວ ທີ່ມີຄວາມຮຸນແຮງແຝງຢູ່ ແຕ່ຊື່ທີ່ປ້ອນເຖິງ

ເຍົາວະຊົນຢ່າງເກມ ວິດີໂອຢູທຸບ ກໍສົງຄ໌ອິດທິພົນເຊັ່ນກັນກັບຄວາມຄິດທີ່ວ່າ ກາຣພາກຊີວິດຜູ້ອື່ນເປັນເຣື້ອງງ່າຍ ກາຣຂ້າຄົນເພື່ອພິທັກຄວາມຍຸຕິ

ທັມນັ້ນຖືກຕ້ອງກາຍເປັນກາຣປູກຝັງໂທສຈຣິດໃຫ້ກັບຜູ້ເບິ່ງ ທາງອອກທີ່ເຮັດໄດ້ໃນຂນະນີ້ ຄືຊື່ຕ້ອງມີຄວາມຮັບຜິດຊອບ ປະຊາຊົນຕ້ອງຮູ້ເທົ່າທັນ

ຊື່ ແລະທຸກຝ່າຍຊ່ອຍກັນກຳກັບດູແລ ຣວມເຖິງກັ່ນກອງເນື້ອຫາຄວາມຮຸນແຮງ= ກາຣຕໍ່ຕ້ານໂທສປະຫາຣຊີວິດ ຂອງປະເທສລາວວັນນີ້ ອາດຍັງບໍ່

ສຳເຣັຈ ຖ້າໃນປັດຈຸບັນ ມີໂທສປະຫາຣດ້ວຍກາຣຊີດຢາ ອາດເບິ່ງຮຸນແຮງນ້ອຍລົງກົ່ວກາຣຍິງເປົ້າ ແລະກາຣຈັບຜູກຕາກແດດ ທຸບຕີຢ່າງທາລຸນ

ແຕ່ເຖິງສະນັ້ນ ກໍ່ຍັງບໍ່ມີກາຣຜັກດັນຕໍ່ໄປ ດ້ວຍຄວາມຄິດທີ່ວ່າ ໃຜກໍ່ບໍ່ສາມາຖລະເມີດສິດທິ ໃນກາຣມີຊີວິດຢູ່ຂອງເຮົາໄດ້ ສ່ວນກາຣທີ່ຈະໃຫ້ສັງຄົມ

ຍອມຮັບ ຍົກເລີກໂທສປະຫາຣຊີວິດນັ້ນ ຄົງຕ້ອງໃຊ້ເວລາອີກສັກພັກ ຂຶ້ນຢູ່ກັບວ່າ ເຮົາຈະມີຄວາມພ້ອມຫລາຍທໍ່ໃດ ແລະຈະສາມາຖປ່ຽນຄວາມຄິດ

ທີ່ວ່າ ຕາຕໍ່ຕາ ຟັນຕໍ່ຟັນ ໄດ້ຫຼືບໍ່

 

ຈາກສູນກາງລາວອິສຣະ ເພື່ອປະຊາທິປະໄຕຍ