ໂດຍລາວເສຣີຊົນ L S X

 

                   ສາຣະສຳຄັນ

                       

                   ປະຊາທິປະໄຕຍ ເປັນຮູບແບບກາຣປົກຄອງ ແລະວິທີກາຣດຳເນີນຊີວິດ ຊຶ່ງຢຶດຫລັກຂອງຄວາມສເມີພາຄ ເສຣີພາບແລະສັກເສຣີ ແຫ່ງຄວາມເປັນມະນຸສ

            ກາຣປົກຄອງຣະບອບປະຊາທິປະໄຕຍ ຄືວ່າ ທຸກຄົນມີສິດທິເສຣີພາບເທົ້າທຽມກັນ ແລະອຳນາຈອະທິປະໄຕຍ ຕ້ອງມາຈາກປວງຊົນ(ຄຳວ່າ) ປະຊາທິປະໄຕຍ ເປັນ

            ສັບທີ່ນຳມາໃຊ້ກັນຢ່າງແພ່ຫລວງຫລາຍ ໃນໂລກປັດຈຸບັນ ເປັນທີ່ໜ້າສັງເກຕວ່າ ປະເທສຕ່າງ ໆ ແມ່ນຈະມີຮູບແບບກາຣເມືອງກາຣປົກຄອງ ເສຖກິດແລະສັງ

            ຄົມທີ່ແຕກຕ່າງກັນ ແຕ່ຕ່າງກໍ່ອ້າງວ່າ ປະເທສຂອງຕົນເປັນປະຊາທິປະໄຕຍກັນທັງສິ້ນ ໃນປະເທສສັງຄົມນິຍົມຫລາຍປະເທສ ເຊັ່ນອະດີດສະຫະພາບໂຊວຽດແລະ

            ຈີນ ຕ່າງກໍ່ອ້າງວ່າປະເທສຂອງຕົນ ປົກຄອງດ້ວຽຣະບອບປະຊາທິປະໄຕຍ ແຕ່ເປັນປະຊາທິປະໄຕຍໃນອີກແງ່ນຶ່ງ ທີ່ເອີ້ນວ່າ ປະຊາທິປະໄຕຍແບບຣວມສູນ ກ່າວຄື

            ຍິນຍອມໃຫ້ປະຊາຊົນມີສິດທິແລະເສຣີພາບ ໃນຂອບເຂດທີ່ຈຳກັດ ສ່ວນກາຣດຳເນີນກາຣທາງກາຣເມືອງ ຍັງຄົງຕົກຢູ່ໃນມືຂອງຜູ້ມີອຳນາຈພຽງບໍ່ກີ່ຄົນເທົ້ານັ້ນ

            ອອກຈາກນີ້ ປະເທສອິນໂດນີເຊັ່ຽ ຊຶ່ງເປັນປະເທສເພື່ອນບ້ານຂອງໄທຍ ຫລັງຈາກໄດ້ຮັບເອກຣາຊຈາກເນເທີແລນ ໃນສມັຍຂອງປະທານາທິບໍດີຊູກາຣ໌ໂນ ໄດ້ປະ

            ກາດໃຊ້ຣະບອບປະຊາທິປະໄຕຍນຳວິຖີ ຈາກຄວາມຫລາກຫລາຍ ຂອງກາຣໃຫ້ຄວາມໝາຽນີ້ ເພື່ອບໍ່ໃຫ້ເກີດຄວາມສັບສົນ ໃນທີ່ນີ້ຈະຂໍອະທິບາຽປະຊາທິປະໄຕຍ

            ໃນຄວາມໝາຽຂອງເສຣີປະຊາທິປະໄຕຍ ຫຼືປະຊາທິປະໄຕຍ ແບບຕາເວັນຕົກເທົ້ານັ້ນ =

                  ຄວາມໝາຽ ຂອງປະຊາທິປະໄຕຍ ມີດັ່ງນີ້ ຄື

            1. ຄວາມໝາຽ ຂອງຄຳວ່າ ປະຊາທິປະໄຕຍ ຕົງກັບຄຳໃນພາສາອັງກິຖວ່າ Democracy ຊຶ່ງມາຈາກຄຳພາສາກີກວ່າ Democratia ຊຶ່ງປະກອບດ້ວຽຄຳ 2 ຄຳ

            ຄື Demos ກັບ kratein ຄຳວ່າ Demos ໝາຽເຖິງປະຊາທິປະໄຕຍ ແລະ Kratein ໝາຽເຖິງກາຣປົກຄອງ ສະນັ້ນປະຊາທິປະໄຕຍ ( Demoskratein )ຈຶ່ງໝາຽເຖິງ

            ປະຊາຊົນປົກຄອງ ຫຼືກາຣປົກຄອງ ໂດຍປະຊາຊົນ =

            2. ຄວາມໝາຽ ທີ່ເນັ້ນເຣື່ອງສິດທິເສຣີພາບ ແລະຄວາມສເມີພາຄ ນັກປັຊຍາກາຣເມືອງຫລາຍທ່ານ ທີ່ຊີ້ໃຫ້ເຫັນວ່າ ຮູບແບບກາຣປົກຄອງທີ່ດີກໍ່ຄື ກາຣ

            ປົກຄອງທີ່ເຄົາຣົບສິດທິ ແລະຄວາມສເມີພາຄຂອງມະນຸສ ເຊືອວ່າສະມາຊິກຂອງສັງຄົມ ທຸກຄົນມີສິດເທົ້າທຽມກັນ ທີ່ຈະເຂົ້າມີສ່ວນຮ່ວມໃນກິຈກັມທາງ

            ເສຖກິດ ກາຣເມືອງ ແລະສັງຄົມ ເພື່ອພັຖນາຕົນເອງ ແລະສັງຄົມໂດຍສ່ວນຣວມ ນອກຈາກນີ້ຣະບົບກາຣເມືອງຈະຕ້ອງເປີດໂອກາດ ຫຼືໃຫ້ເສຣີພາບແກ່

            ປະຊາຊົນ ໃນກາຣດຳເນີນກາຣໃດໆ ພາຽໃຕ້ກົດຣະບຽບຂອງສັງຄົມດ້ວຽ ຊຶ່ງຮູບແບບກາຣປົກຄອງດັ່ງກ່າວ ກໍ່ຄືຣະບອບປະຊາທິປະໄຕຍ =

            3. ຄວາມໝາຽ ທີ່ເນັ້ນກາຣເຂົ້າມີສ່ວນຮ່ວມ ຫຼືສຽງຂອງປະຊາຊົນ ໃນເມື່ອຣະບອບປະຊາທິປະໄຕຍ ໃຫ້ຄວາມສຳຄັນກັບປະຊາຊົນ ໃນຖານະທີ່ເປັນເຈົ້າຂອງອຳ

            ນາຈອະທິປະໄຕຍ ໃຊ້ອຳນາຈນີ້ ຜ່ານທາງອົງຄ໌ກອນທາງກາຣເມືອງຕ່າງ ໆ ເພື່ອປະໂຍດສຸຂຂອງຕົນເອງ ບົຕບາຕຂອງປະຊາຊົນໃນທາງກາຣເມືອງ ຈຶ່ງມີຄວາມ

            ສຳຄັນຫລາຍໃນຣະບອບນີ້ ຈົ່ນມີຜູ້ກ່າວວ່າ ປະຊາທິປະໄຕຍນັ້ນຖືວ່າປະຊາຊົນ ຄືສຽງສວັນ ເປັນຣະບອບທີ່ເປີດໂອກາດໃຫ້ປະຊາຊົນຮ່ວມດຳເນີນກາຣ ເພື່ອສ້າງ

            ສັນສັງຄົມຂອງຕົນເອງ ກິຈກັມກາຣເຂົ້າຮ່ວມທາງກາຣເມືອງຂອງປະຊາຊົນ ອາດເປັນທາງອ້ອມ ໂດຍຜ່ານກະບວນກາຣເລືອກຕັ້ງ ສະມາຊິກສະພາຜູ້ແທນຣາສ

            ດອນ ເຂົ້າໄປທຳໜ້າທີ່ແທນ ຫຼືອາດເປັນທາງຕົງ ເຊັ່ນກາຣປະທ້ວງ ກາຣຮຽກຮ້ອງ ໃນຮູບແບບຕ່າງ ໆ ເພື້ອໃຫ້ຣັຖບາລຮັບຊາບເຖິງບັນຫາ ເປັນຕົ້ນ =

            4. ຄວາມໝາຽ ທີ່ເນັ້ນເຈຕນາຣົມຂອງປະຊາຊົນ ປະທານາທິບໍດີ ອັບຣາຮັມ ລິນຄອລນ໌ ແຫ່ງສະຫະຣັຖອະເມຣິກາ ໄດ້ໃຫ້ຄວາມຂອງວ່າ ປະຊາທິປະໄຕຍໃວ້

            ຢ່າງກະຊັບ ແລະຄົມຄາຽວ່າ ເປັນກາຣປົກຄອງຂອງປະຊາຊົນ ໂດຍປະຊາຊົນ ແລະເພື່ອປະຊາຊົນ- ໃນຣະບອບປະຊາທິປະໄຕຍນັ້ນ ຜູ້ນຳທາງກາຣເມືອງ ເປັນ

            ຜູ້ທີ່ຖື ສເມືອນເປັນຕົວແທນ ເຈຕນາຣົມຂອງປະຊາຊົນ ຣັຖບາລເປັນຕົວແທນຂອງພັຄກາຣເມືອງ ທີ່ມີສຽງຂ້າງຫລາຍ ຫຼືໄດ້ຮັບສຽງສນັບສນູນສ່ວນໃຫ່ຽ

            ຣັຖບາລຄົງຈະຢູ່ໃນອຳນາຈຕໍ່ໄປໄດ້ ເມື່ອວາຣະສິ້ນສຸດລົງ ກໍ່ໂດຍກາຣສະແດງໃຫ້ປະຊາຊົນຜູ້ເລືອກຕັ້ງເຫັນວ່າ ຣັຖບາລສາມາຖສນອງ ຕອບຕໍ່ເຈຕນາຣົມ

            ຂອງປະຊາຊົນ ໄດ້ຢ່າງມີປະສິດທິພາບເທົ້ານັ້ນ =

            5. ຄວາມໝາຽ ຕາມທີ່ມາແລະຂອບເຂດອຳນາຈ ມີຜູ້ໃຫ້ຄວາມໝາຽຂອງປະຊາທິປະໄຕຍໃວ້ວ່າ ອຳນາຈສູງສຸດມາຈາກປະຊາຊົນ ທັງນີ້ໂດຍອ້າງວ່າ ມະນຸສ

            ທຸກຄົນເກີດມາ ຍ່ອມມີສິດທິແລະເສຣີພາບໂດຍທັມຊາຕ ພວກເຂົາສາມາຖທີ່ຄິດແລະກະທຳກາຣໃດໆ ໄດ້ ແຕ່ເມື່ອມະນຸສມາຢູ່ຮ່ວມກັນເປັນສັງຄົມ ເຂົາ

            ຈະສລະສິດແລະອຳນາຈບາງປະກາຣ ໃຫ້ກັບຜູ້ປົກຄອງ ເພື່ອໃຊ້ອຳນາຈນັ້ນ ດຳເນີນກາຣພາຽໃນກອບທີ່ກຳໜົດ ສະນັ້ນເຮົາຈະພົບວ່າ ຣັຖບາລໃນປະເທສ

            ທີ່ປົກຄອງດ້ວຽຣະບອບປະຊາທິປະໄຕຍນັ້ນ ຈະມີອຳນາຈທີ່ມີຂອບເຂດ ຈາກຄວາມໝາຽອັນຫລວງຫລາຍຂອງຄຳວ່າ ປະຊາທິປະໄຕຍນີ້ ຈຶ່ງອາດສລຸບ

            ຄວາມໝາຽຫລັກໄດ້ 3 ປະກາຣ ມີດັ່ງນີ້ ຄື

            (1) ຄວາມໝາຽ ໃນເຊິ່ງອຸດົມທາງກາຣເມືອງ

            (2) ຄວາມໝາຽ ໃນເຊິ່ງຮູບແບບກາຣປົກຄອງ

            (3) ຄວາມໝາຽ ໃນເຊິ່ງວິຖີຊີວິດຂອງປະຊາຊົນ

                   1)- ຄວາມໝາຽ ໃນເຊິ່ງອຸດົມກາຣທາງກາຣເມືອງ

            ອຸດົມກາຣທາງກາຣເມືອງ ຄື ຣະບົບຄວາມຄິດທາງກາຣເມືອງຢ່າງນຶ່ງ- ອຸດົມກາຣປະຊາທິປະໄຕຍ ເປັນທີ່ຍອມຮັບກັນຢ່າງກ້ວາງຂວາງ ໃນຖານະທີ່ເປັນ

            ຣະບົບຄວາມຄິດທາງກາຣເມືອງຊນິດນຶ່ງ ທີ່ໃຫ້ຄວາມສຳຄັນກັບຫລັກກາຣ 3 ປະກາຣນີ້ ຄື =

            1: ຫລັກມະນຸສເປັນຜູ້ມີສະຕິປັນຍາ ຮູ້ຈັກໃຊ້ເຫຕຸຜົນ ຮູ້ ດີຮູ້ຊົ່ວ ແລະສາມາຖປົກຄອງຕົນເອງໄດ້ ປະຊາທິປະໄຕຍນັ້ນ ເປັນຣະບອບທີ່ສະມາຊິກ ຈະຕ້ອງ

            ສແດງອອກຊຶ່ງເຫຕຸຜົນ ເພື່ອໃຫ້ໄດ້ມາຊຶ່ງຂໍ້ສຣຸບ ທີ່ເປັນທີ່ຍອມຮັບກັນເຊື່ອກັນວ່າ ຖ້າກາຣດຳເນີນກາຣໃດໆ ເປັນໄປຕາມຫລັກກາຣແຫ່ງເຫຕຸຜົນ

            ແລ້ວ ຍ່ອມຈະສົ່ງຜົນໃຫ້ເກີດກາຣພັຖນາຄຸນນະພາບຊີວິດ ຂອງສັງຄົມຢ່າງບໍ່ມີຂີດກຳຈັດ =

            2: ຫລັກສິດທິເສຣີພາບ-ຄຳວ່າ- ສິດທິ ໝາຽເຖິງອຳນາຈອັນຊອບທັມ ເສຣີພາບ ໝາຽເຖິງຄວາມມີອິສຣະ ທີ່ຈະກະທຳກາຣໃດໆ ໄດ້ ແຕ່ກາຣໃຊ້ເສຣີພາບ

            ຈະຕ້ອງບໍ່ໄປລະເມີດສິດທິ ແລະເສຣີພາບຂອງຜູ້ອື່ນດ້ວຽ ເສຣີພາບໃນສັງຄົມປະຊາທິປະໄຕຍ ມີຂອບເຂດຈຳກັດໃນຣະດັບນຶ່ງ ສິ່ງທີ່ຈະມາເປັນຕົວກຳຈັດ

            ເສຣີພາບ ຄືກົດໝາຽ ຂໍ້ບັງຄັບ ຂະນົບທັມນຽມ ປະເພນີ ເສຣີພາບຂັ້ນພື້ນຖານ ໃນຣະບອບປະຊາທິປະໄຕຍ ອາດຈຳແນກໄດ້ ດັ່ງຕໍ່ໄປນີ້  ຄື =

            (1- ເສຣີພາບໃນກາຣສແດງຄວາມຄິດເຫັນ ກາຣສແດງຄວາມຄິດເຫັນ ຊຶ່ງອາດສແດງອອກໃນຮູບຂອງກາຣເວົ້າ ກາຣຂຽນ ແລະກາຣໂຄສະນາ ຖືເປັນ

            ເສຣີພາບຂັ້ນພື້ນຖານປະກາຣນຶ່ງ ໃນສັງຄົມປະຊາທິປະໄຕຍນັ້ນ ເປັນສັງຄົມທີ່ຖືວ່າ ປະຊາຊົນຄືສຽງສວັນ ເປັນສັງຄົມທີ່ຍິນຍອມໃຫ້ປະຊາຊົນ ໃນຖານະ

            ເຈົ້າຂອງອຳນາຈອະທິປະໄຕຍ ເຂົ້າມີສ່ວນຮ່ວມໃນກິຈກັມທາງກາຣເມືອງໂດຍເສຣີ ກາຣສແດງຄວາມຄິດເຫັນ ຈຶ່ງຖືເປັນກິຈກັມທີ່ສຳຄັນຍິ່ງດ້ວຽ =

            (2- ເສຣີພາບໃນກາຣຮ່ວມກຸ່ມ ອາດຈະເປັນກາຣຣວມຕົວກັນ ຂອງກະເສຕກອນທີ່ປູກເຂົ້າ ຊນິດຕ່າງ ໆ ຈັດຕັ້ງເປັນສະຫະກອນຊາວໄຮ່ຊາວນາ ຫຼືອາດ

            ຈະເປັນກາຣຣວມຕົວກັນ ຂອງຜູ້ທີ່ມີຄວາມສົນໃຈ ໃນກິຈກັມທາງສັງຄົມຢ່າງນຶ່ງຢ່າງໃດ ຮ່ວມກັນຈັດຕັ້ງເປັນສະມາຄົມ ເປັນຕົ້ນ ແລະຍັງຣວມໄປເຖິງ

            ກາຣຣວມຕົວກັນຂອງປະຊາຊົນ ເພື່ອເຂົ້າມີສ່ວນຮ່ວມທັງກາຣເມືອງ ໃນຮູບແບບຕ່າງ ໆ ເພື່ອຮຽກຮ້ອງໃຫ້ຣັຖບາລດຳເນີນກາຣໃດໆ ອີກດ້ວຽ ແຕ່ທັງ

            ນີ້ ກິຈກັມອັນເກີດຈາກເສຣີພາບໃນກາຣຣວມກຸ່ມ ຈະຕ້ອງຢູ່ໃນກອບແຫ່ງກົດໝາຽ ແລະສິນທັມອັນດີຂອງສັງຄົມ =

            (3- ເສຣີພາບ ໃນກາຣນັບຖືສາສນາ ມະນຸສແຕ່ລະຄົນຍ່ອມມີຄວາມເຊື່ອທີ່ເໝືອນກັນແນ່ ຕ່າງກັນແນ່ເປັນທັມດາ ກາຣນັບຖືສັດທາທີ່ມະນຸສພວມມີຕໍ່

            ຄວາມເຊື່ອ ສາສານາໃດໆ ຈຶ່ງນັບໄດ້ວ່າ ເປັນເສຣີພາບຂັ້ນພື້ນຖານປະກາຣນຶ່ງ =

            (4- ສິດທິແລະເສຣີພາບອື່ນໆ ນອກຈາກສິດທິແລະເສຣີພາບຂ້າງຕົ້ນແລ້ວ ອຸດົມກາຣປະຊາທິປະໄຕຍ ຍັງໃຫ້ຄວາມສຳຄັນກັບສິດທິແລະເສຣີພາບຂັ້ນພື້ນຖານ

             ຂອງບຸກຄົນດ້ານອື່ນໆ ອີກ ເຊັ່ນ ສິດທິຈະໄດ້ຮັບກາຣຄຸ້ມຄອງ ທັງທາງຮ່າງກາຽແລະຊັບສິນຈາກຣັຖ ສິດທິໃນເຄຫະສະຖານ ສິດທິແລະເສຣີພາບໃນກາຣເຄື່ອນ

             ຍ້າຽທີ່ຢູ່ອາສັຍ ສິດທິແລະເສຣີພາບໃນກາຣເດີນທາງ ສິດທິແລະເສຣີພາບ ໃນກາຣປະກອບອາຊີບໂດຍສຸຈຣິດ ເສຣີພາບໃນທາງຮ່າງກາຽເປັນຕົ້ນ

             3: ຫລັກຄວາມສເມີພາຄ ຄວາມສເມີພາບຫຼືຄວາມເທົ້າທຽມກັນ ເປັນຫລັກທີ່ສຳຄັນຂອງອຸດົມກາຣ ປະຊາທິປະໄຕຍອີກຫລັກກາຣນຶ່ງ ຣະບອບປະຊາທິປະ

             ໄຕຍ ເຊື່ອວ່າມະນຸສທຸກຄົນ ບໍ່ວ່າຈະຢູ່ໃນຊົນຊັ້ນໃດ ເພຕໃດ ມີຖານະທາງເສຖກິດ ຫຼືຖານະທາງສັງຄົມຢ່າງໃດ ຕ່າງເທົ້າທຽມກັນ ຄວາມເທົ້າທຽມກັນ ໃນທີ່

             ນີ້ ບໍ່ແມ່ນຄວາມເທົ້າທຽມກັນໃນສະຕິປັນຍາ ຄວາມສາມາຖ ຫຼືຄວາມສູງຕໍ່າ ແຕ່ເປັນຄວາມເທົ້າທຽມກັນໃນສັກສຣີ ຂອງຄວາມເປັນຄົນ ຊຶ່ງທຸກຄົນມີສິດ

             ທີ່ ຈະຢູ່ຣອດໃນສັງຄົມ ຄວາມສເມີພາຄ ໃນຣະບອບປະຊາທິປະໄຕຍ ອາດຈຳແນກໄດ້ເປັນ-4-ປະກາຣ ດັ່ງຕໍ່ໄປນີ້ =

             1). ຄວາມສເມີພາບ ໃນກາຣມີສ່ວນຮ່ວມທາງກາຣເມືອງ ຈາກແນວຄວາມຄິດທີ່ວ່າ ປະຊາທິປະໄຕຍ ເປັນເຣື່ອງຂອງກາຣປົກຄອງໂດຍປະຊາຊົນ ຖືວ່າສຽງ

             ຂອງປະຊາຊົນ ເປັນສຽງສວັນ ຣັຖປະຊາທິປະໄຕຍ ຈຶ່ງຕ້ອງເປີດໂອກາດໃຫ້ສະມາຊິກເຂົ້າມີສ່ວນຮ່ວມ ໃນກາຣປົກຄອງປະຊາຊົນຢ່າງກ້ວາງຂວາງ ທຸກຄົນ

             ມີສິດທິ ທີ່ຈະເຂົ້າຮ່ວມກິຈກັມທາງກາຣເມືອງ ມີສິດທິອອກສຽງເລືອກຕັ້ງ ເມື່ອອາຍຸເຖິງເກັນທີ່ກົດໝາຽຣະບຸໃວ້ ແລະບັຕເລືອກຕັ້ງແຕ່ລະໃບຈະມີສຽງ 1

             ສຽງເທົ້້າທຽມກັນ ຊຶ່ງຕົງກັບປະຕິຍານສາກົນ ແຫ່ງສິດທິມະນຸສຊົນຂໍ້ 21-(3) ທີ່ຣະບຸວ່າ ເຈຕຈຳນົງຂອງປະຊາຊົນ ຈະຕ້ອງເປັນມູນຖານແຫ່ງອຳນາຈຂອງ

             ຣັຖບາລ ເຈຕຈຳນົງເຊັ່ນວ່ານີ້ ຈະຕ້ອງສແດງອອກທາງກາຣເລືອກຕັ້ງ ຕາມກຳໜົດເວລາແລະຢ່າງແທ້ຈິງ ໂດຍອາສັຍກາຣອອກສຽງທັງໄປ ແລະຢ່າງສເມີ

             ພາຄ ແລະລົງຄະແນນສຽງລັບ ຫຼືກາຣລົງຄະແນນໂດຍອິສຣະຢ່າງອື່ນ ທຳນອງດຽວກັນ =

             2). ຄວາມສເມີພາຄ ທີ່ຈະໄດ້ຮັບກາຣຄຸ້ມຄອງຕາມກົດໝາຽ ໃນຣັຖປະຊາທິປະໄຕຍນັ້ນ ຈະຖືວ່າ ກົດໝາຽເປັນສເມືອນຂໍ້ກຳໜົດຂອງສັງຄົມ ທີ່ອອກມາ

             ໂດຍມີວັດຖຸປະສົງຄ໌ ໃນກາຣຄວບຄຸມພຶຖຕິກັມ ທີ່ມີຜົນຮ້າຽຕໍ່ສັງຄົມໂດຍສ່ວນຣວມນັ້ນ ຄືກົດໝາຽ ຈະໃຫ້ຄວາມຄຸ້ມຄອງປ້ອງກັນ ແກ່ຄົນທຸກຄົນ ໂດຍ

             ເທົ້າທຽມກັນ ແລະຜູ້ທີ່ລະເມີດກົດໝາຽ ກໍ່ຈະໄດ້ຮັບໂທສທັນ ຕາມທີ່ກຳໜົດຫຼືຖ້າມີເຫຕຸອັນຄວນປານີ ໃຫ້ມີກາຣລົດຢ່ອນຫຼືຍົກເວັ້ນໂທສ ກໍ່ຄວນຈະໄດ້

             ຮັບກາຣພິຈາຣະນາ ໂດຍເທົ້າທຽມກັນດ້ວຽ =

             3). ຄວາມສເມີພາຄ ທີ່ຈະສແວງຫາຄວາມກ້າວໜ້າໃນຊີວິດ ໃນຣະບອບປະຊາທິປະໄຕຍນັ້ນ ຣັຖຈະຕ້ອງເປີດໂອກາດໃຫ້ສະມາຊິກທຸກຄົນ ສາມາຖພັຖນາ

             ຕົນເອງໄດ້ ເຊັ່ນ ຈັດໃຫ້ມີໂຮງຮຽນ ວິທຍາລັຍຫຼືມະຫາວິທຍາລັຍໃຫ້ພຽງພໍ ສຳຫລັບຄົນທີ່ປາຖນາສແວງຄວາມຮູ້ ມີໂອກາດຮັບກາຣສຶກສາໄດ້ຮັບຄວາມຮູ້

             ແລະໂອກາດໃຊ້ຄວາມຮູ້ ຄວາມສາມາຖສ້າງຄວາມກ້າວໜ້າ ແລະຄວາມໝັ້ນຄົງ ໃນຊີວິດໃຫ້ກັບຕົນເອງ ແລະຕ້ອງບໍຣິຫານຣະບອບຂອງສັງຄົມ ໃຫ້ເປີດ

             ໂອກາດສຳຫລັບທຸກໆຄົນ ໃນກາຣທີ່ຈະໄດ້ທຳງານ ໂດຍສິດທິເທົ້າທຽມກັນ ເຊັ່ນ ກາຣເປີດໂອກາດໃຫ້ທຸກຄົນມີສິດທິສເມີພາຄ ໃນກາຣສອບຄັດເລືອກເຂົ້າ

             ເປັນຂ້າຣາຊກາຣ ເປັນຕົ້ນ =

             4). ຄວາມສເມີພາຄທາງເສຖກິດແລະສັງຄົມ ໃນທີ່ນີ້ບໍ່ໄດ້ໝາຽຄວາມວ່າ ຣັຖປະຊາທິປະໄຕຍ ຈະຕ້ອງເຮັດໃຫ້ສະມາຊິກທຸກຄົນ ມີຖານະທາງເສຖກິດສັງຄົມ

             ສູງ ເວົ້າຄືມີຣາຽໄດ້ສູງ ແລະມີຄວາມເປັນຢູ່ທີ່ຫລວງຫລາຍກັນທຸກຄົນ ແຕ່ຈະຕ້ອງພຍາຍາມກະຈ່າຽຣາຍໄດ້ ນຳເອົາຊັພຍາກອນທາງສັງຄົມມາໃຊ້ປະໂຍດລົດ

             ຊ່ອງວ່າງ ຣະຫວ່າງຊົນຊັ້ນໃຫ້ນ້ອຽລົງ ໂດຍກາຣສນັບສນູນຫຼືຊ່ອຍເຫລືອ ກຸ່ມທີ່ດ້ອຽໂອກາດວ່າໃຫ້ເຕີບໃຫ່ຽແລະແຂງແຮງ ພໍທີ່ຈະຊ່ອຍເຫລືອຕົນເອງໄດ້ ຢ່າງ

             ມີ ປະສິດທິພາບ ເຊັ່ນ ກາຣທີ່ຣັຖສນັບສນູນ ໂຄງກາຣຈັດຕັ້ງກຸ່ມສົ່ງເສີມອາຊີບ ສາທາຣະນະສຸຂຂັ້ນພື້ນຖານ ເພື່ອຍົກຣະດັບຄວາມກິນດີຢູ່ດີເປັນຕົ້ນ =

                   2)- ຄວາມໝາຽ ໃນເຊິ່ງຮູບແບບກາຣປົກຄອງ

             ແນວຄິດພື້ນຖານ ຂອງປະຊາທິປະໄຕຍ ໃນຖານະທີ່ເປັນຮູບແບບກາຣປົກຄອງ ມາຈາກຄວາມເຊື່ອທີ່ວ່າ ປະຊາທິປະໄຕຍ ເປັນຣະບອບກາຣປົກຄອງ ທີ່ປະ

             ຊາຊົນມີອຳນາຈສູງສຸດ ໃນກາຣປົກຄອງປະເທສ= ກາຣປົກຄອງຕົນເອງຂອງປະຊາຊົນ ດຳເນີນກາຣໂດຍຜ່ານຜູ້ແທນ ທີ່ປະຊາຊົນເລືອກເຂົ້າໄປທຳໜ້າທີ່

             ຕົນ ຕາມຣະບຽບວິທີ ທີ່ບັນຍັດໃວ້ໃນຣັຖທັມນູນ ເຮົາຈຶ່ງອາດສຣຸບຫລັກກາຣທີ່ສຳຄັນ ຂອງກາຣປົກຄອງໃນຣະບອບປະຊາທິປະໄຕຍ ໄດ້ດັ່ງຕໍ່ໄປນີ້

             (1) ຫລັກອຳນາຈອະທິປະໄຕຍ ເປັນຂອງປວງຊົນ -ໝາຽຄວາມວ່າ- ປະຊາຊົນເປັນເຈົ້າຂອງອຳນາຈສູງສຸດຂອງຣັຖ ປະຊາຊົນຈະເປັນຜູ້ຕັດສິນບັນຫາ ແລະ

             ກຳໜົດຄວາມເປັນໄປຂອງພວກເຂົາເອງ ແຕ່ບໍ່ໄດ້ໝາຽຄວາມວ່າ ປະຊາຊົນທັງປະເທສ ຈະມານັ່ງຖົກຖຽງຫາທາງແກ້ບັນຫາ =

             (2) ຫລັກອຳນາຈອະທິປະໄຕຍ ໂດຍປວງຊົນ -ໝາຽເຖິງ-  ກາຣໃຫ້ປະຊາຊົນມີສ່ວນຮ່ວມໃນທາງກາຣເມືອງ ຮູບແບບຂອງກາຣເຂົ້າມີສ່ວນຮ່ວມ ຂອງປະ

             ຊາຊົນ ຈຶ່ງມີຢູ່ຫລາຍທາງດ້ວຽກັນທີ່ສຳຄັນ ຄື ກາຣເລືອກຕົວແທນຂອງຕົນ ຂຶ້ນໄປທຳໜ້າທີ່ໃນຣັຖສະພາ ນອກຈາກນີ້ ປະຊາຊົນອາດເຮັດໄດ້ໂດຍກາຣ

             ຊ່ອຍໂຄສະນາຫາສຽງ ໃຫ້ຜູ້ສມັກທີ່ຕົນນິຍົມຢູ່ ຫຼືເຂົ້າເປັນສະມາຊິກພັຄກາຣເມືອງ ທີ່ມີອຸດົມກາຣດຽວກັນ ເພື່ອຫາທາງຜັກດັນ ໃຫ້ນະໂຍບາຍຂອງພັຄ

             ນຳມາໃຊ້ປະຕິບັຕເປັນຕົ້ນ =

             (3) ຫລັກອຳນາຈອະທິປະໄຕຍ ເພື່ອປະຊາຊົນ ສັງຄົມປະຊາທິປະໄຕຍນັ້ນ ຜູ້ປົກຄອງຫຼືຜູ້ມີອຳນາຈໃນກາຣບໍຣິຫານປະເທສແລະຣັຖບາລ ຈະຕ້ອງບໍ່ກະທຳ

             ໄປພຽງເພື່ອຜົນປະໂຍດ ຂອງຄົນໃນກຸ່ມຕົນເທົ້ານັ້ນ ຜູ້ປົກຄອງທີ່ມາຈາກປະຊາຊົນ ໃນຣະບອບປະຊາທິປະໄຕຍນັ້ນ ຈະຕ້ອງເປັນຜູ້ທີ່ກະທຳ ເພື່ອປະໂຍດ

             ສຸຂຂອງປະຊາຊົນສ່ວນໃຫ່ຽດ້ວຽ ໃຫ້ສົມກັບຄວາມໃວ້ວາງໃຈຂອງປະຊາຊົນ ທີ່ເລືອກຕົນເຂົ້າມາຮັບໜ້າທີ່ ບໍ່ເຊັ່ນນັ້ນ ເມື່ອຄົບວາຣະ ອາດຈະບໍ່ໄດ້ຮັບ

             ເລືອກໃຫ້ເປັນຕົວແທນ ໃນສມັຍຕໍ່ໄປກໍ່ເປັນໄດ້ =

             (4) ຫລັກເຫຕຸຜົນ ປະຊາທິປະໄຕຍ ປະກອບດ້ວຽຫລັກເຫຕຸຜົນ ທັງນີ້ເນື່ອງຈາກຄົນແຕ່ຣະຄົນ ຕ່າງກໍ່ມີແນວຄິດໃນກາຣແກ້ບັນຫາ ທີ່ແຕກຕ່າງກັນໄປ

             ຖ້າຄົນປາສຈາກເຫຕຸຜົນແລ້ວ ສັງຄົມກໍ່ອາດຫຍຸ້ງເຫຍິງ ບໍ່ໄດ້ຂໍ້ຍຸຕິທີ່ດີແລະຖືກຕ້ອງ ດັ່ງນັ້ນ ໃນຣະບອບປະຊາທິປະໄຕຍນັ້ນ ທຸກຄົນຈະຕ້ອງຮ່ວມກັນ

             ຄິດ ໂດຍຕ່າງກໍ່ສເນີຄວາມຄິດເຫັນແລ້ວ ອາດມີກາຣເປີດອະພິປາຍ ມີກາຣວິພາກວິຈານກັນຢ່າງກ້ວາງຂວາງ ຕ່າງຄົນຕ່າງຮັບຟັງຄວາມຄິດເຫັນ ຂອງ

             ຜູ້ອື່ນດ້ວຽໃຈເປັນທັມ ຂໍ້ສເນີຫຼືຄວາມຄິດເຫັນຂອງໃຜ ທີ່ມີເຫຕຸຜົນດີກົ່ວ ກໍ່ຈະໄດ້ຮັບເລືອກໃຫ້ເປັນວິທີກາຣແກ້ໄຂບັນຫານັ້ນໆ ຕໍ່ໄປ =

             (5) ຫລັກສຽງຂ້າງຫລາຍ ວິທີກາຣນຶ່ງ ທີ່ຈະຮູ້ໄດ້ວ່າ ຣະບອບປະຊາທິປະໄຕຍ ເປັນຫລັກກາຣເພື່ອປວງຊົນ ຄື ຫລັກສຽງຂ້າງຫລາຍນັ້ນ ຄືຫລັງຈາກທີ່ຜູ້

             ແທນຣາສດອນ ໄດ້ມີໂອກາດສແດງຄວາມຄິດເຫັນ ວິພາກວິຈານໂດຍກາຣອະພິປາຍກັນພໍແລ້ວ ກໍ່ຈະມີກາຣອອກສຽງລົງຄະແນນກັນ ຂໍ້ສເນີທີ່ໄດ້ຮັບ

             ສຽງຂ້າງຫລາຍຈາກທີ່ປະຊຸມ ກໍ່ຈະໄດ້ຮັບເລືອກໃຫ້ນຳໄປປະຕິບັຕ ທັງນີ້ເພາະຖືໄດ້ວ່າ ເປັນຂອງສເນີທີ່ມີເຫຕຸຜົນ ຂອງຄົນສ່ວນໃຫ່ຽ =

             (6) ຫລັກຄວາມນິຍົມ ປະຊາທິປະໄຕຍ ຈະຕ້ອງມີພື້ນຖານ ມາຈາກຄວາມຍິນຍອມອີກດ້ວຽ ເມື່ອອຳນາຈອະທິປະໄຕຍ ເປັນຂອງປວງຊົນ  ແລະປວງຊົນ

             ໄດ້ເລືອກຕັ້ງຕົວແທນຂອງຕົນ ເພື່ອໃຊ້ອຳນາຈດັ່ງກ່າວ ຈຶ່ງຖືໄດ້ວ່າ ຜູ້ທີ່ໄດ້ຮັບເລືອກໃຫ້ເຂົ້າມາໃຊ້ອຳນາຈເຫລົ່ານີ້ ໄດ້ຮັບຄວາມຍິນຍອມຈາກປວງຊົນ

             ແຕ່ຈະມີອຳນາຈຈຳກັດຕາມຣັຖທັມນູນ ແລະຍັງຖືກຈຳກັດຊ່ວງເວລາທີ່ໄດ້ຮັບຄວາມຍິນຍອມ ຄືອາດຢູ່ໃນວາຣະຊ່ວງຣະຍະເວລານຶ່ງ (ວາຣະຄົບ 4 ປີ

             ເປັນຕົ້ນ) ເມື່ອຄົບວາຣະຫຼືມີກາຣຍຸບສະພາ ກໍ່ຈະມີກາຣເລືອກຕັ້ງໃໝ່ ຫາກຜູ້ແທນຣາສດອນ ຜູ້ໃດໄດ້ຮັບຄວາມໃວ້ເນື້ອເຊື່ອໃຈຈາກປະຊາຊົນ ຈະໄດ້

            ຮັບເລືອກເຂົ້າມາທຳໜ້າທີ່ຕໍ່ໄປ =

            (7) ຫລັກປະນິປະນອມ ໃນຫລາຍກໍຣະນີ ຫລັງຈາກທີ່ຜູ້ແທນຣາສດອນ ໄດ້ອະພິປາຍກັນແລ້ວ ແລະເລັ່ງເຫັນວ່າ ຂໍ້ສເນີຕ່າງ ໆ ທີ່ຜູ້ແທນແຕ່ລະຄົນສເມີ

            ໄປນັ້ນ ມີລັກສນະທີ່ຄ້າຽຄຶງກັນຫລາຍ ຫຼື ມີຂໍ້ຂັດແຍ້ງກັນບໍ່ຫລາຍນັກ ທີ່ປະຊຸມກໍ່ອາດໃຊ້ກາຣປະນິປະນອມກັນ ໂດຍຢຶດຫລັກຜົນປະໂຍດຂອງສ່ວນຣວມ

            ເປັນເກັນ ບໍ່ຈຳເປັນຕ້ອງມີກາຣລົງຄະແນນສຽງຂ້າງຫລາຍກໍ່ໄດ້ =

            (8) ຫລັກຄວາມສເມີພາຄ ປະຊາທິປະໄຕຍເຊື່ອວ່າ ມະນຸສຕ່າງກໍ່ມີສັກສຣີເທົ້າທຽມກັນ ແມ່ນແຕ່ຣັຖທັມນູນຂອງໄທຍ  ກໍ່ຍອມຮັບໃນຫລັກກາຣນີ້ ໂດຍ

            ຂຽນໃວ້ວ່າ ບຸກຄົນຍ່ອມສເມີພາຄກັນໃນກົດໝາຽ ຖານັນດອນສັກ ໂດຍກຳເນີດກໍ່ດີ ໂດຍແຕ່ງຕັ້ງກໍ່ດີ ໂດຍປະກາຣອື່ນກໍ່ດີ ບໍ່ກະທຳໃຫ້ເກີດອະພິສິດ

            ແຕ່ຢ່າງໃດເລີຍ ສະນັ້ນ ກົດໝາຽໃນສັງຄົມປະຊາທິປະໄຕຍ ຈຶ່ງບັງຄັບໃຊ້ກັບບຸຄຄົນທຸກຄົນ ໂດຍສເມີໜ້າກັນເບິດ =

            (9) ຫລັກເສຣີພາບ ສັງຄົມປະຊາທິປະໄຕຍ ນອກຈາກຈະໃຫ້ຄວາມສຳຄັນ ກັບຫລັກຄວາມສເມີພາຄແລ້ວ ຍັງໃຫ້ຄວາມສຳຄັນກັບຫລັກເສຣີພາບດ້ວຽ

            ກ່າວຄື ຣັຖໃນຣະບອບປະຊາທິປະໄຕຍ ຈະຕ້ອງສົ່ງເສີມເສຣີພາບຕ່າງ ໆ ຂອງປະຊາຊົນ ເຊັ່ນ ເສຣີພາບໃນກາຣເວົ້າ ກາຣຂຽນ ກາຣອົບຣົມສຶກສາ ກາຣ

            ຣວມຕົວກັນເປັນສະມາຄົມເປັນຕົ້ນ ແຕ່ທັງນີ້ ເສຣີພາບເຫລົ່ານີ້ ຈະຖືກຈຳກັດໂດຍກົດໝາຽນັ້ນ ຄື ປະຊາຊົນຕ້ອງບໍ່ໃຊ້ເສຣີພາບນີ້ ເພື່ອທຳລາຽຫຼືຣົບ

            ກວນເສຣີພາບຂອງຜູ້ອື່ນ =

            (10) ຫລັກນິຕິທັມ ໝາຽເຖິງກາຣຢຶດຖືກກົດໝາຽ ເປັນເກັນກະຕິກາ ແລະຫລັກປະກັນຄວາມສເມີພາຄ ໃຫ້ປະຊາຊົນໄດ້ຮັບກາຣຄຸ້ມຄອງ ສິດທິເສຣີ

            ພາບ ແລະກາຣຮັກສາຜົນປະໂດຍສ່ວນຣວມ ເພື່ອຄວາມຖືກຕ້ອງ ສງົບຣຽບຣ້ອຽແລະຊອບທັມ ໂດຍຣັຖບາລຈະຕ້ອງບັງຄັບໃຊ້ກົດໝາຽແກ່ຄົນທຸກ

            ຄົນ ໂດຍເທົ້າທຽມກັນ ບໍ່ມີກາຣລະເມີດສິດທິ ເພາະເຫຕຸແຫ່ງຄວາມເປັນຜູ້ມີອິດທິພົນ ຍົດຖາບັນດາສັກດີ໌ ເງິນທອງຫຼືອະພິສິດອື່ນໆ =

            (11) ຫລັກກາຣປົກຄອງຕົນເອງ ເມື່ອສັງຄົມປະຊາທິປະໄຕຍ ໃຫ້ຄວາມສຳຄັນກັບຫລັກຄວາມສເມີພາຄ ແລະຫລັກເຫຕຸຜົນ ເຊື່ອວ່າມະນຸສສາມາຖປັບ

            ປຸງຕົວເອງໃຫ້ກ້າວໜ້າ ຣວມທັງແກ້ໄຂບັນຫາຂອງຕົນເອງໄດ້ ໂດຍເປີດໂອກາດໃຫ້ປະຊາຊົນ ໄດ້ປົກຄອງຕົນເອງ ທັງນີ້ເພາະພວກເຂົາຮູ້ດີກົ່ວຄົນອື່ນໆ

            ວ່າຕົນເອງຕ້ອງກາຣອັນໃດຫຼືສິ່ງໃດ ທີ່ເປັນຜົນປະໂຍດຂອງພວກເຂົາ ຊຶ່ງຜົນປະໂຍດເຫລົ່ານີ້ ອາດຈະຢູ່ໃນແງ່ຮູບທັມ ເຊັ່ນສວັສດິກາຣ ທາງສັງຄົມຕ່າງ ໆ

            ຫຼືອາດຈະຢູ່ໃນແງ່ຂອງນາມທັມ ເຊັ່ນ ເສຣີພາບໃນກາຣຣວມຕົວກັນເປັນສະມາຄົມກໍ່ໄດ້ =

                   3)- ຄວາມໝາຽໃນເຊິງວິທີຊີວິດຂອງປະຊາຊົນ

            ວິທີຊີວິດຂອງປະຊາຊົນ.ໝາຽເຖິງ.  ວິທີກາຣໃນກາຣດຳເນີນຊີວິດຂອງຄົນ ໃນສັງຄົມທີ່ເອື້ອອຳນວຽຕໍ່ກາຣປົກຄອງ ໃນຣະບອບປະຊາທິປະໄຕຍ ມີຄວາມ

            ເຊື່ອຢູ່ວ່າ ກາຣປົກຄອງໃນຣະບອບປະຊາທິປະໄຕຍ ຈະໄຮ້ສະເຖັຽຣະພາບ ຖ້າບຸກຄົນຫຼືສະມາຊິກຂອງສັງຄົມ ຂາດແບບແຜນຂອງຄວາມເຊື່ອ ທັສນະຄະຕິ

            ແລະຄ່ານິຍົມ ທີ່ເປັນປະຊາທິປະໄຕຍ ວິຖີຊີວິດແບບປະຊາທິປະໄຕຍ ອາດຈຳແນກໄດ້ດັ່ງຕໍ່ໄປນີ້ ຄື =

            (1: ໃຊ້ເຫຕຸຜົນ ໃນກາຣຕັດສິນບັນຫາ ຫຼືຂໍ້ຂັດແຍ້ງຣະຫວ່າງກັນ ໃນທາງປະຕິບັຕ ແມ່ນວ່າມະນຸສຈະບໍ່ໃຊ້ເຫຕຸຜົນຕລອດເວລາ ແຕ່ກໍ່ຄວນໃຊ້ເຫຕຸຜົນ

            ຫລາຍກົ່ວອາຣົມ ເພາະກາຣສແດງອອກຊຶ່ງຄວາມຄິດເຫັນ ໂດຍກາຣໃຊ້ເຫຕຸຜົນ ຈະນຳມາ ຊຶ່ງຂໍ້ສລຸບທີ່ເປັນທີ່ຍອມຮັບກັນ ໂດຍບໍ່ກໍ່ໃຫ້ເກີດຄວາມຮຸນ

            ແຮງ ຊຶ່ງຈະເປັນຜົນໃຫ້ເກີດຄວາມແຕກແຍກຂຶ້ນໃນສັງຄົມ =

            (2: ຮູ້ຈັກຮັບຟັງຄວາມຄິດເຫັນຂອງຜູ້ອື່ນ ຢ່າງມີສະຕິສັມປະຊັນຍະ ປາສຈາກອະຄະຕິ ແລະມີຄວາມອົດທົນ ຕໍ່ຄວາມຄິດເຫັນ ທີ່ແຕກຕ່າງໄປຈາກຕົນ

            (3: ມີນໍ້າໃຈປະຊາທິປະໄຕຍ ກ່າວຄື ມີຄວາມຄິດເຫັນເປັນຂອງຕົນເອງ ບໍ່ນິຍົມກາຣຍອມຕາມ ຄວາມຄິດເຫັນຂອງຜູ້ອື່ນ ນອກຈາກຈະຖືກລົບລ້າງດ້ວຽ

            ເຫຕຸຜົນທີ່ໜ້າເຊື່ອຖືກົ່ວ ຍອມຮັບສຽງຂ້າງຫລາຍ ເຄົາຣົບໃນສັກສຣີ ສິດທິເສຣີພາບແລະຄວາມສເມີພາຄ ຂອງເພື້ອນມະນຸສດ້ວຽກັນ ມີຈິດໃຈກ້ວາງ

            ຂວາງ ພ້ອມທີ່ຈະຍອມຮັບກາຣວິພາກວິຈານຈາກຜູ້ອື່ນ ແລະພ້ອມທີ່ຈະປັບປຸງຕົນເອງຢູ່ສເມີ =

            (4: ສົນໃຈກິຈກາຣບ້ານເມືອງ ແລະເຂົ້າມີສ່ວນຮ່ວມທາງກາຣເມືອງ ໂດຍຖືວ່າ ເປັນໜ້າທີ່ເຄົາຣົບກົດເກັນ ຫຼືກະຕິກາທາງກາຣເມືອງ ໃນຣະບອບປະຊາ

            ທິປະໄຕຍ ຢ່າງເຄັ່ງຄັດ =

            (5: ຮູ້ຈັກປະນິປະນອມ ຫລາຍກົ່ວທີ່ຈະດຶງດັນເອົາຊນະກັນ ໂດຍອາສັຍກາຣຂູ່ເຂັນ ບັງຄັບໃຫ້ອີກຝ່າຽນຶ່ງ ຍອມຮັບໃນເງື່ອນໄຂຂອງຝ່າຽຕົນແຕ່ຝ່າຽດຽວ

            (6: ເບິງໂລກທາງແງ່ດີ ສະມາຊິກຂອງສັງຄົມປະຊາທິປະໄຕຍ ຈະຕ້ອງມີສັດທາແລະຄວາງຫວັງ ຕໍ່ຊີວິດສເມີ ກະບວນກາຣໃນຣະບອບປະຊາທິປະໄຕຍ

            ນັ້ນ ອາດຕ້ອງໃຊ້ເວລາ ຄວາມອົດທົນອົດກັ້ນ ຈຶ່ງເປັນສິ່ງຈຳເປັນຍິ່ງ =

            (7: ມີຄວາມຮັບຜິດຊອບຕໍ່ສ່ວນຣວມ ເມື່ອສະມາຊິກຂອງສັງຄົມປະຊາທິປະໄຕຍ ເກີດຄວາມຮູ້ສຶກວ່າ ຕົນເອງເປັນເຈົ້າຂອງປະເທສ ແລະປະເທສເປັນ

            ຂອງທຸກຄົນແລ້ວ ທຸກຄົນຈະເກີດຄວາມຮັກຄວາມພັກດີຕໍ່ຊາຕບ້ານເມືອງ ຕ່າງພຍາຍາມທີ່ຈະປະພຶດຕົນ ໃຫ້ຢູ່ໃນກອບຂອງກົດໝາຽ ແລະສິນທັມອັນ

            ດີງາມ ແລະຕ່າງກໍ່ຈະພຍາຍາມທຳຕົນເປັນພົລເມືອງດີ ຊ່ອຍກັນບຳຣຸງຮັກສາ ສາທາຣະນະສົມບັຕ ຊ່ອຍເຫລືອຜູ້ທີ່ຕົກທຸກໄດ້ຍາກ ໃນຮູບຂອງສັງຄົມ

            ສົງຄ໌ເຄາະ ເຂົ້າມີສ່ວນຮ່ວມໃນກາຣພັຖນາບ້ານເມືອງ ໃຫ້ສະອາດຮົ່ມເຢັນເປັນຕົ້ນ =

                   ຮູບແບບຂອງກາຣປົກຄອງ ຣະບອບປະຊາທິປະໄຕຍ

            ໃນປະເທສປະຊາທິປະໄຕຍນັ້ນ ບໍ່ໄດ້ມີຮູບແບບກາຣປົກຄອງເໝືອນໆ ກັນທັງເບິດ ນັກວິຊາກາຣໄດ້ພຍາຍາມສເນີຫລັກເກັນຕ່າງ ໆ ທີ່ອາດໃຊ້ແບ່ງຮູບ

            ແບບກາຣປົກຄອງ ຂອງປະຊາທິປະໄຕຍ ຫລາຍດ້ວຽກັນ ສລຸບໄດ້ເປັນ 2 ຫລັກ ມີດັ່ງນີ້ ຄື =

           ກ. ຫລັກປະມຸກຂອງປະເທສ ແບ່ງຮູບແບບປະຊາທິປະໄຕຍ ໄດ້ 2 ລັກສະນະ ຄື

           (1) ມີພຣະມະຫາກະສັດເປັນປະມຸຂ ພຣະມະຫາກະສັດຈະຊົງໃຊ້ອຳນາຈອະທິປະໄຕຍ ຊຶ່ງເປັນຂອງປວງຊົນ ໂດຍໃຊ້ອົງຄ໌ກອນແຍກກັນເປັນ 3 ທາງ ຄື

           ຊົງໃຊ້ອຳນາຈນິຕິບັນຍັດ ໂດຍຜ່ານທາງຣັຖສະພາ ອຳນາຈບໍຣິຫາຣ ໂດຍຜ່ານທາງຄນະຣັຖມົນຕຣີ ແລະອຳນາຈຕຸລາກາຣ ໂດຍຜ່ານທາງສານ ສ່ວນ

           ອົງຄ໌ພຣະມະຫາກະສັດ ຈະຊົງເປັນກາງໃນທາງກາຣເມືອງ ເຊັ່ນໄທຍ ອັງກິຖ ເປັນຕົ້ນ =

           (2) ມີປະທານາທິບໍດີເປັນປະມຸກ ຜູ້ດຳຣົງຕຳແໜ່ງປະທານາທິບໍດີ ມາຈາກກາຣເລືອກຕັ້ງຂອງປະຊາຊົນ ທຳໜ້າທີ່ເປັນປະມຸກຂອງຣັຖ ພຽງໜ້າທີ່ດຽວ

           ເຊັ່ນສິງຄະໂປຣ໌ ອິນເດັຽ ຯລຯ ແລະບາງປະເທສ ປະທານາທິບໍດີ ທຳໜ້າທີ່ເປັນປະມຸກ ຂອງຝ່າຽບໍຣິຫາຣດ້ວຽ ເຊັ່ນ ສະຫະຣັຖອະເມໜິກາ ອິນໂດນີເຊັ່ຽ ຯລຯ =

           ຂ. ຫລັກກາຣຣວມ ແລະກາຣແຍກອຳນາຈ ແບ່ງອອກເປັນ 3 ລັກສະນະ ຄື =

           (1) ແບບຣັຖສະພາ ຣະບອບປະຊາທິປະໄຕຍແບບຣັຖສະພາ ໄດ້ແກ່ ກາຣມີສະເພາະຜູ້ແທນຣາສດອນພຽງສະພາດຽວ ຫຼືອາດມີ 2 ສະພາກໍ່ໄດ້ ມີທັງສະພາ

           ຜູ້ແທນຣາສດອນ ຊຶ່ງຕົວແທນຫຼືສະມາຊິກສະພາຜູ້ແທນຣາສດອນ ທີ່ປະຊາຊົນຜູ້ລົງຄະແນນສຽງເລືອກຕັ້ງ ຊຶ່ງມາຈາກກາຣເລືອກຕັ້ງ ແລະວຸດຖິສະພາ

           ຂອງຜູ້ຊົງຄຸນນະວຸດທິ ສ່ວນຫລາຍສະມາຊິກໄດ້ມາຈາກກາຣແຕ່ງຕັ້ງ ແຕ່ສະມາຊິກວຸດທິສະພາໃນບາງປະເທສ  ກໍ່ມາຈາກກາຣເລືອກຕັ້ງ ຊື່ສະພາອາດ

           ເອີ້ນຕ່າງກັນໄດ້ ເຊັ່ນ ໃນອັງກິຖ ເອີ້ນສະພາຜູ້ແທນຣາສດອນວ່າ ສະພາຕໍ່າ ແລະວຸດທິສະພາວ່າ ສະພາສູງ ຫຼືສະພາຂຸນນາງ ແຕ່ໂດຍຫລັກກາຣສະພາ

           ທັງສອງ ຕ້ອງປະຊຸມຮ່ວມກັນຣວມກັນເປັນຣັຖສະພາ ຜູ້ໃຊ້ອຳນາຈນິຕິບັນຍັດແລະອຳນາຈບໍຣິຫາຣ ຄືມີອຳນາຈໃນກາຣອອກກົດໝາຽ ເພື່ອໃຊ້ປົກຄອງ

           ປະເທສ ແລະມີອຳນາຈບໍ່ຣິຫາຣ ໃນກາຣໃຫ້ຄວາມເຫັນຊອບ ຫຼືຈັດຕັ້ງຣັຖບາລ ແລະຄວບຄຸມກາຣບໍຣິຫາຣຂອງຣັຖບາລດ້ວຽ ຄື ຣັຖບາລບໍຣິຫາຣດ້ວຽ

           ຄວາມໃວ້ວາງໃຈຂອງຣັຖສະພາ ໃນທາງປະຕິບັຕ  ຖືກັນເປັນຫລັກເກັນວ່າ ສະມາຊິກສະພາ ກຸ່ມຫຼືພັຄກາຣເມືອງເອງ ທີ່ມີສຽງຂ້າງຫລັຍສນັບສນູນ ຈະໄດ້

           ສິດທິໃນກາຣຈັດຕັ້ງຣັຖບາລ ເພື່ອທຳໜ້າທີ່ບໍຣິຫາຣບ້ານເມືອງ ແຕ່ຣັຖບາລຈະຕ້ອງຢູ່ໃນຄວາມຄວບຄຸມ ຂອງສະມາຊິກຣັຖສະພາ ລັກສະນະດັ່ງກ່າວນີ້

           ຣັຖສະພາແລະຣັຖບາລ ຕ່າງທຳໜ້າທີ່ຂອງຕົນ ແຕ່ຣັຖສະພາຄວບຄຸມຣັຖບາລ ດ້ວຽກະບວນກາຣຕາມຣັຖທັມນູນ ແລະອາດລົງມະຕິບໍ່ໃວ້ວາງໃຈ ເພື່ອ

           ໃຫ້ຣັຖບາລລາອອກໄດ້ ສ່ວນຣັຖບາລກໍ່ອາດຍຸບສະພາໄດ້ ເຮັດໃຫ້ເກີດຄວາມສົມບູນແຫ່ງອຳນາຈ =

           (2) ແບບປະທານາທິບໍດີ ຣະບອບປະຊາທິປະໄຕຍ ແບບປະທານາທິບໍດີ ມີລັກສະນະຄ້າຽຄຶງກັບແບບຣັຖສະພາ ກາຣມີຣັຖສະພາເໝືອນກັນ ແຕ່ມີລັກສະ

           ນະທີ່ແຕກຕ່າງກັນ ຄື ກາຣມີປະທານາທິບໍດີ ໃຊ້ອຳນາຈບໍຣິຫາຣ ໂດຍປະທານາທິບໍດີ ມີສິດທິແລະໜ້າທີ່ໃນກາຣຈະແຕ່ງຕັ້ງ ຄນະຣັຖມົນຕຣີຂຶ້ນມາຊຸດ

           ນຶ່ງ ເພື່ອບໍຣິຫາຣປະເທສແລະຮັບຜິດຊອບຮ່ວມກັນ ສ່ວນອຳນາຈນິຕິບັນຍັດນັ້ນ ກໍ່ຍັງຄົງຕົກຢູ່ທີ່ຣັຖສະພາ ກາຣປົກຄອງຣະບອບປະຊາທິປະໄຕຍ ແບບ

           ປະທານາທິບໍດີນີ້ ທັງປະທານາທິບໍດີ ແລະສະມາຊິກສະພາຜູ້ແທນຣາສດອນ ຕ່າງກໍ່ໄດ້ຮັບເລືອກຈາກປະຊາຊົນທັງສອງຝ່າຽ ຈຶ່ງຕ້ອງຮັບຜິດຊອບໂດຍຕົງ

           ຕໍ່ປະຊາຊົນ ສ່ວນອຳນາຈຕຸລາກາຣ ຍັງຄົງເປັນອິສຣະ ສະນັ້ນອຳນາຈນິຕິບັນຍັດ ອຳນາຈບໍຣິຫາຣ ແລະອຳນາຈຕຸລາກາຣ ຕ່າງກໍ່ເປັນອິສຣະແລະແຍກກັນ

           ສະຖາບັນຜູ້ໃຊ້ອຳນາຈທັງສາມ ຈະເປັນຕົວທີ່ຄອຽຢັບຢັ້ງແລະທວງດຸນກັນແລະກັນ ບໍ່ໃຫ້ຝ່າຽນຶ່ງຝ່າຽໃດໃຊ້ອຳນາຈເກີນຂອບເຂດ ເຊັ່ນ ກາຣປົກຄອງຂອງ

           ສະຫະຣັຖອະເມຣິກາເປັນຕົ້ນ =

           (3) ແບບເກິ່ງຣັຖສະພາ ເກິ່ງປະທານາທິບໍດີ  ຣະບອບປະຊາທິປະໄຕຍແບບນີ້ ປະທານາທິບໍດີເປັນທັງປະມຸຂຂອງຣັຖ ແລະບໍຣິຫາຣຣາຊກາຣແຜ່ນດິນຮ່ວມ

           ກັບນາຍົກຣັຖມົນຕຣີ ໃນດ້ານກາຣບໍຣິຫາຣນັ້ນ ນາຍົກຣັຖມົນຕຣີ ເປັນຜູ້ລົງນາມປະກາດໃຊ້ກົດໝາຽ ແລະຄນະຣັຖມົນຕຣີ ກໍ່ຍັງຄົງເປັນຜູ້ໃຊ້ອຳນາຈບໍຣິ

           ຫາຣ ແຕ່ຕ້ອງຮັບຜິດຊອບຕໍ່ຣັຖສະພາ ສ່ວນຣັຖສະພາເອງ ກໍ່ຍັງຄົງທຳໜ້າທີ່ສຳຄັນ ຄືອອກກົດໝາຽ ແລະຄວບຄຸມກາຣບໍຣິຫາຣຣາຊກາຣແຜ່ນດິນ ປະ

           ທານາທິບໍດີ ໃນຣະບອບປະຊາທິປະໄຕຍແບບນີ້ ເປັນຜູ້ກຳໜົດນະໂຍບາຍຕ່າງປະເທສ ແລະກາຣເມືອງໂດຍທົ່ວໆໄປ ທັງຍັງທຳໜ້າທີ່ອະນຸຍາດໂຕຕຸລາກາຣ

           ຣະຫວ່າງຣັຖສະພາ ກັບຄນະຣັຖມົນຕຣີ ນອກຈາກນີ້ຍັງມີອຳນາຈຍຸບສະພາໄດ້ດ້ວຽ ຈຶ່ງມີອຳນາຈຫລາຍ ເຊັ່ນ ອິນເດັຽ ຝຣັ່ງເສສ =

                  ປະເພຕຂອງຣະບອບປະຊາທິປະໄຕຍ =ແບ່ງອອກເປັນ 2  ປະເພຕ ມີດັ່ງນີ້ ຄື

           1. ປະຊາທິປະໄຕຍໂດຍທາງຕົງ ເປັນຮູບແບບກາຣປົກຄອງ ທີ່ໃຫ້ປະຊາຊົນທັງປະເທສ ເປັນຜູ້ໃຊ້ອຳນາຈໃນກາຣປົກຄອງໂດຍຕົງ ດ້ວຽກາຣປະຊຸມຮ່ວມ

           ກັນພິຈາຣະນາ ຕັດສິນບັນຫາຮ່ວມກັນໃນທີ່ປະຊຸມໂດຍຕົງ ແລະຈະເປັນຜູ້ເລືອກຕັ້ງເຈົ້າໜ້າທີ່ປະຕິບັຕງານຂອງຣັຖໂດຍຕົງ ເຮົາຈະເຫັນວ່າປະຊາທິປະ

           ໄຕຍປະເພຕນີ້ ຈະໃຊ້ໄດ້ໃນເຊິ່ງປະຕິບັຕແທ້ໆ ກໍ່ແຕ່ສະເພາະໃນສັງຄົມນ້ອຽ ໆ ຫຼືປະເທສນ້ອຽ ໆ- ທີ່ມີສະມາຊິກຈຳນວນນ້ອຽ ຊຶ່ງແຕ່ລະຄົນມີໂອກາດອະພິ

           ປາຍວິພາກວິຈານ ແລະພິຈາຣະນາບັນຫາຕ່າງ ໆ ຢ່າງລະອຽດ ແລະມີເຫຕຸຜົນ ແຕ່ຖ້ານຳເອົາປະຊາທິປະໄຕຍປະເພຕນີ້ ມາໃຊ້ກັບສັງຄົມຂນາດໃຫ່ຽ ທີ່ມີ

           ສະມາຊິກຈຳນວນຫລາຍ ແລ້ວຈະເປັນອຸປສັກ ເນື່ອງຈາກຄວາມບໍ່ພ້ອມພຽງກັນ ແລະກາຣທີ່ຈະຫາສະຖານທີ່ປະຊຸມຂນາດໃຫ່ຽ ເພື່ອຈະໃຫ້ປະຊາຊົນ ທັງ

           ປະເທສ ມາປະຊຸມ ໃນທີ່ດຽວກັນຍ່ອມເປັນໄປໄດ້ຍາກຍິ່ງ =

           2. ປະຊາທິປະໄຕຍໂດຍທາງອ້ອມ- ເປັນປະຊາທິປະໄຕຍອີກປະເພຕນຶ່ງ ຊຶ່ງເປັນຜົນ ເນື່ອງມາຈາກປະເທສຕ່າງ ໆຂອງໂລກ ໄດ້ຂຍາຽຕົວອອກໄປຫລາຍ

           ປະຊາຊົນພົລເມືອງເພີ້ມຂຶ້ນ ບັນຫາຕ່າງ ໆເກີດຂຶ້ນມາຫລາຍ ສະນັ້ນໂອກາດທີ່ປະຊາຊົນທັງປະເທສ ຈະມານັ່ງປຶກສາຫາຣືກັນ ເພື່ອແກ້ບັນຫາກັນແບບ

           ປະຊາທິປະໄຕຍ ໂດຍທາງຕົງ ຍ່ອມເປັນໄປບໍ່ໄດ້ ເພື່ອແກ້ໄຂອຸປສັກນີ້ ແທນທີ່ປະຊາຊົນທຸກຄົນ ຈະຕ້ອງມາປະຊຸມຮ່ວມກັນ ເພື່ອພິຈາຣະນາຕັດສິນບັນ

           ຫາໃດ ກໍ່ຈະໃຫ້ປະຊາຊົນໄດ້ມີໂອກາດເລືອກຕົວແທນ ຫຼືທີ່ຮູ້ຈັກໃນນາມສະມາຊິກຣັຖສະພາ ເຂົ້າໄປສູ່ທີ່ປະຊຸມແທນ ສ່ວນລັກສະນະແລະວິທີກາຣເລືອກ

           ສະມາຊິກຣັຖສະພາ ຂອງປະຊາຊົນໃນແຕ່ລະປະເທສ ຈະແຕກຕ່າງກັນໄປ =

 

 

                                 ມີອ່ານຕໍ່