ໂດຍລາວເສຣີຊົນ L S X

 

                      ຫລັກຣາຊກາຣ ຂໍ້: (1) ໃນຄວາມສາມາຖ

 

                     ໃນຄຳວ່າສາມາຖນັ້ນ ມີບາງຄົນກໍ່ເຂົ້າໃຈກ້ວາງໆ ບາງຄົນກໍ່ເຂົ້າໃຈແຄບໆ =ຢ່າງທີ່ແຄບນັ້ນ ຄືໃຜເຮັດກາຣໄດ້ດີ ເຕັມຕາມວິຊາ ທີ່ໄດ້ຮຽນຮູ້

           ມາແລ້ວ ກໍ່ເອີ້ນວ່າເປັນຄົນທີ່ມີຄວາມສາມາຖເສັຽແລ້ວ ແຕ່ແຖ້ຈິງ ຄວນຈະໃຊ້ຄຳວ່າຊຳນານ ຈະເໝາະກ່ວາ=ປຽບເໝືອນຊ່າງໄມ້ ຊ່າງເຫລັກຫຼື

           ຊ່າງອັນໃດໆ ທີ່ທຳງານດີໆ ກໍ່ຫາເວົ້າບໍ່ວ່າ ເຂົາສາມາຖມັກເວົ້າ ແຕ່ເຂົາມີສີມືດີ ແລະຜູ້ທີ່ຂີ່ມ້າ ຂັບຣົຖເກັ່ງໆ ກໍ່ຫາເວົ້າບໍ່ວ່າ ເຂົາສາມາຖເວົ້າ ແຕ່

           ວ່າເຂົາສຳນານ ແຕ່ຜູ້ທີ່ໄດ້ຮັບຮູ້ວິທຍາກາຣ ຢ່າງໃດຢ່າງນຶ່ງ ແລ້ວໃຊ້ຄວາມຮູ້ນັ້ນ ໂດຍອາກາຣອັນຊໍ່າຊອກ ມັກເວົ້າກັນວ່າເຂົາສາມາຖ ຊຶ່ງເປັນ

           ກາຣສົ່ງເສີມເກີນກົ່ວທີ່ຄວນໄປໂດຍແທ້= ອັນທີ່ຈິງຜູ້ທີ່ໄດ້ຮຽນກາຣຊ່າງໄມ້ ຈົນໄດ້ທຳກາຣໃນໜ້າທີ່ຂອງເຂົາໄດ້ດີ ທຸກສະຖານແລ້ວ ບໍ່ຊົ່ວໄປກົ່ວ

           ຜູ້ທີ່ຮຽນກົດໝາຽຈົ່ນວ່າ ຄວາມໄດ້ນັ້ນເລີຍ ແຕ່ເປັນສຳນານກາຣຄົນລະຢ່າງເທົ່ານັ້ນ ແຕ່ຖ້າຈະແປຄວາມສາມາຖໃຫ້ກ້ວາງອອກໄປ ຕ້ອງແປວ່າ

           ສິ່ງຊຶ່ງກະທຳໃຫ້ຄວາມເປັນໃຫ່ຽ ມີມາແຕ່ຜູ້ທີ່ມີຢູ່ ແລະຈະແປໃຫ້ດີກ່ວານີ້ກໍ່ຍາກ ເພາະຄວາມສາມາຖ ເປັນສິ່ງຊຶ່ງບໍ່ໄດ້ຢູ່ໃນຕຳຣັບຕຳລາອັນໃດ

           ແລະຈະສອນໃຫ້ແກ່ກັນກໍ່ຫາໄດ້ບໍ່ ຍ່ອມເປັນສິ່ງຊຶ່ງບັງເກີດໃນຕົວບຸກຄົນເອງ ຫາໃຊ້ເພາະຂຶ້ນໂດຍຫາຄະແນນຫລາຍໆ ໃນເວລາສອບໄລ່ໃນໂຮງ

           ຮຽນຫຼືໂດຍໄດ້ປະກາສນີຍະບັຕຫລາຍໆ ໃບ ກໍ່ຫາບໍ່ໄດ້- ກາຣແປຄຳວ່າສາມາຖ ແຄບໄປນັ້ນແຫລະ ເຮັດໃຫ້ເຄື່ອງບຳຣຸງໂທມະນັສແຫ່ງບຸກຄົນບາງ

           ຈຳພວກເປັນອັນມາກ= ຄຳວ່າສາມາຖ ຄວນແປເສັຽໃຫ້ກວ້າງທີ່ດຽວວ່າ=( ອາດຈະເຮັດກາຣງານໃຫ້ເປັນຜົນສຳເຣັຈໄດ້ດີ ຍິ່ງກ່ວາຜູ້ທີ່ມີໂອກາດ

           ເທົ່າໆກັນ)= ເຊັ່ນ ຕ່າງວ່າຄົນ-2-ຄົນ ໄດ້ຮຽນໜັງສືໂຮງຮຽນດຽວກັນ ສອບໄລ່ໄດ້ສໍ່າໆກັນ ໄດ້ໄປຍຸໂຣບດ້ວຍກັນ ຮຽນເທົ່າໆກັນອີກ ແລະກັບພ້ອມ

           ກັນ ເຂົ້າຣັບຣາຊກາຣພ້ອມກັນ ໃນໜ້າທີ່ຄ້າຍໆກັນ ແຕ່ຄັ້ງເມື່ອທຳງານແລ້ວ ຄົນ-1-ຮູ້ຈັກໃຊ້ວິຊາຂອງຕົນໃຫ້ເໝາະ ແກ່ກາຣເທສະແລະສົມເຫຕຸ

           ສົມຜົນ ອີກຄົນ-1-ຕ້ອງຄອຍໃຫ້ຊີ້ຫົນທາງໃຫ້ທຳກ່ອນຈຶ່ງທຳ ເຊັ່ນນີ້ ນັບວ່າຄົນຜູ້ທີ-1-ນັ້ນ ເປັນຜູ້ມີຄວາມສາມາຖກ່ວາຄົນທີ-2-= ຄວາມສາມາຖ

           ນັ້ນແຫລະ ເປັນສິ່ງຊຶ່ງຕ້ອງກາຣ ສຳຫລັບຄົນທີ່ຈະໃຊ້ ເປັນຜູ້ບັນຊາຄົນ ບໍ່ວ່າໃນໜ້າທີ່ຝ່າຍທະຫາຣຫຼືພົລເຣືອນ ແລະເມື່ອຜູ້ໃຫ່ຽເຂົາຈະເລືອກຫາ

           ຜູ້ບັງຄັບບັນຊາຄົນ ເຂົາຍ່ອມຈະເພັ່ງເລັ່ງເບິ່ງຄວາມສາມາຖຫລາຍກ່ວາ ເບິ່ງພູມວິຊາ(ຖ້າເຂົາຄິດຖືກ) ແຕ່ຜູ້ໃຫ່ຽທີ່ລົງໄປເພັ່ງເລັ່ງ ແຕ່ພູມວິຊາ

           ເທົ່ານັ້ນກໍ່ມີ ຊຶ່ງໃນບໍ່ຊ້າກໍ່ຕ້ອງຮູ້ສຶກວ່າຄິດຜິດ ເພາະຜູ້ທີ່ມີວິຊາ ແຕ່ບໍ່ຮູ້ຈັກໃຊ້ວິຊານັ້ນ ໃຫ້ເປັນປະໂຍດຈິງໆ ໄດ້ແລ້ວ ກໍ່ບໍ່ຜິດອັນໃດກັບວານອນ

           ຊຶ່ງຖືແກ້ວໃວ້ໃນມື ແຕ່ຈະຮູ້ວ່າຣາຄາແຫ່ງແກ້ວນັ້ນກໍ່ຫາບໍ່ໄດ້=

           ( ດັ່ງນີ້ ກໍ່ເປັນອັນສຣຸບຄວາມໄດ້ວ່າ ຄວາມສາມາຖ ເປັນລັກສະນະອັນ-1- ແຫ່ງຜູ້ບັງຄັບບັນຊາຄົນ )

                  ຫລັກຣາຊກາຣ ຂໍ້: (2) ໃນຄວາມພຽນ

 

                  ຄວາມພຽນ=ເປັນຄຸນວິເສດ ຊຶ່ງນັກປຣາດໂບຮານທ່ານສັລເສີນກັນຫລາຍ ຊຶ່ງມີພຸດທະພາສິດ ປຣາກົດຢູ່ວ່າ- ຄວາມພຽນເປັນເຄື່ອງພາຕົນ

           ຂ້າມພົ້ນຄວາມທຸກຂ໌ ແຕ່ຜູ້ມີວິຊາສມັຍໃໝ່ນີ້ ກໍ່ບໍ່ຮູ້ສຶກຄຸນວິເສດ ແຫ່ງຄວາມພຽນອີກເໝືອນກັນ ເພາະເຫຕຸທີມີຄວາມເຊື່ອໝັ້ນເສັຽແລ້ວ ວ່າ

           ວິຊາອາດຈະພາຕົນໄປເຖິງໃສໆ ກໍ່ໄດ້ ຈຶ່ງບໍ່ຮູ້ສຶກຄວາມຈຳເປັນ ທີ່ຈະໃຊ້ຄວາມພຽນ ໂດຍຫລາຍ ກໍ່ມັກຈະເວົ້າວ່າ ຄວາມພຽນເຮົາໄດ້ໃຊ້ແລ້ວ ເຮົາ

           ຈຶ່ງໄດ້ມີວິຊາຄວາມຮູ້ໄດ້ເຖິງປານນີ້ ຖ້າເຮົາບໍ່ໄດ້ມີຄວາມພຽນມາແລ້ວ ເຮົາບໍ່ຍັງຄົງເປັນຄົນໂງ່ຢູ່ຢ່າງເດີມຫຼື? ຄຳເວົ້າເຊັ່ນນີ້ ເມື່ອຟັງເບິ່ງເຜິນໆ ບໍ່

            ໄຕ່ຕອງເບິ່ງໃຫ້ດີ ບາງທີ່ກໍ່ຫລົງເຫັນຕາມໄປດ້ວຍ ແຕ່ແທ້ຈິ່ງ ທີ່ເວົ້າເຊັ່ນນັ້ນຫາຖືກບໍ່ ກາຣທີ່ຮຽນຮູ້ວິຊານັ້ນ ເພາະອຸດສາຫະພຍາຍາມ ໂດຍສະ

            ເພາະຊົ່ວແລ່ນ-1- ຕ່າງຫາກ ຄືສູ້ກັດຟັນທົນລຳບາກເຊົາຄາວ-1-ພໍໃຫ້ສອບໄດ້ຄະແນນສູງໆ ເພື່ອຫວັງຈະໄດ້ໃຫ້ຄວາມສຸຂ ໃນທາງກຽດຄ້ານເທົ່າ

            ນັ້ນ ຊຶ່ງຈະເອີ້ນວ່າພຽນຈິງບໍ່ໄດ້ ກາຣແລ່ນທາງໄກ-100-ເມຕ ກັບກາຣແລ່ນທາງໄກ້ ຕັ້ງກິໂລເມຕຂຶ້ນໄປ ນັກເລັງກິລາເຂົາຖືວ່າຜິດກັນຢ່າງໃດ

            ຄວາມອຸດສາຫະຮຽນຈົ່ນພຽງພໍໄດ້ສອບ ໄລ່ໄດ້ກັບກາຣພຽນຕໍ່ໄປ ແມ່ນເມື່ອອອກຈາກໂຮງຮຽນແລ້ວກໍ່ຜິດກັນ ສະນັ່ນ( ຄຳວ່າພຽນ=ແປວ່າ) ກ້າ

            ຫານບໍ່ຍໍ່ທໍ້ ຕໍ່ຄວາມຍາກແລະບາກບັນ ເພື່ອຈະຂ້າມຄວາມຂັດຂ້ອງໃຫ້ຈົ່ນໄດ້ ໂດຍໃຊ້ຄວາມອຸດສາຫະວິຣິຍະພາບ ບໍ່ໄດ້ລົດຫຍ່ອນ= ເມື່ອແປຄຳ

            ວ່າພຽນເຊັ່ນນີ້ແລ້ວ ກໍ່ຈະແລເຫັນໄດ້ເສັຽແລ້ວວ່າ ກາຣພຽນບໍ່ໄດ້ກ່ຽວແກ່ກາຣມີວິຊາຫລາຍຫຼືນ້ອຍ ແລະຄົນທີ່ບໍ່ມີວິຊາເລີຍ ກໍ່ອາດທີ່ຈະເປັນຄົນ

            ພຽນໄດ້ ແລະຖ້າເປັນຄົນພຽນແລ້ວ ບາງທີ່ກໍ່ອາດທີ່ຈະໄດ້ປຽບຜູ້ທີ່ມີວິຊາ ແຕ່ຂາດຄວາມພຽນນັ້ນໄດ້ເປັນແນ່ແທ້= ຄວາມຈິງມີຢູ່ເຊັ່ນນີ້ ແຕ່ຜູ້ທີ່

            ຕີຣາຄາຕົນວ່າ ເປັນຄົນທີ່ມີວິຊາ ມັກຈະລືມຄຳນຶງເຖິງຂໍ້ນີ້ ຈຶ່ງບໍ່ເຂົາໃຈວ່າ ເຫຕຸໃດຜູ້ທີ່ມີວິຊານ້ອຍກ່ວາຕົນ ຈຶ່ງກັບໄດ້ມີຫລາຍກ່ວາ ແລະລືມນຶກ

            ໄປວ່າວິຊານັ້ນ ຈະເປັນສົມບັຕ ໂດຍຈຳເພາະຜູ້-1-ຜູ້ໃດ ຫຼືໝູ່ນຶ່ງໝູ ໃດເທົ້ານັ້ນກໍ່ຫາບໍ່ໄດ້ ວິຊາຄວາມຮູ້ ຍ່ອມເປັນຂອງກາງສຳຫລັບໂລກ ເປັນຊັບ

            ອັນບໍ່ມີເວລາສິ້ນສຸດ ແລະບໍ່ມີຜູ້ໃດໃນໂລກນີ້ ຈະເວົ້າໄດ້ເລີຍວ່າ ຮຽນວິຊາຈົບເບິດແລ້ວ ຜູ້ທີ່ເປັນນັກປຣາດແທ້ຈິງ ບໍ່ວ່າຈະເປັນຊົນຊາຕໃດພາສາ

            ໃດ ຍ່ອມຈະຮູ້ສຶກຢູ່ວ່າ ຍິ່ງຮຽນຮູ້ຫລາຍຂຶ້ນ ກໍ່ຍິ່ງຈະແລເຫັນແຈ່ມແຈ້ງຂຶ້ນທຸກເທື່ອວ່າ ຄວາມຮູ້ຂອງຕົນເອງນັ້ນມີນ້ອຍປານໃດ ແຕ່ຕົງກັນຂ້າມ

            ຜູ້ທີ່ໂຄສະນາ ເພີ້ມຄວາມຮູ້ຂອງຕົນຢູ່ສເມີ ໂດຍເຂົ້າໃຈວ່າ ຕົນເປັນຜູ້ມີຄວາມຮູ້ສູງນັ້ນແຫລະ ເປັນຄົນໂງ່ໂດຍແທ້ ຈຶ່ງບໍ່ເຂົ້າໃຈຄວາມຈິງຢ່າງເຊັ່ນ

            ທີ່ນັກປຣາດເຂົາເຂົ້າໃຈກັນ ແລະອາສັຍຄວາມເຂົ້າໃຈຜິດອັນນັ້ນເອງ ຈຶ່ງບໍ່ໄດ້ຂົນຂວຍສືບໄປ ແລະດ້ວຍເຫຕຸນີ້ເອງ ຜູ້ທີ່ເຂົາບໍ່ໄດ້ອວດຮູ້ ເປັນແຕ່

            ຕັ້ງຄວາມພຽນໃຫ້ສມໍ່າສເມີໄປ ຈຶ່ງມັກຍ່າງທັນແລະແຂງຂຶ້ນໜ້າ ຜູ້ມີວິຊາຖ້ວມຫົວເອົາຕົວບໍ່ຣອດ= ອີກອັນນຶ່ງ= ຜູ້ທີ່ສແດງຕົນເປັນຄົນພຽນ

            ແລ້ວ ກໍ່ເໝືອນສແດງໃຫ້ປຣາກົດວ່າ ຖ້າແມ່ນໄດ້ຮັບມອບ ໃຫ້ກະທຳກາຣໃນໜ້າທີ່ໃດ ກໍ່ຄົງຈະໃຊ້ອຸດສາຫະວິຣິຍະພາບ ໂດຍສມໍ່າສເມີ ເພື່ອທຳ

            ກິຈກາຣນັ້ນໆ ໃຫ້ບັນລຸເຖິງ ຊຶ່ງຄວາມສຳເຣັຈດ້ວຍດີຈົ່ນໄດ້ ດັ່ງນີ້ ເມື່ອຜູ້ໃຫ່ຽຈະເລືອກຫາຄົນໃຊ້ໃນຕຳແໜ່ງ ບັງຄັບບັນຊາຄົນ ຈຶ່ງເພັ່ງເລັ່ງຫາ

            ຄົນພຽນ ຫລາຍກ່ວາຄົນທີ່ມີແຕ່ວິຊາ ແຕ່ກຽດຄ້ານຫາຄວາມບາກບັນອົດທົນບໍ່ມີໄດ້ =

                  ຫລັກຣາຊກາຣ ຂໍ້: (3) ຄວາມພິກໃຫວ

 

                  ຄວາມພິກໃຫວ ເປັນລັກສະນະອີກຢ່າງ-1-ຊຶ່ງຕ້ອງກາຣສຳຫລັບບຸກຄົນ ທີ່ຈະໃຊ້ໃນໜ້າທີບັງຄັບບັນຊາ ຄວາມພິກໃຫວ ເປັນສິ່ງຊຶ່ງບັງເກີດ

            ມີຂຶ້ນ ໃນນິສັຍແຫ່ງບຸກຄົນເອງ ຫາຕຳດັບຕຳຣາໃດຮຽນຮູ້ກໍ່ຫາບໍ່ໄດ້ ແລະຍາກທີ່ຈະສອນກັນໄດ້ ຈະໄດ້ ກໍ່ພຽງແນະນຳຫົນທາງ ໃຫ້ຝຶກຝົນຕົນ

            ເອງຂຶ້ນເທົ້ານັ້ນ ແຕ່ຖ້າບໍ່ມີພື້ນເດີມຢູ່ແລ້ວ ເຖິງຈະແນະນຳ ກໍ່ຫາເປັນຜົນດີຈິງບໍ່ມີ= ຄວາມພິກໃຫວ ແປວ່າ=ຮູ້ຈັກສັງເກຕເຫັນ ໂດຍບໍ່ຕ້ອງ

            ມີໃຜເຕືອນວ່າ ມີເຫຕຸເຊັ່ນນັ້ນໆ ຈະຕ້ອງປະຕິບັຕກາຣຢ່າງນັ້ນໆ ເພື່ອໃຫ້ບັງເກີດຜົນດີທີ່ສຸດ ແກ່ກິຈກາຣທົ່ວໄປ ແລະຝ້າວທຳກາຣອັນເຫັນ

            ຄວນນັ້ນ ໂດຍພລັນທັນທ່ວງທີ= ຄວາມພິກໃຫວ ນັ້ນ ຈະເປັນ ເພາະມີວິຊາຫລາຍນ້ອຍກໍ່ຫາບໍ່ໄດ້ ເຫຕຸສະນີ້ ຜູ້ທີ່ມີວິຊາຫລາຍ ແຕ່ບົກພ່ອງໃນ

            ຄວາມພິກໃຫວ ຫລາຍກ່ວາຫາບໍ່ໄດ້ ຄືຖ້າມີເຫຕຸຊຶ່ງຈຳເປັນ ຈະຕ້ອງທຳກາຣໂດຍທັນທີທັນຄວນ ຈະມີເວລາມົວຄົ້ນ ຕຳຣັບຕຳຣາ ອັນໃດທີ່ໃດ

            ຕ້ອງຟ້າວປະຕິບັຕກາຣ ໄປໃຫ້ທັນທ່ວງທີ ຈຶ່ງຈະບໍ່ເສັຽກາຣ= ຜູ້ທີ່ຈະໃຊ້ເປັນຜູ້ບັງຄັບບັນຊາຄົນ ເໝືອນເປັນຜູ້ຕ້ອງຄິດແທນຄົນສ່ວນຫລາຍ

            ຄືຈະເອົາຕົວຣອດແຕ່ໂດຍລຳພັງຫາບໍ່ໄດ້ ຕ້ອງພາຄົນ ໃນກາຣບັງຄັບບັນຊາຂອງຕົນ ຣອດພົ້ນໄປໄດ້ດ້ວຍ ແລະອາດຈະຕ້ອງໃຊ້ຄວາມຄິດເຊັ່ນ

            ນີ້ ໂດຍປັດຈຸບັນທັນດ່ວນດ້ວຍເລື້ອຍໆ ເຫຕຸສະນີ້ ໃນກາຣເລືອກຜູ້ບັງຄັບບັນຊາຄົນ ຈຶ່ງຕ້ອງເພັ່ງເລັ່ງເບິ່ງຄວາມພິກໃຫວ ຂອງບຸກຄົນນັ້ນດ້ວຍ=

                  ຫລັກຣາຊກາຣຂໍ້: (4) ຄວາມຮູ້ເທົ້າເຖິງກາຣ

 

                  ຄຳວ່າ= ຮູ້ເທົ້າເຖິງກາຣ= ຄວາມໝາຽ ຄືເຂົາມັກໃຊ້ເປັນຄຳຕິຕຽນກັນວ່າ ເປັນຄວາມບົກພ່ອງ ເພາະສະນັ້ນ ຄວນຈະພິຈາຣະນາເບິ່ງວ່າຄວາມ

            ຮູ້ເທົ້າເຖິງກາຣນັ້ນ ແປກັນວ່າອັນໃດໆ= ແປວ່າ= ຕ້ອງຮູ້ຈັກປະຕິບັຕກິຈກາຣໃຫ້ເໝາະ ດ້ວຍປະກາຣທັງປວງ ທີ່ຈະເປັນເຊັ່ນນີ້ໄດ້ ກໍ່ຕ້ອງເປັນຜູ້ທີ່

            ຮູ້ຈັກເລືອກວ່າ ຈະປະຕິບັຕຢ່າງໃດ ຈຶ່ງຈະເໝາະແກ່ເວລາ ແລະທີ່ໃຫ້ສົມເຫຕຸສົມຜົນ ຈຶ່ງຈະເປັນປະໂຍດດີທີ່ສຸດ ອັນຄວາມຄິດໃນທາງກາຣໃດໆ ເຖິງ

            ແມ່ນວ່າຈະດີປານໃດກໍ່ຕາມ ແຕ່ຖ້າໃຊ້ບໍ່ເໝາະແກ່ເວລາ ຄືເຮັດກ່ອນທີ່ເຖິງເວລາອັນຄວນ ຫຼືພາຍຫລັງເວລາອັນຄວນ ກໍ່ອາດທີ່ຈະບໍ່ໄດ້ຮັບຜົນດີ

            ເທົ້າທີ່ຄວນໄດ້ຮັບ ຫຼືກັບກາຍເປັນຜົນຮ້າຍໄປກໍ່ໄດ້ ເຊັ່ນຕ່າງວ່າ ເຮົາຄິດຈະນຳພົນຍ່າງໄປທາງຫາດຊາຍອັນ(1) ຊຶ່ງເປັນທາງລັດ ຕັດໄປເຖິງທີ່ຊຶ່ງຈະ

            ເອົາຊັຍແກ່ຂ້າເສິກໄດ້ ດັ່ງນີ້ ນັບວ່າເປັນຄວາມອັນດີໂດຍແທ້ ແຕ່ຖ້າຕ່າງວ່າທາງຫາດຊາຍນັ້ນ ຜເອີນມີເວລາທີ່ຍ່າງໄດ້ສະດວກ ແຕ່ໃນຄນະທີ່ນໍ້າ

            ລົງແຫ້ງທີ່ດຽວເທົ້ານັ້ນ ສະນັ້ນ ແມ່ນເຮົາຍ່າງໄປໃນຂນະ ເມື່ອນໍ້າຍັງບໍ່ທັນລົງຫລາຍພໍ ຫຼືນັ່ງຣໍໄປຈົນນໍ້າກັບຂຶ້ນເສັຽໃໝ່ອີກ ແລ້ວກໍ່ຄົງຈະໄປບໍ່ໄດ້ ຫຼື

            ໄດ້ກໍ່ແຕ່ໂດຍເສັຽສຳພາຣະແນ່ ດັ່ງນີ້ ນັບວ່າເລືອກເວລາບໍ່ເໝາະ ເລີຍທຳກາຣຊຶ່ງແທ້ຈິງເປັນຄວາມຄິດດີນັ້ນ ບໍ່ຕລອດໄປໄດ້ ສ່ວນກາຣເລືອກທີ່

            ໃຫ້ເໝາະສົມກໍ່ຄ້າຍໆກັນ ເຊັ່ນ ຈະຄິດສ້າງປ້ອມຢ່າງແໜ້ນໜາ ແລະເຕັມໄປດ້ວຍປືນໜັກໆ ລົງໃນທີ່ຊາຍເລນ ປ້ອມຊຶ່ງແທ້ຈິງເປັນຂອງດີ ກໍ່ຈະ

            ກັບກາຍເປັນຂອງທີ່ໃຊ້ບໍ່ໄດ້ດັ່ງນີ້ເປັນຕົ້ນ=(ຄວາມຮູ້ເທົ້າເຖິງກາຣນີ້ )=ຈະມີຕຳດັບຕຳຣາ ຫຼືຄູບາອາຈານສັງສອນໄດ້ກໍ່ຫາບໍ່ ຢ່າງດີທີ່ສຸດທີ່ພໍຈະສຶກ

            ສາໄດ້ ກໍ່ແຕ່ໂດຍອາສັຍ ຄວາມອຸຕສາຫະພາກພຽນຈົດຈື່ແບບຢ່າງຂອງຜູ້ອື່ນ ຊຶ່ງເຂົາໄດ້ປະຕິບັຕມາແລ້ວໃນເວລາທີ່ຄ້າຍຄຶງກັນເທົ້ານັ້ນ ແຕ່ທີ່ຈະ

            ວາງໃຈຢຶດຖືເປັນແບບແຜນເທົ້ານັ້ນກໍ່ບໍ່ໄດ້ ເພາະຖ້າຫາກວ່າໄປປະສົບເຫຕຸກາຣ ຊຶ່ງບໍ່ໄດ້ມີຢູ່ໃນແບບແຜນແລ້ວກໍ່ຈະຈົນໃຈ ບໍ່ຮູ້ທີ່ຈະທຳຢ່າງໄຮເສັຽ

            ອີກ ຈຶ່ງເປັນອັນຕ້ອງອາສັຍຄວາມພິກໃຫວ ໃນຕົວເອງປະກອບດ້ວຍ ຈຶ່ງຈະເປັນຜູ້ຮູ້ເທົ້າເຖິງກາຣ ຢ່າງບໍຣິບູນ =

                  ຫລັກຣາຊກາຣ ຂໍ້: (5) ຄວາມຊື່ຕົງຕໍ່ໜ້າທີ່

 

                  ຂໍ້ນີ້ເປັນຂໍ້ສຳຫລັບຄົນທົ່ວໄປ ທັງຜູ້ໃຫ່ຽແລະຜູ້ນ້ອຍ ແລະຈະເປັນຜູ້ສັ່ງຫຼືຜູ້ຮັບຄຳສັ່ງກໍ່ເໝືອນກັນ ເມື່ອເປັນສິ່ງສຳຄັນເຊັ່ນນີ້ແລ້ວ ກໍ່ເປັນ

            ທີ່ໜ້າປະຫລາດໃຈທີ່ສຸດ ທີ່ເບິ່ງຄົນໂດຍຫລາຍ ເຂົ້າໃຈຂໍ້ນີ້ນ້ອຍເຕັມທີ່=(ຖ້າຈະຖາມວ່າ)= ຄວາມຊື່ຕົງຕໍ່ໜ້າທີ່ແປວ່າອັນໃດ ບາງທີ່ຈະໄດ້ຮັບຄຳ

            ຕອບຕ່າງໆກັນ ຢ່າງໜ້າອັສຈັນທີ່ດຽວ ບາງຄົນກໍ່ໜ້າຈະຕອບວ່າ- ໄປອອຟຟິຊທຸກວັນຕົງຕາມເວລາ ບໍ່ຂາດແລະບໍ່ຊ້າ ຊຶ່ງກໍ່ຕ້ອງຍອມຮັບວ່າ

            ເປັນອັນໃຊ້ໄດ້ສ່ວນ (1) ແຕ່ຈະຕ້ອງຂໍຖາມຕໍ່ໄປວ່າ ເມື່ອໄປເຖິງອອຟຟິຊແລ້ວນັ້ນໄປເຮັດອັນໃດ? ຖ້າພຽງແຕ່ໄປນັ່ງສູບຢາຫຼືເວົ້າກັນເຖິງເຣື້ອງ

            ເບັຕເລັດຕ່າງໆ ມີກາຣນິນທານາຍຂອງຕົວເອງ ຫຼືນິນທາຄົນອື່ນເປັນຕົ້ນ ຫຼືອ່ານໜັງສືພິມຫຼືຂຽນຄໍເຣັສປອນເດັນ ສົ່ງໄປລົງໜັງສືພິມດ່າຄົນ

            ເລັ້ນ ດັ່ງນີ້ ນັບວ່າບໍ່ໃຊ້ຊື່ຕົງຕໍ່ໜ້າທີ່ ທີ່ອອຟຟິຊ ເປັນທີ່ສຳຫລັບທຳກາຣງານ ແລະຖ້າໄປອອຟຟິຊບໍ່ໄດ້ທຳງານແລ້ວກໍ່ເທົ້າກັບບໍ່ໄດ້ໄປ ເພາະສະ

            ນັ້ນ ຖ້າຍົກເອົາກາຣໄປອອຟຟິຊທຸກວັນ ເປັນພຍານແຫ່ງຄວາມຊື່ຕົງຕໍ່ໜ້າທີ່ ພຽງພໍແລ້ວຫາໄດ້ບໍ່ ຕ້ອງປະກອບກັບໄປທຳກາຣງານເປັນປະ

            ໂຍດໂດຍຕົງ ຕາມໜ້າທີ່ດ້ວຍຈຶ່ງຈະໃຊ້ໄດ້=( ບາງຄົນກໍ່ອາດຈະຕອບວ່າ )= ຊື່ຕົງຕໍ່ໜ້າທີ່ ແປວ່າ ບໍ່ໂກງເງິນຫລວງຊຶ່ງນັບວ່າເປັນຄຳຕອບທີ່ໃຊ້

            ໄດ້ເໝືອນກັນ ແຕ່ຈະຮັບຮອງວ່າຖືກຕ້ອງບໍຣິບູນ ກໍ່ຍັງບໍ່ໄດ້ອີກ ເພາະເປັນແຕ່ເວັ້ນຈາກກາຣສໍ້ໂກງເທົ້ານັ້ນ ຈະຖືເປັນວ່າ ໄດ້ທຳກາຣອັນໃດໃຫ້

            ເປັນຊິ້ນເປັນອັນບໍ່ໄດ້ ແລະຖ້າຈະຖືເອົາກາຣເວັ້ນຈາກໂກງເປັນຄວາມຊອບແລ້ວ ກໍ່ຈະບໍ່ຕ້ອງຖືຕໍ່ໄປດ້ວຍ ຫຼືວ່າ ກາຣໂກງນັ້ນເປັນຂອງປົກຕິ?

            ຈຳຈະຕ້ອງຖືເຊັ່ນນັ້ນ ຈຶ່ງຈະຍົກຄວາມບໍ່ໂກງຂຶ້ນ ເປັນຄວາມຊອບໄດ້ ເພາະກາຣທຳຄວາມຊອບ ຕ້ອງແປວ່າທຳດີຜິດປົກຕິ ກໍ່ອັນທີ່ຈິງ ກາຣບໍ່

            ໂກງນັ້ນ ເພາະຄວາມລະອາຍແກ່ບາບ ຫຼືຢ້ານບາບ ຫຼືຢ່າງຕໍ່າລົງໄປອີກໜ່ອຍ ກໍ່ເພາະຢ້ານຖືກຄຸກຕ່າງຫາກ ເພາະສະນັ້ນ ກາຣທີ່ຮັກສາຕົວຂອງ

            ຕົວ ຈະເອີ້ນວ່າທຳລາຍຄວາມຊອບຢ່າງໃດ ຕ້ອງເອີ້ນແຕ່ວ່າປະພຶດສເມີຕົວເທົ້ານັ້ນ=( ຖ້າຈະຕອບໃຫ້ດີທີ່ສຸດ )=ຄວນຕອບວ່າ- ຄວາມຊື່ຕົງຕໍ່

            ໜ້າທີ່ ຄືຕັ້ງໃຈກະທຳກິຈກາຣ ຊຶ່ງໄດ້ຮັບມອບໃຫ້ເປັນໜ້າທີ່ຂອງຕົນນັ້ນ ໂດຍຊື່ສັດສຸຈຣິດ ໃຊ້ຄວາມອຸດສາຫະວິຣິຍະພາບເຕັມສະຕິກຳລັງຂອງ

            ຕົນ ດ້ວຍຄວາມມຸ້ງໝາຽໃຫ້ກິຈກາຣນັ້ນໆ ບັນລຸເຖິງ ຊຶ່ງຄວາມສຳເຣັຈ ໂດຍອາກາຣອັນງົດງາມທີ່ສຸດ ທີ່ຈະພວມມີຫົນທາງຈັດໄປໄດ້=( ຕາມທີ່

            ເວົ້າມານີ້ ແນມເບິ່ງກໍບໍ່ສູ້ຈະເປັນກາຣຍາກເຢັນອັນໃດ ແຕ່ເຖິງກະຣະນັ້ນ ກໍ່ຍັງມີຄົນຢູ່ບາງຄົນ ຊຶ່ງບໍ່ສາມາຖຈະປະຕິບັຕເຊັ່ນນີ້ໄດ້ ໂດຍສ່ວນ

            ຫລາຍ ເປັນເພາະເຫຕຸທີ່ຕີຣາຄາແພງກົ່ວ ທີ່ຜູ້ອື່ນເຂົາຕີ ເຊັ່ນເຂົາມອບໃຫ້ກວາດສລຽງເກີຍ ຖ້າຈະຕັ້ງໃຈກວາດໄປໃຫ້ດີຈິງໆ ກໍ່ຈະໄດ້ດີ ແຕ່ນີ້

            ຫາເປັນເຊັ່ນນັ້ນບໍ່ມີ ກັບເຫັນໄປເສັຽວ່າ ຖ້າແມ່ນໄດ້ລ້ຽງສາປາ ກໍ່ຈະໄດ້ດີ ແລ້ວກໍ່ເລີຍໄປຄິດຟຸ້ງຊ່ານ ແຕ່ໃນກາຣລ້ຽງສາປາ ຊຶ່ງບໍ່ໃຊ້ໜ້າທີ່ ລະ

            ຖິ້ມກາຣກວາດສລຽງເກີຍ ຊຶ່ງເປັນໜ້າທີ່ຂອງຕົນແທ້ໆ ນັ້ນເສັຽ ຄາວນີ້ຕ່າງວ່າຍ້າຍໄປໃຫ້ທຳໜ້າທີ່ ລ້ຽງສາປາ ຕາມປຣາຖນາພໍໃຈຫຼືບໍ່ ເລີຍ

            ໄພໄປຄິດເຖິງກາຣຫົດຕົ້ນໄມ້ ຖ້າປ່ຽນໃຫ້ໄປທຳກາຣຫົດຕົ້ນໄມ້ ກໍ່ໄພໄປຄິດເຖິງກາຣກວດຂັ້ນໃດ ໃຊ້ເບິ່ງທໍ່ອັນໃດໄປອີກ ບຸກຄົນທີ່ເປັນເຊັ່ນນີ້

            ເປັນຕົວຢ່າງອັນແທ້ ແຫ່ງຜູ້ບໍ່ຊື່ຕົງຕໍ່ໜ້າທີ່ເປືອງສມອງ ຊຶ່ງເອົາໄປໃຊ້ໃນສິ່ງຊຶ່ງບໍ່ໃຊ້ໃນກິດຂອງຕົນເລີຍ ຜູ້ທີ່ຊື່ຕົງຕໍ່ໜ້າທີ່ແທ້ຈິງແລ້ວ ເມື່ອ

            ຮັບມອບໃຫ້ທຳກາຣອັນໃດ ຕ້ອງຕັ້ງໃຈຕັ້ງໜ້າເຮັດກາຣອັນນັ້ນໄປຢ່າງດີທີ່ສຸດ ປ່ອຍໃຫ້ເປັນໜ້າທີ່ຜູ້ໃຫ່ຽເຂົາວິນິດສັຍວ່າ ຄວາມສາມາຖເໝາະ

            ສົມພຽງເທົ້ານັ້ນ ຫຼືຈະພໍຂຍັບຂຍາຍເລື້ອນຂຶ້ນທຳງານ ໃນຕຳແໜ່ງທີ່ສູງກ່ວານັ້ນຂຶ້ນໄປ ຖ້າຜູ້ໃດປະພຶຖໃຫ້ຊື່ຕົງຕໍ່ໜ້າທີ່ມອບໝາຽ ໃຫ້ທຳ

            ຄວາມດີບໍ່ລະຖິ້ມ =

 

                  ຫລັກຣາຊກາຣ ຂໍ້ : (6) ຄວາມຊື່ຕົງຕໍ່ຄົນທົ່ວໄປ

            ຂໍ້ນີ້ເປັນຄຸນວິເສສສຳຄັນອັນ (1) ຊຶ່ງເຮັດໃຫ້ເປັນທີ່ນິຍົມແຫ່ງຊົນທົ່ວໄປ ເວັ້ນເສັຽແຕ່ຄົນໂງ່ ຈຶ່ງຈະເຫັນຄວາມໂງ່ ແລະຄົນໂກງເປັນໂອກາດສຳ

            ຫລັບໂກງ= ຄົນເຮົາວ່າຈະເປັນຄົນສຳຄັນປານໃດ ຍ່ອມຕ້ອງອາສັຍກຳລັງຜູ້ອື່ນ ໃນກິຈກາຣບາງຢ່າງ ຈຶ່ງມີສຸພາສິຕໂບຮານກ່າວໃວ້ວ່າ- ປ່າເພິ່ງ

            ເສືອ ເຮືອເພິ່ງພາຍ ນາຍເພິ່ງບ່າວ ເຈົ້າເພິ່ງຂ້າ=ເມື່ອຄວາມຈຳເປັນມີຢູ່ເຊັ່ນນີ້ແລ້ວ ຈຶ່ງຕ້ອງຄຳນຶງເບິ່ງວ່າ ຈະເຮັດຢ່າງໃດ ຈຶ່ງຈະໄດ້ໃຊ້ກຳລັງຂອງ

            ຜູ້ອື່ນນັ້ນ ໂດຍຄວາມເຕັມໃຈຂອງເຂົ້າ? ວິທີທີ່ບຸກຄົນເລືອກໃຊ້ນັ້ນ ຍ່ອມມີຕ່າງໆກັນ ແລ້ວແຕ່ສະຕິຂອງຕົນ ແລະຜູ້ທີ່ຕ້ອງກາຣຈະອາສັຍກຳລັງ-

            ຖ້າເປັນຜູ້ທີ່ມີຊັບ ກໍ່ຈຳໜ່າຽຊັບເປັນສິນຈ້າງ ຫຼືເປັນສິນບົນ ຫຼືເປັນເຄື່ອງລໍ້ໃຈ ຫຼືເປັນຂອງກຳລັງ ສຸດທ້າຍແຕ່ລັກສະນະແຫ່ງບຸກຄົນ ທີ່ຕ້ອງກາຣ

            ກຳລັງ= ຖ້າເປັນຜູ້ມີອຳນາຈ ແລະເປັນຄົນທີ່ໂງ່ໜ່ອຍ ກໍ່ໃຊ້ແຕ່ອຳນາຈ ແລະອາຍາບັງຄັບຜູ້ນ້ອຍໃຫ້ຕາມໃຈຕົນ ແຕ່ຖ້າສລາດໜ່ອຍກໍ່ໃຊ້ຍໍ ຫຼືລໍ່

            ດ້ວຍເປີດຫົນທາງ ໃຫ້ໄດ້ຮັບຜົນປະໂຍດພິເສສ= ຖ້າເປັນຜູ້ທີ່ຖືຕົນວ່າ ມີສະຕິປັນຍາຫລອກລວງ ໂດຍອາກາຣຕ່າງໆນີ້ ຄືບຸກຄົນຈຳພວກທີ່ເອີ້ນ

            ຕົນວ່າ ນັກຮູ້ກາຣເມືອງ (ໂປລິຕິກ) ຊຶ່ງມັກໃຊ້ວາຈາ ແລະໂວຫາຣລວງໃຫ້ຕາຍໃຈແລ້ວ ຈຶ່ງຈະໃຊ້ຜູ້ອື່ນເປັນເຄື່ອງມື ຫຼືລົງສຸດກໍ່ເຕັ້ຽ= ຖ້າເປັນຜູ້

            ນ້ອຍບໍ່ມີຊັບ ແລະອ່ອນໃນຄວາມສາມາຖ ແລະຕ້ອງກາຣກຳລັງຊ່ອຍເຫລືອ ຂອງຜູ້ໃຫ່ຽກໍ່ມັກໃຊ້ວິທີສໍພໍ ຊຶ່ງຕາມສມັຍໃໝ່ ມັກໃຊ້ເອີ້ນກັນວ່າ-

            ປ.ຈ- ແຕ່ຊຶ່ງແທ້ຈິງບໍ່ຕົງຊັບເລີຍ ເພາະກາຣປະຈົບ ອາດຈະກະທຳໄດ້ ໂດຍຄວາມຕັ້ງໃຈຊື່ຕົງ ຄືຕັ້ງໃຈພຽງສແດງຄວາມອ່ອນນ້ອມ ຢູ່ໃຈຖ້ອຍຄຳ

            ຫຼືໃຫ້ໃຊ້ສອຍ ເພາະຄວາມພັກດີສັນເຂົ້າກັບເຈົ້າບ່າວກັບນາຍ ບຸດກັບບິດາມາຣດາ ຫຼືລູກສິດກັບຄຣູ ດັ່ງນີ້ ຈະປັບເອົາເປັນຄວາມຊົ່ວຮ້າຍຢ່າງໃດ

            ເປັນຂອງທັມດາຕ່າງຫາກ ແຕ່ສ່ວນກາຣ ສໍ.ພໍ ນັ້ນ ມີຄວາມມຸ່ງໝາຽຊົ່ວເປັນເພື້ອນຢູ່ ຄືຮູ້ແລ້ວວ່າ ຄວາມສາມາຖຂອງຕົນຍ່ອມເຍົາ ຈຶ່ງເອົາ

            ປາກຫວານເຂົ້າແທນ ເພື່ອຊ່ອຍພາຕົນໄປສູ່ທີ່ ຊຶ່ງຕົນບໍ່ອາດໄປເຖິງໄດ້ ໂດຍອາສັຍຄວາມສາມາຖຂອງຕົນໂດຍລຳພັງ ເມື່ອຄວາມຈິງເປັນຢູ່ເຊັ່ນ

            ນີ້ແລ້ວ ຜູ້ທີ່ໄດ້ດີເພາະ ສໍ.ພໍ ນັ້ນ ຈະໄດ້ດີຢັ່ງຢືນຢູ່ກໍບໍ່ໄດ້ ເພາະເມື່ອຄວາມສາມາຖບໍ່ພໍແກ່ໜ້າທີ່ແລ້ວ ກໍ່ຄົງຈະທຳກາຣໄປບໍ່ຕລອດເປັນແນ່ແທ້

            ສ່ວນຜູ້ທີ່ມັກຕິຕຽນຄົນ ສໍ.ພໍ ນັ້ນ ບາງຄົນກໍ່ບົ່ນ ເພາະຄວາມກຽດຊັງຄົນທີ່ບໍ່ຊື່ຕົງຈິງໆ ແຕ່ຖ້າຄຳບົ່ນນັ້ນ ມີຢູ່ວ່າ ເຮົາເອງມັນສູ້ເຂົ້າບໍ່ໄດ້ ເພາະ

            ເຮົາບໍ່ຮູ້ຈັກ ປ.ຈ ເຊັ່ນນີ້ໃຊ້ ຕ້ອງເຂົ້າໃຈໄດ້ທີດຽວວ່າບົ່ນເພາະຄວາມຣິສຍາ ແລະຖ້າຕ້ອງຣິສຍາແລ້ວ ກໍ່ແປວ່າ ຂາດຄວາມເຊື່ອຖືໃນຄວາມສາມາຖ

            ຂອງຕົນເອງເສັຽແລ້ວ ຈຶ່ງຮູ້ສຶກຕົນວ່າແພ້ປຽບຄົນ ສໍ.ພໍ  ຊຶ່ງດີແຕ່ເວົ້າເທົ້ານັ້ນ ກໍ່ເປັນອັນວ່າ ຕົນເອງກໍ່ຄົງດີແຕ່ເວົ້າເທົ້ານັ້ນເໝືອນກັນ ແລະທີ່

            ແຄ້ນເຄືອງກໍ່ເພາະຕົນເອງ ບໍ່ມີໂອກາດທີ່ຈະ ສໍ.ພໍ ໄດ້ແນ່ເທົ້ານັ້ນ ຜູ້ທີ່ມີຄວາມສາມາຖຈິງ ເປັນຄົນດີຈິງຢ່າງບໍຣິບູນຢູ່ແລ້ວ ບໍ່ຕ້ອງວິຕົກຢ່າງໃດໆ

            ກໍ່ຄົງຕ້ອງມີຜູ້ແນມເຫັນຄວາມດີ ເພາະສະນັ້ນ ກາຣບົ່ນອິດສາຣິສຍາ ພວກ ສໍ.ພໍ ກໍ່ບໍ່ເປັນກາຣຈຳເປັນອັນໃດເລີຍ= ທີ່ຈິງ ຫົນທາງດີທີ່ສຸດ ທີ່ຈະ

            ດຳເນີນໄປ ເພື່ອໃຫ້ເປັນທີ່ນິຍົມແຫ່ງຄົນທັງຫລາຍ ມີຢູ່ ຄືຄວາມປະພຶຖຊື່ຕົງຕໍ່ຄົນທົ່ວໄປ- ຮັກສາຕົນໃຫ້ເປັນຄົນ ຄວນເຂົ້າທັງຫລາຍຈະເຊື່ອຖືໄດ້

            ໂດຍຮັກສາວາຈາສັຕ ເວົ້າອັນໃດໃຫ້ເປັນໝັ້ນ ບໍ່ຫຽນຫັນປ່ຽນແປງຄຳເວົ້າ ໄປເພື່ອຄວາມສະດວກສະເພາະຄັ້ງ(1)ຄາວ(1) ບໍ່ຄິດເອົາປຽບໃຜ ໂດຍ

            ອາກາຣອັນເຂົາຈະຂັນແຂງບໍ່ໄດ້ ບໍ່ຍົກຕົນຂົ່ມທ່ານ ບໍ່ຫາດີໃສ່ຕົວຫາຊົ່ວໃສ່ເຂົາ ເມື່ອຜູ້ໃດມີໄມຕຣີຕອບຕໍ່ ກໍ່ຕອບແທນດ້ວຍໄມຕຣີ ໂດຍສມໍ່າ

            ສເມີ ບໍ່ໃຊ້ຄວາມຮັກໃຄ່ໄມຕຣີ ຊຶ່ງຜູ້ອື່ນມີແກ່ເຮົານັ້ນ ເພື່ອເປັນເຄື່ອງປະຫາຣເຂົາເອງຫຼືໃຜໆ ທັງສິ້ນ= ຄວາມປະພຶຖຊື່ຕົງ ຕໍ່ຄົນທົ່ວໄປເຊັ່ນນີ້

            ປາຖນາທຸກຊາຕທຸກພາສາ ຍ່ອມຍົກຍ້ອງວ່າ ເປັນຄຸນວິເສສອີກອັນ(1) ຊຶ່ງເປັນລັກສະນະ ແຫ່ງຜູ້ເປັນໃຫ່ຽແທ້ຈິງ ແລະເຖິງຜູ້ທີ່ຍັງຢູ່ໃນຕຳແໜ່ງ

            ຜູ້ນ້ອຍ ຖ້າປະພຶຖໄດ້ເຊັ່ນນີ້ ກໍ່ຍ່ອມຈະເປັນສີແກ່ຕົນ ເຮັດໃຫ້ຄົນນິຍົມຮັກໃຄ່ ແລະໃຫ້ຜູ້ໃຫ່ຽເມດຕາກະຣຸນາເປັນຫລາຍເໝືອນກັນ =

 

                  ຫລັກຣາຊກາຣ ຂໍ້: (7) ຄວາມຮູ້ຈັກນິສັຍຄົນ

            ຂໍ້ນີ້ເປັນຂໍ້ສຳຄັນ ສຳຫລັບຜູ້ທີ່ມີໜ້າທີ່ ຈະຕ້ອງປະຕິບັຕກິຈກາຣ ຕິດຕໍ່ກັບຜູ້ອື່ນ ບໍ່ວ່າຈະເປັນຜູ້ໃຫ່ຽຫຼືຜູ້ນ້ອຍ=ຖ້າເປັນຜູ້ນ້ອຍ ເປັນໜ້າທີ່ຈະ

            ຕ້ອງສຶກສາ ແລະສັງເກຕໃຫ້ຮູ້ນິສັຍຂອງຜູ້ໃຫ່ຽ ຊຶ່ງເປັນຜູ້ບັງຄັບບັນຊາຂອງຕົນ- ຕ້ອງຮູ້ວ່າຄວາມຄິດເຫັນເປັນຢ່າງໃດ ມັກເຮັດກາຣງານຢ່າງ

            ໃດ ມັກຫຼືຊັງອັນໃດ ເມື່ອຮູ້ແລ້ວກໍ່ອາດທີ່ຈະວາງຄວາມປະພຶຖແລະທາງກາຣງານຂອງຕົນເອງ ໃຫ້ຕ້ອງຕາມອັທຍາສັຍ ຂອງຜູ້ໃຫ່ຽນັ້ນໄດ້ທີ່ແນ່

            ນຳເຊັ່ນນີ້ບໍ່ໃຊ້ ແປວ່າ ໃຫ້ ສໍ.ພໍ ເປັນແຕ່ໃຫ້ຜ່ອນຜັນ ໃຫ້ເປັນກາຣສະດວກທີ່ສຸດ ແກ່ກາຣເທົ້ານັ້ນ ກາຣທີ່ ສໍ.ພໍ ນັ້ນ ບໍ່ຈຳເປັນເລີຍ ແຕ່ກາຣທີ່

            ຈະອວດດີກະດ້າງກະເດື່ອງ ເພື່ອສແດງຄວາມສລາດ ຫຼືສາມາຖຂອງຕົນເອງ ກໍ່ບໍ່ຈຳເປັນເໝືອນກັນ ແລະຫາໃຊ້ຫົນທາງທີ່ປຣາຊສັນຣະເສີນ ບໍ່

            ຕົງກັນຂ້າມປຣາຊຍ່ອມສັນຣະເສີນ ຜູ້ທີ່ຮູ້ຈັກຈຽມຕົວ ຈຶງໄດ້ຈັດເອົາ-ມ ທ ວ- ເຂົ້າໃວ້ເປັນທັມອັນ(1) ໃນທັມທັງ(10)ຊຶ່ງພຣະເຈົ້າແຜ່ນດິນຈະຊົງ

            ປະຕິບັຕເປັນນິຕ ຜູ້ທີ່ຮູ້ຈັກອ່ອນນ້ອມ ຍ່ອມເປັນທີ່ຮັກໃຄ່ ແລະເມດຕາແຫ່ງຜູ້ໃຫ່ຽ ແລະຖ້າປະພຶຖຕົນເປັນຄົນອ່ອນນ້ອມຢູ່ ໂດຍປົກຕິແລ້ວ

            ເຖິງວ່າຈະເວົ້າຈາທັກທ້ວງຜູ້ໃຫ່ຽແນ່ ໃນທາງທີ່ຖືກ ຜູ້ໃຫ່ຽກໍ່ຮ້າຍບໍ່ໄດ້ເລີຍ= ຖ້າຕົນເປັນຜູ້ໃຫ່ຽມີໜ້າທີ່ເປັນຜູ້ບັງຄັບບັນຊາຄົນຫລາຍໆ ກາຣຮູ້

            ຈັກນິສັຍຄົນ ກໍ່ຍິ່ງເປັນກາຣຈຳເປັນຍິ່ງຂຶ້ນ ເພາະຄົນເຮົາບໍ່ແມ່ນຝູງແບ້ຝູງແກະ ຊຶ່ງຈະຕ້ອນໄປໄດ້ ໂດຍໃຊ້ຮຸຍໆ ຮ່ອງໆ ຫຼືເອົາໄມ້ໄລ່ຕີ ບາງຄົນກໍ່

            ມັກຂູ່ ບາງຄົນກໍ່ມັກປອບໃຈ ເພາະສະນັ້ນຈະໃຊ້ແຕ່ຂູ່ຢ່າງດຽວ ຫຼືຍ້ອງຍໍຢ່າງດຽວກະບໍ່ໄດ້- ນິສັຍຂອງຄົນຕ່າງຊາຕ ກໍ່ມີຕ່າງກັນ ເພາະສະນັ້ນ ຈະ

            ໃຊ້ບັງຄັບບັນຊາ ດ້ວຍແຜນຢ່າງດຽວກັນເບິດຫາເໝາະບໍ່- ຄົນສມັຍໃໝ່ມັກຫລົງໃນຂໍ້ນີ້ ຢູ່ເປັນຫລວງຫລາຍ ແລະມັກພໍໃຈເອົາແບບຢ່າງຂອງ

            ຕ່າງປະເທສມາໃຊ້ ໃນກາຣບັງຄັບບັນຊາຄົນລາວ ຕາມທີ່ເປັນມາແລ້ວແລະຍັງເປັນຢູ່ ເປັນຫລວງຫລາຍ-ຂ້າງຝ່າຍທະຫາຣ ມັກອ່ຽງໄປຂ້າງແບບ

            ເຢີຣະມັນ ຄືຄິດຈະເອົາແຕ່ອຳນາຈບັງຄັບຕະບົມໄປ ເພາະຄູທະຫາຣບົກເປັນເຢີຣະມັນ ແຕ່ຄົນລາວເຮົາມີນິສັຍຜິດກັບຄົນເຢີຣະມັນ ຈຶ່ງບໍ່ມັກ

            ກາຣຖືກບັງຄັບຢ່າງນັ້ນ ມັກໃຫ້ເອົາໃຈແນ່ ເວົ້າກັນດີໆ ແນ່ ບໍ່ຕ້ອງເບິ່ງອື່ນເບິ່ງໄກ ເບິ່ງບ່າວໃນບ້ານກໍ່ພໍແລ້ວ ບ່າວລາວໆເຮົາ ຮູ້ສຶກຕົນວ່າເປັນ

            ເພື້ອນກັບນາຍ ຫລາຍກ່ວາບ່າວຝຣັ່ງເປັນຫລວງຫລາຍ ເພາະສະນັ້ນ ຈຶ່ງຫາຄົນລາວຍອມເປັນລູກຈ້າງຝຣັ່ງໄດ້ຍາກ ກໍ່ແຕ່ບ່າວໃນບ້ານຍັງເປັນ

            ຕົວເກືອບເທົ້ານາຍເສັຽແລ້ວ ສະນີ້ພົລທະຫາຣຫຼືຈະຍອມເຫັນຕົວຊົ່ວກ່ວານາຍທະຫາຣ ຖ້າຈະວ່າໄປດ້ວຍຊາຕກຳເນີດ ນາຍທະຫາຣຫລາຍຄົນ

            ກໍ່ບໍ່ໄດ້ມີຕະກຸລສູງກ່ວາພົລທະຫາຣເລີຍ ທີ່ດີກ່ວາກໍ່ແຕ່ໃນສ່ວນວິຊາ ຊຶ່ງໄດ້ຮຽນຮູ້ຫລາຍກ່ວາກັນເທົ້ານັ້ນ ຄວາມຮູ້ສຶກເຊັ່ນນີ້ ຍ່ອມມີຢູ່ເປັນແນ່

            ນອນໃນໃຈແຫ່ງຄົນລາວ ໂດຍມາກ ສົມດ້ວຍພຣະຣາຊນິພົນ ພຣະບາຕສົມເດັດພຣະເຈົ້າມະຫາຊີວິດ ຊຶ່ງໄດ້ຊົງໃວ້ເປັນຄຳໂຄງວ່າ-ຝູງຄົນກຳ

            ເນີດ-ຄ້າຍຄືກັນ -ໃຫ່ຽຍ່ອມເພຕຜິວພັນ -ຄວາມຮູ້ອາດຮຽນທັນກັນເບິດ -ຍົກແຕ່ຊົ່ວດີກະດ້າງ ອ່ອນແກ່ເຖົ້າໃຫວ ຯ =ເມື່ອຄວາມຈິງເປັນຢູ່

            ເຊັ່ນນີ້ ທາງທີ່ດີທີ່ສຸດ ທີ່ຜູ້ບັງຄັບບັນຊາທະຫາຣ ຈະເຮັດໄດ້ຄື ຕ້ອງສແດງຕົນເປັນເພື້ອນທະຫາຣ ມີໜ້າທີ່ຈະຕ້ອງເຮັດຣາຊກາຣ ອາສັຍຊຶ່ງກັນ

            ແລະກັນ ຕ່າງກັນດ້ວຍຕຳແໜ່ງໜ້າທີ່ ຄືໜ້າທີ່ນາຍທະຫາຣ ຈະຕ້ອງໃຊ້ວິຊາຄວາມຮູ້ ເພື່ອນຳພົລໄປສູ່ທີ່ຊັຍຊນະ ເມື່ອຕ້ອງອາສັຍຊຶ່ງກັນແລະ

            ກັນຢູ່ເຊັ່ນນີ້ ກາຣທີ່ຈະໃຫ້ມີຂໍ້ບາຕໝາງ ຫຼືກຽດຊັງຊຶ່ງກັນແລະກັນ ຫາຄວນບໍ= ແຕ່ກາຣທີ່ຈະໃຊ້ຄວາມອະລຸ້ມຈົ່ນເກີນໄປ ຕາມໃຈຜູ້ນ້ອຍທຸກ

            ປະກາຣໄປ ກໍ່ໃຊ້ບໍ່ໄດ້ເໝືອນກັນ ຜູ້ທີ່ໃຊ້ຄວາມອະລຸ້ມມັກເຂົ້າໃຈວ່າ ຖ້າເຮັດເຊັ່ນນັ້ນ ຄົນຈະຮັກໃຜຫລາຍ ແທ້ຈິງກັບກາຽເປັນ ເຮັດໃຫ້ຄົນດູ

            ຖູກແລະບໍ່ຢຳເກັງ ແລະເມື່ອເຖິງເວລາທີ່ຈະບັງຄັບຈິງໆຈັງໆ ແລ້ວ ບາງທີກໍ່ເລີຍບັງຄັບບໍ່ໄດ້=( ກາຣອະລຸ້ມມີຢູ່ໃນໝູ່ພົລເມືອງຫລາຍກ່ວານາຍ

            ທະຫາຣ)= ເພາະໃນທາງພົລເມືອງໄດ້ ອັງກິຖເປັນຄູເປັນເພື້ອນ ແລະວິທີບັງຄັບບັນຊາກາຣພົລເມືອງຂອງອັງກິຖ ເຂົາໃຊ້ວິທີຕາມໃຈຜູ້ນ້ອຍ

            ຫລາຍຢູ່- ແຕ່ທີ່ຈິງຂອງເຮົາ ອອກຈະຕາມໃຈເກີນຄູໄປເສັຽອີກ ຈົນກາຣງານອັນໃດໆ ແທບຈະສຳເຣັຈເດັດຂາດຢູ່ທີ່ຜູ້ນ້ອຍທັງສິ້ນ ຜູ້ໃຫ່ຽຢູ່

            ຂ້າງຈະເກັງໃຈຜູ້ນ້ອຍຫລາຍ ຄອຍແຕ່ຈະເງີຍຫູຟັງ ຜູ້ນ້ອຍຢູ່ສເມີ= ຂໍ້ນີ້ເອງເຮັດໃຫ້ຜູ້ນ້ອຍໄດ້ໃຈ ເມື່ອຜູ້ໃຫ່ຽສັ່ງຫຼືວາງກາຣອັນໃດ ທີ່ບໍ່ພໍໃຈ

            ແລ້ວ ກໍ່ມັກງິນທາວ່າໃຫ້ ຫຼືຮ້າຍກ່ວານັ້ນ ຂຽນໜັງສື-ຄໍເຣັສປອນເດັນ- ສົ່ງໄປລົງພິມວ່າໃຫ້ໃນໜັງສືພິມ ຫຼືຢ່າງໃວທີ່ສຸດ ຖິ້ມບັຕສົນເທ່ວ່າໃຫ້

            ຄືໆ ເຫລົ່ານີ້ ລ້ວນເປັນຂອງທີ່ເສັຽວິນັຍ ແລະແບບແຜນຣາຊກາຣທັງສິ້ນ ແລະເສື່ອມເສັຽອຳນາຈ ແລະກຽດຍົດຂອງຣາຊກາຣ- ເປີດຊອ່ງໃຫ້

            ຜູ້ອື່ນເຍີ້ຍຫຍັນຫຼືດູທູກໄດ້ ທັງເຮັດໃຫ້ເຂົາຕິຕຽນໄດ້ວ່າ ລາວເຮົາຊ່າງບໍ່ມີຄວາມປອງດອງ ໃນໝູ່ກັນເອງເສັຽເລີຍ=(ກາຣທີ່ຂ້າຣາຊກາຣພົລເມືອງ

            ຊັ້ນຜູ້ນ້ອຍ)= ລະເລິງໃຈ ເຂົ້າໃຈໜ້າທີ່ຂອງຕົນຜິດໄປໄດ້ເຖິງປານນີ້ ກໍ່ເພາະຜູ້ໃຫ່ຽໄດ້ໃຊ້ວິທີອະລຸ້ມໄປນັ້ນ ມາເສັຽຊ້ານານແລ້ວ ຖ້າໄດ້ໃຊ້ກາຣ

            ຮັກສາວິນັຍເສັຽແນ່ ຕັ້ງແຕ່ແລກແລ້ວ ກໍ່ຈະບໍ່ເປັນໄປໄດ້ເຖິງພຽງນີ້ ນີ້ໄດ້ໄປຖືເອົາທັມນຽມຂອງອັງກິຖ ຊຶ່ງເໝາະແກ່ນິສັຍອັງກິຖມາໃຊ້ກັບ

            ຄົນລາວ ຊຶ່ງບໍ່ເໝາະກັບນິສັຍຄົນລາວ ຈຶ່ງໄດ້ບໍ່ຮຽບຮ້ອຍ- ກາຣຍອມໃຫ້ຄົນຕ່າງຄົນມີຄວາມເຫັນສ່ວນຕົວໄດ້ນັ້ນ ເໝາະສຳຫລັບນິສັຍອັງກິຖ

            ເພາະເຂົາເປັນຜູ້ຮູ້ຈັກກາຣເທສະ ດັ່ງຈະສແດງໃຫ້ເຫັນປຣາກົຖໄດ້ ຄືໃນຄນະ ເມື່ອບ້ານເມືອງເຂົາສງົບເສິກ ເຂົາແບ່ງເປັນ-5-ຄນະ ຕ່າງຝ່າຍ

            ຕ່າງໂທສ ແລະວ່າກັນຕ່າງໆ ແຕ່ພໍເມື່ອເກີດສົງຄ໌ຄາມຂຶ້ນມາແລ້ວ ສິເຂົາຖິ້ມຄວາມແກ່ງແຍ່ງກັນໄດ້ໝົດຣາວປລິດຖິ້ມ ໃນເວລານີ້ບໍ່ມີກົ໊ກບໍ່

            ມີຄນະ ມີແຕ່ຊາຕອັງກິຖ ຊຶ່ງຄິດຕົງກັນໝົດ ສ່ວນລາວເຮົາມີນິສັຍກັບອັງກິຖ ຄິດເຫັນບໍ່ໄດ້ຢ່າງກັນ ແລະເຂົ້າໃຈບໍ່ໄດ້ວ່າ ກາຣທີ່ຖົກຖຽງກັນ

            ນັ້ນ ເຂົ້າກະທຳແຕ່ເມື່ອເປັນເວລາວ້າງ ເຂົ້າໃຈວ່າ ເມື່ອຍອມໃຫ້ແບ່ງກັນເປັນພວກແລ້ວ ກໍ່ແປວ່າ ເປັນອັນແບ່ງກັນຢູ່ເຊັ່ນນັ້ນຕລອດເວລາ

            ແລະເຖິງແມ່ນຊາຕລາວເຮົາຈະເຖິງທີ່ຄັບແຄບປານໃດ ກໍ່ຄົງຈະຍັງອະນຸຍາດໃຫ້ລາວຕໍ່ລາວ ປາດຄໍກັນໄດ້ຕາມອຳເພີໃຈບຸກຄົນທັງສິ້ນ ເມື່ອ

            ຄວາມເຂົ້າໃຈມີໄດ້ເຊັ່ນນີ້ແລ້ວ ກໍ່ເປັນເຄື່ອງສແດງໃຫ້ແນມເຫັນຊັດຢູ່ວ່າ ກາຣຄາດຄະເນນິສັຍຄົນຜິດ ອາດທີ່ຈະໃຫ້ຜົນຮ້າຍໄດ້ເປັນອັນມາກ

            =( ເຫຕຸສະນີ້ ຫວັງໃຈວ່າ)ຕໍ່ໄປເບື້ອງໜ້າ ຜູ້ທີ່ມີໜ້າທີ່ບັງຄັບບັນຊາ ທັງຝ່າຍທະຫາຣແລະພົລເມືອງ ຈະເອົາໃຈໃສ່ໃນທາງສັງເກຕ ແລະຮູ້ຈັກນິ

            ສັຍຄົນດີຍິ່ງຂຶ້ນກ່ວາທີ່ເປັນມາແລ້ວ ເພາະເວລານີ້ ເຖິງເວລາແລ້ວ ທີ່ຈະຮູ້ສຶກໂດຍທົ່ວກັນວ່າ ເມືອຕົກຢູ່ໃນທີ່ລຳບາກຍາກຍິ່ງກ່ວາແຕ່ກ່ອນ

            ເປັນອັນມາກ ຈະປ່ອຍຕາມບຸນຕາມກັມ ໄປເຊັ່ນແຕ່ກ່ອນຫາໄດ້ບໍ່ =

 

                 ຫລັກຣາຊກາຣ ຂໍ້: ( 8 ) ຄວາມຮູ້ຈັກຜ່ອນຜັນ

             ອັນຂໍ້ນີ້ເປັນຂໍ້ສຳຄັນອັນ(1)ຊຶ່ງປະຕິບັຕໃຫ້ເໝາະສົມໄດ້ຍາກກ່ວາທີ່ຄາດໝາຽ ເພາະສະນັ້ນ ຈຶ່ງມີຜູ້ປະຕິບັຕໃຫ້ດີແທ້ໆ ໄດ້ນ້ອຍຄົນ ໂດຍສ່ວນ

             ຫລາຍ ທີ່ມີໜ້າທີ່ບັງຄັບບັນຊາຄົນ ທັງຝ່າຍທະຫາຣແລະພົລເມືອງ ມັກເຂົ້າໃຈຄຳວ່າ ຜ່ອນຜັນນີ້ ຜິດກັນຢູ່ເປັນ(2)ຈຳພວກ ຄືຈຳພວກ 1

             ເຫັນວ່າກາຣຜ່ອນຜັນເປັນສິ່ງ ຊຶ່ງຈະເຮັດໃຫ້ເສັຽຣະບຽບທາງກາຣໄປ ຈຶ່ງບໍ່ຍອມຜ່ອນຜັນເລີຍ- ແລະແປຄຳຜ່ອນຜັນວ່າ- ເຫລັວໄຫລ ເສັຽ

             ທີດຽວ ອີກຈຳນວນ 1 ເຫັນວ່າກາຣໃດໆ ທັງປວງ ຈະຄິດເຖິງຄວາມສະດວກແກ່ຕົວເອງ ແລະບຸກຄົນໃນບັງຄັບບັນຊາຂອງຕົນເປັນທີ່ຕັ້ງ ຈຶ່ງ

             ຍອມຜ່ອນຜັນໄປເສັຽທຸກຢ່າງ ຈົ່ນເສັຽທັງວິນັຍທັງແບບແຜນ ແລະຫລັກຂອງກາຣທີ່ດຽວກໍ່ມີ 2 ຈຳພວກເຂົ້າໃຈຜິດທັງ 2 ຈຳພວກ=( ຈຳ

             ພວກ 1 ຊຶ່ງອ້າງຕົນວ່າ ເປັນຄົນເຄັ່ງໃນທາງຮັກສາຣະບຽບແບບແຜນນັ້ນ ແທ້ຈິງ ຖ້າໄຕ່ຕອງເບິ່ງຈັກໜ່ອຍ ຕ້ອງແນມເຫັນໄດ້ວ່າ ທີ່ຈະບໍ່

             ຜ່ອນຜັນເສັຽເລີຍນັ້ນ ບາງຄາວອາດຈະເຮັດໃຫ້ຕົນໄດ້ຜົນຫຍ່ອນໄປ ຫຼືເຖິງແກ່ເສັຽກາຣທີດຽວກໍ່ໄດ້ ກາຣທີ່ເຮົາຕັ້ງສັດ ປະພິນຍາໃວ້ວ່າ ຈະ

             ຍ່າງໄປຊື່ສເມີ ບໍ່ລ້ຽວເລີຍນັ້ນ ທີ່ຈິງຄວາມຕັ້ງໃຈຂອງເຮົາກໍ່ດີ ແຕ່ເພາະເຮົາບໍ່ຍອມຜ່ອນຜັນເລີຍ ພໍເຮົາຍ່າງໄປພໍ້ຕົ້ນຕານ ຂວາງຢູ່ກາງ

             ທາງແລະຕົ້ນຕານມັນກໍ່ບໍ່ດີກທາງໃຫ້ເຮົາ ເຮົາກໍປີນຂຶ້ນໄປຈົ່ນຕ້ອງເປັນລິງຢູ່ ແລະໃນທີ່ສຸດກ່ອນຈະລົງໄດ້ ກໍເປັນເຫຕຸໃຫ້ຄັວນຊ້າງຕ້ອງ

             ເສັຽຊ້າງໄປຕົວ 1 ແລະຄົນຫົວລ້ານຕ້ອງການເຖິງ 4 ຄົນ ເພາະຕາເຖັນວ່າເຮົາດື້ ບໍ່ຍອມຫລີກຕົ້ນຕານດຽວບໍ່ແມ່ນຫຼື? ກາຣທີ່ເຮົາຈະຫລີກ

             ຕົ້ນຕານໄປຕົ້ນດຽວເທົ້ານັ້ນ ບໍ່ເຫັນຈະເປັນກາຣເສັຽຫາຽຫລາຍອັນໃດເລີຍ ເພາະຖ້າຍັງຄົງປຣາຖນາ ຈະຍ່າງຊື່ໄປອີກກໍຍັງໄປໄດ້ ກາຣທີ່ເຮົາ

             ບໍ່ຍອມຫລີກຈຶ່ງຕ້ອງຕັດສິນວ່າ ເຮົາດື້ບໍ່ເປັນເຣື້ອງເລີຍ ເຣື້ອງນິທານເຖັນຕົງນີ້ເປັນຕົວຢ່າງອັນດີ ແຫ່ງຜູ້ທີ່ບໍ່ຍອມຜ່ອນຜັນແລະຄວນຄົນ

             ທີ່ອວດຕົນຢູ່ວ່າ ເປັນຜູ້ຖືຣະບຽບເຄັ່ງນັ້ນ ຈະກຳໜົດຈົດຈຳໃສ່ໃຈໃວ້ແນ່ຈະດີກ່ວາ=( ຫຼືວ່າຈະເຫັນເຣື້ອງນິທານເຖັນ ທີ່ເປັນເຣື້ອງທີ່ເຂົາແຕ່ງ

             ເລັ່ນຈະບໍ່ພໍໃຈຖືເອົາເປັນຢ່າງ ກໍຕ້ອງໃຫ້ລອງນຶກເບິ່ງເຖິງທາງກາຣງານຈິງໆແນ່ກໍໄດ້ ເຊັ່ນໃນຕຳຣາຍຸດທະວິທີກຳໜົດໃວ້ວ່າ ໃນເວລາທີ່ຍົກ

             ເຂົ້າໂຈມຕີຂ້າເສິກໃຫ້ແນວຣົບຂຍາຍແຖວ ຣະຍະຫ່າງຈາກກັນເທົ່ານັ້ນໆ ກໍຖ້າຕ່າງວ່າທີ່ໝັ້ນບໍ່ມີພໍຈະຂຍາຍ ຫຼືຖ້າຂຍາຍແລ້ວ ຈະບໍ່ມີທີ່ກຳ

             ບັງຕົວທະຫາຣ ຈະບໍ່ຜ່ອນຜັນແນ່ ທະຫາຣບໍຖືກປືນຕາຍເປົ່າເບິດຫຼື? ຂ້າງຝ່າຍຈຳພວກທີ 2 ຊຶ່ງເຫັນຄວາມຜ່ອນຜັນ ເປັນຂອງສຳຄັນຍິ່ງ

             ກ່ວາສິ່ງອືນນັ້ນ ກໍ່ເໝືອນຄົນຊື້ມ້າໃນນິທານ ເອສປົກຣະຍັມ ຊຶ່ງເຫລົ່າເຣື້ອງໃວ້ວ່າ ມີຊາຍຜູ້ 1 ໄປຊື້ມ້າໄດ້ແລ້ວ ກໍໃຫ້ລູກຊາຍຂຶ້ນຂີ່ມ້າ ຍ່າງໄປ

             ໄດ້ພໍ້ຄົນຍ່າງສວນທາງໄປ ເຂົາເວົ້າກັນວ່າ ເບິ່ງແນ່ເດັກອອກໂຕແລ້ວຂຶ້ນໄປຂີ່ມ້າ ປະໃຫ້ພໍ່ຕ້ອງຍ່າງເໝື່ອຍຢູ່ໄດ້ ພໍພໍ່ໄດ້ງິນກໍໄລ່ໃຫ້ລູກລົງ

             ໄປ ແລ້ວຕົວເອງກໍ່ຂຶ້ນຂີ່ມ້າ ພໍພໍ້ຄົນສວນໄປອີກ ເຂົາເວົ້າກັນວ່າ ເບິ່ງແນ່ ອີຕາອັນນັ້ນໃຈດຳແທ້ໆ ປະໃຫ້ເດັກຍ່າງໄປໄດ້ ເຂົາຂີ່ມ້າເສັຽຄົນດຽວ

             ພໍ່ກໍເອີ້ນໃຫ້ລູກຂຶ້ນໄປຂີ່ມ້ານຳ ຈົ່ນພໍ້ຄົນຍ່າງສວນໄປອີກ ເຂົາເວົ້າກັນວ່າ ເບິ່ງແນ່ ຄົນອີຫຍັງບໍ່ຮູ້ ຊ່າງບໍ່ຮູ້ຈັກກະຣຸນາແກ່ສັດເລີຍ ມ້າຕົວນ້ອຍ

             ດຽວ ດັນຂຶ້ນໄປຂີ່ຢູ່ເປັນ 2 ຄົນ ທັງພໍ່ທັງລູກເລີຍລົງມາຈາກຫລັງມ້າ ຊ່ອຍກັນຫາມມ້າເມືອບ້ານ ພໍເຖິງບ້ານຄົນເຂົາຫົວຂັວນກັນຂຶ້ນ ຮ້ອງ

             ວ່າ ແນມເບິ່ງແນ່ພວກບ້າຄູ່ນີ້ ສິເອົາມ້າເປັນນາຽ- ເຣື້ອງນີ້ພໍຈະເປັນເຄື່ອງສແດງໃຫ້ເຫັນວ່າ ກາຣຜ່ອນຜັນຕະບັນໄປນັ້ນ ບໍ່ມີຜົນດີອັນໃດ

             ແລະໃນທີ່ສຸດກໍ່ມີແຕ່ຈະຖືກເຂົາຫົວເຣາະເຍາະເຍີຍໃຫ້ເທົ້ານັ້ນ =

 

                 ຫລັກຣາຊກາຣ ຂໍ້: (9) ຄວາມມີຫລັກຖານ

            ຂໍ້ນີ້ເປັນຂໍ້ຊຶ່ງບໍ່ໜ້າຈະເຂົ້າໃຈຍາກ ແຕ່ເບິ່ງແລ້ວກໍມີຄົນເຂົ້າໃຈນ້ອຍ ຫຼືຈະເປັນເພາະບໍ່ຄ່ອຍຈະໄດ້ສົນໃຈໄຕ່ຕອງຫຍັງເລີຍ ກໍອາດຈະເປັນໄດ້

            ແທ້ຈິງ ຄວາມຫລັກຖານ ເປັນຄຸນວິເສດອັນ 1 ຊຶ່ງຈະເປັນເຄື່ອງຊ່ອຍບຸກຄົນ ໃຫ້ໄດ້ຮັບຕຳແໜ່ງໜ້າທີ່ ອັນມີຄວາມຮັບຜິດຊອບແລະເມື່ອໄດ້

            ຮັບແລ້ວ ຈະເປັນເຄື່ອງຊ່ອຍໃຫ້ໄດ້ໝັ້ນຄົງ ຢູ່ໃນຕຳແໜ່ງນັ້ນຕໍ່ໄປອີກດ້ວຍ=( ຄຳວ່າມີຫລັກຖານນີ້ຄືອັນໃດ? )=ບາງຄົນກໍ່ແປກັນວ່າມີເຊື້ອ

            ສກຸນສູງແນ່ ກໍແປວ່າມີຊັບສົມບັຕບໍຣິບູນແນ່ ບາງຄົນກໍ່ວ່າມີວິຊາຄວາມຮູ້ພໍທີ່ຈະດ້ຽງຕົວໄດ້= ກໍຖ້າເຊັ່ນນັ້ນຜູ້ໃດທີ່ຜເອີນບົກພ່ອງໃນສະຖານ

            ນັ້ນໆ ອັນບໍ່ມີທີ່ຫວັງໄດ້ເລີຍ ຫຼືວ່າຈະເປັນຜູ້ມີຫລັກຖານ?ບໍ່ແມ່ນເຊັ່ນນັ້ນເລີຍ ຈິງຢູ້ຊາຕສະກຸນ ຊັບສົມບັຕແລະວິຊາ ເປັນແຕ່ເຄື່ອງປະກອບ

            ເປັນອະຕິເຣກລາບ ແລະຜູ້ມີຊາຕສະກຸນສູງ ຫຼືຜູ້ມີຊັບສົມບັຕ ຫຼືມີວິຊາ ແຕ່ຖ້າບໍ່ມີຫລັກຖານມັງຄັ້ງດີແທ້ໆແລ້ວ ກໍອາດທີ່ຈະຕ້ອງຕົກຕໍ່າຫຼືເຖິງ

            ແກ່ຄວາມພິນາດໄດ້ ຖ້າເຊັ່ນນັ້ນ ຫລັກຖານຄືອັນໃດເລົ່າ? ຕອບໄດ້ເປັນຂໍ້ໆ ດັ່ງຕໍ່ລົງໄປນີ້ =

            (1) ມີເຮືອນເປັນສຳນັກໝັ້ນຄົງ- ຄືບໍ່ແມ່ນທ່ຽວເກເຣເກເສ ແອບນອນຊຸກໆຊ້ອນໆ ຫຼືປ່ຽນຍ້າຍຈາກບ່ອນນັ້ນໄປບ່ອນນີ້ ເປັນຫລັກລອຍ ເຮືອນ

            ທີ່ເປັນສຳນັກນັ້ນ ເຖິງແມ່ນຕົນຈະບໍ່ໄດ້ເປັນເຈົ້າຂອງ ກໍບໍ່ເປັນຂໍ້ເສື່ອມເສັຽກຽດຍົດອັນໃດ ຈະອາສັຍຢູ່ກັບບິດາມາຣດາຫຼືຍາດຜູ້ໃຫ່ຽ ຫຼືມູນນາຍ

            ອັນໃດກໍຕາມ ແຕ່ຕ້ອງຢູ່ໃຫ້ເປັນທີ່ເປັນທາງ ພໍເມື່ອມີຄວາມຈຳເປັນບັງເກີດຂຶ້ນ ກໍໃຫ້ເຂົາຕາມພົບເປັນພໍແລ້ວ ຖ້າໄປທ່ຽວຣະເຫຣະຫົນຢູ້ແຫ່ງ

            ພຸ້ນແຫ່ງພີແນ່ ເຖິງແມ່ນວ່າຈະຄຸຍວ່າເປັນໂສດແກ່ຕົນ ບໍ່ມີໃຜເຫັນນາຍກໍຈິງ ແຕ່ຕ້ອງບໍ່ລືມວ່າພວກຄົນຈອນຈັດ ທີ່ມັນໄປທ່ຽວນອນອາສັຍ

            ສາລາວັດ ມັນກໍເປັນໂສດແກ່ຕົນເໝືອນກັນ ແຕ່ໃຜຈະເອີ້ນມັນວ່າເປັນຄົນມີຫລັກຖານແນ່ຫຼື =

            (2) ມີຄອບຄົວອັນມັ່ງຄັງ- ຄືມີພັຣຍາເປັນເນື້ອເປັນຕົວ ຊຶ່ງຈະອອກໜ້າອອກຕາໄປວັດໄປວາໄດ້ ບໍ່ແມ່ນຫາຍິງແພສຍາມາລ້ຽງໃວ້ ສຳຫລັບຄວາມ

            ພໍໃຈຊົ່ວຄາວ ແລະບໍ່ແມ່ນເມັຽ ແຕ່ດ້ວຍຄວາມມຸ່ງໝາຽຈະປອກລອກ ເອົາຊັບສົມບັຕຂອງຍິງ ແລ້ວປະຖິ້ມໄປຫາໃໝ່ ກາຣມີເມັຽບໍ່ຄວນທີ່ຈະເຫັນ

            ເປັນຂອງງ່າຍໆ ຫຼືຂອງສຳຫລັບຄວາມພໍໃຈຊົ່ວຄັ້ງຄາວ ຄວນຄິດຫາຜູ້ທີ່ຈະໄດ້ເຫັນຊີວິດ ແລະຝາກເຢົ້າເຝົ້າເຮືອນ ເປັນຫູເປັນຕາແທນຜົວ ໃນເມື່ອ

            ຜົວຕ້ອງໄປທຳກາຣງານ ດັ່ງນີ້ຈຶ່ງຈະເອີ້ນວ່າມີຄອບຄົວເປັນຫລັກຖານ ຜູ້ທີ່ມີພັຣຍາເປັນຫລັກຖານ ຍ່ອມເປັນສຣີແກ່ຕົວ ແລະເປັນທີ່ໜ້າໃວ້ວາງໃຈ

            ເພາະຈັ່ງໃດໆ ກໍຈະຕ້ອງນຶກເຖິງບຸດພັຣຍາ ນອກຈາກຕົນເອງ ຈະປະພຶດຊົ່ວຮ້າຽໄປກໍບໍ່ສູ້ຖນັດ ແຕ່ຜູ້ທີ່ມີເມັຽບໍ່ເປັນຫລັກຖານ ຍ່ອມມີແຕ່ຫົນທາງທີ່

            ຈະພາກັນໄປສູ່ຄວາມພິນາດຈິບຫາຽ ຈຶ່ງບໍ່ເປັນທີ່ໜ້າໃວ້ວາງໃຈ =

            (3) ຕັ້ງຕົນໃວ້ໃນທີ່ຊອບ- ຄືບໍ່ປະພຶດເປັນຄົນສຳມະເລເທເມົາ ສູບຝິ່ນກິນເຫລົ້າ ຫຼືເປັນນັກເລງເຫລັ້ນໄພ້ເຫລັ້ນໂບກ ແລະເຫລັ້ນຜູ້ຍິງ ຊຶ່ງລ້ວນເປັນ

            ອະບາຍຍະມຸຂ ບໍ່ເກີດແຫ່ງຄວາມພິນາດຈິບຫາຽທັງສິ້ນ ຜູ້ທີ່ປະພຶດເປັນນັກເລງຕ່າງໆ ມັກພໍໃຈອ້າງວ່າເອົາຢ່າງຝຣັ່ງ ແຕ່ຈະຕ້ອງຖາມວ່າ ຝຣັ່ງອັນ

            ໃດ? ເພາະຝຣັ່ງບໍ່ແມ່ນຈະດີທັງເບິດກໍຫາບໍ່ໄດ້ ຖ້າຝຣັ່ງເປັນຄົນດີທັງເບິດແລ້ວ ທີ່ເມືອງຝຣັ່ງ ຄົງບໍ່ຕ້ອງມີຄຸກຕະຣາງ ແຕ່ມີຄຸກຕະຣາງກໍມີຢູ່ບໍຣິບູນ

            ທຸກແຫ່ງ ແລະບໍ່ແມ່ນຢູ່ແປ່ນເປົ່າດ້ວຍ ມີນັກໂທສເຕັມໄປທຸກແຫ່ງ ຖ້າໃຜເຂົ້າໃຈວ່າກາຣອ້າງວ່າ ເອົາຢ່າງຝຣັ່ງເປັນເຄື່ອງແກ້ຕົວພໍແລ້ວ ສຳຫລັບ

            ຈະປະພຶດສຳມະເລເທເມົາແລ້ວ ກໍນັບວ່າເຂົ້າໃຈຜິດ ບໍ່ເຊື່ອໃຫ້ຖາມຝຣັ່ງດີໆ ເຂົາເບິ່ງເຖີດ= ອັນຍົກມາເວົ້າແຕ່ໂດຍຍໍ່ສັງເກຕເທົ້ານີ້ ກໍ່ພຽງພໍແລ້ວ

            ແລະຖ້າໄຕ່ຕ້ອງຕໍ່ໄປ ຈັກໜ່ອຍກໍຈະເຂົ້າໃຈວ່າ ຄວາມມີຫລັກຖານນັ້ນຄືອັນໃດ ແລະຈະແນມເຫັນໄດ້ວ່າ ແທ້ຈິງທຸກໆຄົນ ມີໂອກາດເທົ້າໆກັນ ທີ່ຈະ

            ກະທຳຕົນ ໃຫ້ເປັນຜູ້ມີຫລັກຖານ ແຕ່ຖ້າໃຜບໍ່ຖືໂອກາດອັນນັ້ນແລ້ວ ແມ່ນວ່າຕ້ອງເສັຽປຽບ ຜູ້ທີ່ເຂົາໄດ້ພຍາຍາມແລ້ວ ຈະໂທສໃຜບໍ່ໄດ້ເລີຍ ນອກ

            ຈາກຕົນເອງ =

 

                 ຫລັກຣາຊກາຣ ຂໍ້: (10) ຄວາມຈົງຮັກພັກດີ

           ອັນນີ້ເປັນຄຸນວິເສສອັນ 1 ຊຶ່ງໄດ້ມີຜູ້ອະທິບາຍມາຫລາຍແລ້ວ ເປັນອະເນກປະກາຣແລະເນື້ອນັຍຕ່າງໆນາໆ ເພາະສະນັ້ນ ໃນທີ່ນີ້ບໍ່ຈຳເປັນຈະຕ້ອງ

           ເວົ້າໃຫ້ຍືດຍາວ ແລະຖ້າຈະໃຫ້ຍືດຍາວໄປ ກໍ່ຄົງຈະຕ້ອງຊໍ້າຂໍ້ຄວາມທີ່ໃຜໆ ໄດ້ເວົ້າມາແລ້ວແນ່ ແຕ່ຄັນຈະບໍ່ເວົ້າເຖິງເສັຽທີ່ດຽວ ກໍເປັນກາຣບົກພ່ອງ

           ໄປ ເພາະຄວາມຈົ່ງຮັກພັກດີ ຍ່ອມເປັນຄຸນອັນວິເສສອັນ 1 ຊຶ່ງເພິ່ງສແວງໃນຕົວບຸກຄົນ ທີ່ຈະໄດ້ຮັບມອບໃຫ້ກະທຳກາຣໃນໜ້າທີ່ຜູ້ບັງຄັບບັນຊາ

           ຄົນ ແລ້ວກໍຍິ່ງເປັນສິ່ງຈຳເປັນຍິ່ງຂຶ້ນ =ຄວາມຈົງຮັກພັກດີ ແປວ່າອັນໃດ? ແປວ່າ = ຄວາມຍອມສະລະຕົນເພື່ອປະໂຍດແຫ່ງທ່ານ= ຄືເຖິງແມ່ນ

           ວ່າ ຕົນຈະຕ້ອງໄດ້ຮັບຄວາມເດືອນຮ້ອນລຳຄານ ຕົກຣະກຳລຳບາກ ຫຼືຕ້ອງສິ້ນຊີວິດເປັນທີ່ສຸດ ກໍຍອມໄດ້ທັງສິ້ນ ເພື່ອມຸງປະໂຍດອັນແທ້ຈິງໃຫ້ມີ

           ແກ່ຊາຕ ສາສນາ ພຣະມະຫາກະສັດ ແລະປະຊາຊົນເປັນເຈົ້າ ຜູ້ທີ່ຈະຍອມເສັຽສະລະເຊັ່ນນີ້ໄດ້ ໂດຍບໍໄດ້ຮູ້ສຶກເສັຽດາຍເລີຍ ຕ້ອງເປັນຜູ້ທີ່ເຖິງແລ້ວ

           ຊຶ່ງຄວາມຮຸ່ງເຮືອງຊັ້ນສູງ ຈຶ່ງຈະເຂົ້າໃຈຊຶມຊາບວ່າ ຕົນຂອງຕົນນັ້ນ ແທ້ຈິງປຽບເໝືອນປະນາມ ແປ້ງກ້ອນນ້ອຍດຽວຊຶ່ງເປັນສ່ວນ 1 ແຫ່ງພູນ່ວຍ

           ໃຫ່ຽ ອັນເຮົາສົມມຸດນາມເອີ້ນວ່າຊາຕ ແລະຖ້າຊາຕຂອງເຮົາແຕກສລາຽໄປເສັຽແລ້ວ ຕົວເຮົາຜູ້ເປັນແປ້ງກ້ອນນັ້ນ ກໍ່ຈະຕ້ອງລ່ອງລອຍຕາມລົມໄປ

           ສຸດແທ້ແຕ່ລົມຈະຫອບໄປທາງໃດ ເມື່ອເຂົ້າໃຈເຊັ່ນນີ້ໂດຍແນ່ຊັດແລ້ວ ຈຶ່ງຈະເຂົ້າໃຈໄດ້ວ່າ ແທ້ຈິງຣາຄາຂອງຕົນນັ້ນທີ່ມີຢູ່ ແມ່ນແຕ່ເລກນ້ອຍປານ

           ໃດ ກໍເພາະອາສັຍເຫຕຸທີ່ຍັງຄົງເປັນສ່ວນ 1 ແຫ່ງຊາຕ ຊຶ່ງຍັງເປັນເອກຣາຊ ບໍ່ຕ້ອງເປັນຂ້າໃຜຢູ່ເທົ້ານັ້ນ ແລະເພື່ອເຫຕຸສະນີ້ ຜູ້ທີ່ເຂົ້າໃຈຈິງແລ້ວ ຈຶ່ງ

           ບໍ່ຮູ້ສຶກເລີຍວ່າ ກາຣເສັຽສະລະສ່ວນຕົວໃດໆ ຈະເປັນຂໍ້ ຄວນເປັນຫວງແຫນ ອັນນີ້ເປັນຄວາມຈົງຮັກພັກດີແທ້ຈິງ= ແລະຄວາມຈົງຮັກພັກດີແທ້ຈິງ

           ນີ້ເອງ ຄືຄວາມຮັກຊາຕ ຊຶ່ງຄົນລາວສມັຍໃໝ່ ພໍໃຈເວົ້າຢູ່ຈົ່ນຕິດປາກ ແຕ່ຊຶ່ງຫາຜູ້ເຂົ້າໃຈໄດ້ນ້ອຍນັກ  ຂໍ້ຄວາມສແດງຄຸນວິເສສ 10 ປະກາຣ ຊຶ່ງ

           ກ່າວມາແລ້ວນີ້ ໄດ້ກ່າວມາໂດຍຍໍ່ ພໍເປັນເຄື່ອງເຕືອນໃຈ ຜູ້ທີ່ຕັ້ງໜ້າຈະທຳກາຣໃຫ້ເປັນຄຸນປະໂຍດແກ່ຊາຕບ້ານເມືອງໂດຍແທ້ຈິງ ບໍ່ແມ່ນຮັກ

           ຊາຕແຕ່ປາກເທົ້ານັ້ນ= ຫວັງໃຈວ່າ ຂໍ້ຄວາມທີ່ສແດງມາແລ້ວນີ້ ຈະພໍສແດງໃຫ້ເຫັນວ່າ ແທ້ຈິງ ຜູ້ທີ່ຈະເປັນໃຫ່ຽ ຫຼືມີຕຳແໜ່ງໜ້າທີ່ໝັ້ນຄົງຈິງ

           ແລ້ວ ຈະອາສັຍແຕ່ຄວາມຮູ້ວິຊາຢ່າງດຽວເທົ້ານັ້ນຫາພໍບໍ່= ແລະສະເພາະເຫຕຸທີ່ມີ ຜູ້ເຂົ້າໃຈວ່າ ຜິດໃນຂໍ້ນີ້ ຈຶ່ງມີຢູ່ ຜູ້ຕ້ອງຮັບຄວາມບໍ່ພໍໃຈຢູ່ແນ່

           ແຕ່ຖ້າແມ່ນຜູ້ອ່ານໜັງສືນີ້ ໃຊ້ວິທີພິຈາຣະນາຍານ ໄຕ່ຕອງເບິ່ງໃຫ້ດີແລ້ວ ຫວັງໃຈວ່າຈະຊ່ອຍກັນ ເພາະຄວາມເຫັນໃນທາງທີ່ຖືກທີ່ຄວນແນ່ ເຊື່ອ

           ວ່າ ຄົງຈະເປັນຄຸນປະໂຍດແກ່ເຮົາແລະທ່ານທັງຫລາຍ ຜູ້ທີ່ມີຄວາມມຸ້ງຫວັງດີຕໍ່ຊາຕລາວ ຢູ່ດ້ວຍກັນທຸກຄົນນັ້ນ ຕ້ອງແນ່ໃຈທຸກຢ່າງ

 

                           ຈາກສູນກາງລາວອິສຣະ ເພື່ອປະຊາທິປະໄຕຍ