ໂດຍລາວເສຣີຊົນ L S X

 

ພລັງທາຕຸສີ່ຂັນຫ້າ ກັບວັຖນະທັມ ຂຸມພລັງທາຕຸທັງຫ້າ

 

ໃນສັງຄົມມະນຸສ ເຊື່ອເຣື້ອງຄວາມສົມບູນ ຂອງຫລັກປັຊຍາຢືນຍ່າງ ຊຶ່ງອະທິບາຍ ກາຣກໍ່ເກີດຂອງຈັກວານ ກຳລັງ (ມືດ)ຍ່າງ(ສ່ວາງ)

ເກື້ອກູນແລະຄວບຄຸມທຸກສັບພະສິ່ງ ໃນຈັກວານ ກໍ່ເກີດເປັນຄຸນນະພາບ ສ່ວນກາຣອະທິບາຍໂຄງສ້າງ ຂອງຈັກວານນັ້ນ ສັງຄົມມະນຸສມີ

ເຊື່ອເຣື້ອງພລັງແຫ່ງທາຕຸທັງຫ້າ ອັນປະກອບດ້ວຽ (ໄມ້- ໄຟ- ດິນ-ໂລຫະ ແລະນໍ້າ) ສິ່ງທີ່ໜ້າສົນໃຈນັ້ນຄື ທາຕຸທັງຫ້າ ໄດ້ໃຫ້ກຳເນີດ ຊຶ່ງ

ກັນແລະກັນ ແລະຄນະດຽວກັນ ກໍ່ທຳລາຍກັນເອງ ເກີດເປັນທັຖສະຕິທາຕຸກຳເນີດ ແລະທາຕຸປໍຣະປັກ =

ທາຕຸໄມ້ ໃຫ້ກຳເນີດທາຕຸໄຟ (ໄມ້ເປັນເຊື້ອເພີງ ເຮັດໃຫ້ເກີດໄຟ ) ທາຕຸໄຟ ໃຫ້ກຳເນີດທາຕຸດິນ (ໄຟເຜົາໃໝ້ ຕົ້ນໄມ້ຕ່າງໆ ຈົນເປັນເຖົ່າ

ຖ່ານ ແລ້ວກາຽເປັນດິນ )ທາຕຸດິນ ໃຫ້ກຳເນີດທາຕຸໂລຫະ (ໃນດິນມີແຮ່ທາຕຸຫລາຍສນິດ ) ທາຕຸໂລຫະ ໃຫ້ກຳເນີດທາຕຸນໍ້າ ( ແຮ່ທາຕຸໃນ

ດິນ ເຮັດໃຫ້ເກີດແຫລ່ງນໍ້າຂຶ້ນ ) ທາຕຸນໍ້າ ໃຫ້ກຳເນີດທາຕຸໄມ້ ( ນໍ້າຫລໍ່ລ້ຽງໄມ້ ໃຫ້ຈະເຣີນເຕີບໂຕ) ທາຕຸໄມ້ ເປັນປໍຣະປັກທາຕຸດິນ ( ຕົ້ນໄມ້

ດູດແຮ່ທາຕຸຈາກດິນ ເຮັດໃຫ້ດິນເສັຽ ) ທາຕຸດິນ ເປັນປໍຣະປັກທາຕຸນໍ້າ ( ດິນທັບຖົມແຫລ່ງນໍ້າ ) ທາຕຸນໍ້າ ເປັນປໍຣະປັກທາຕຸໄຟ (ນໍ້າມອດ

ໄຟ) ທາຕຸໄຟ ເປັນປໍຣະປັກທາຕຸໂລຫະ (ໄຟຫລອມເຜົາໂລຫະ) ທາຕຸໂລຫະ ເປັນປໍຣະປັກທາຕຸໄມ້) ໂລຫະ ຫລາຍເກີນໄປ ເຮັດໃຫ້ຕົ້ນໄມ້ເກີດ

ບໍ່ໄດ້ ເພາະຂາດດິນ =

ຈາກຈັກວານ ສູ່ກາຽມະນຸສ

ທາຕຸທັງຫ້າຢ່າງ ແລະຄວບຄຸມຊຶ່ງກັນແລະກັນ ເພື່ອໃຫ້ເກີດສົມບູນ ກົມກືນ ເມື່ອທາຕຸທັງຫ້າ ເປັນກຳລັງຈັກວານ ໃນຮ່າງກາຽຂອງມະນຸສ

ຊຶ່ງເປັນສ່ວນນຶ່ງຂອງຈັກວານ ຈຶ່ງມີທາຕຸທັງຫ້າ ເປັນອົງຄ໌ປະກອບຢູ່ດ້ວຍ ຈຳແນກເປັນອະວັຍວະ ທີ່ມີສະພາບເປັນຢ່າງ ປະກອບດ້ວຍ

ຕັບ- ຫົວໃຈ- ມ້າມ- ປອດ- ໄຕ- ສ່ວນອະວັຍວະ ທີ່ມີສະພາບເປັນຊິນ ໄດ້ແກ່- ຖົງນໍ້າບີ- ລຳໄສ້ນ້ອຽ- ກະເພາະ- ລຳໄສ້ໃຫ່ຽ- ກະເພາະປັດສາວະ

ໂດຍອະວັຍວະເຫລົ່ານີ້ ເກື້ອໜຸນແລະທຳລາຍກັນ ຢ່າງເປັນຣະບົບ =

ໃນຄັມພີຊູຈິງ ຫຼືຄັມພີຣັຖສາຕ ຊຶ່ງສ່ວນເອກສານສຳຄັນ ທາງກາຣເມືອງ ເລັ່ມແລກຂອງຈີນ ເປັນນຶ່ງໃນຫົກຄັມພີ ຂອງສຳນັກຂົງຈື່

ເປັນຕຳຣາສັບພະວິທະຊັ້ນສູງ ຕັ້ງແຕ່ສມັຍຣາຊວົງຄ໌ໂຈວ (1027 256- ປີກ່ອນ ຄ.ສ.) ກ່າວໃວ້ວ່າ ທາຕຸໄມ້ມີລັກສະນະເກີດໃໝ່ໄດ້ ອ່ອນ

ນວນ ຈຶ່ງເປັນທາຕຸຂອງຖົງນໍ້າບີ ທາຕຸໄຟມີລັກສະນະຮ້ອນ ຈຶ່ງເປັນທາຕຸຂອງຫົວໃຈ ແລະລຳໄສ້ນ້ອຽ ທາຕຸດິນມີລັກສະນະ ໃຫ້ກຳເນີດ

ສັບພະສິ່ງ ຈຶ່ງເປັນທາຕຸຂອງມ້າມ ແລະກະເພາະອາຫາຣ ທາຕຸໂລຫະ ມີລັກສະນະແຂງ ມີຄວາມສາມາຖດູດຊັບ ຈຶ່ງເປັນທາຕຸຂອງປອດ

ແລະລຳໄສ້ໃຫ່ຽ ທາຕຸນໍ້າມີລັກສະນະເຈືອ ໄຫລລົງສູ່ທີ່ຕໍ່າ ຈຶ່ງເປັນທາຕຸຂອງໄຕ ແລະກະເພາະປັດສະວະ =

ອະທິບາຍໄດ້ວ່າ ທາຕຸໄມ້ ໃຫ້ກຳເນີດທາຕຸໄຟ( ຕັບເປັນທີ່ສະສົມເລືອດ ສົ່ງໄປຫລໍ່ລ້ຽງຫົວໃຈ) ທາຕຸໄຟ ໃຫ້ກຳເນີດທາຕຸດິນ( ຫົວໃຈສູບ

ສີດເລືອດໄປລ້ຽງມ້າມ) ທາຕຸດິນ ໃຫ້ກຳເນີດທາຕຸໂລຫະ( ມ້າມສ້າງເລືອດແລະລົມຜ່ານໄປຫລໍ່ລ້ຽງປອດ) ທາຕຸໂລຫະ ໃຫ້ກຳເນີດທາຕຸນໍ້າ

( ປອດມີລົມຜ່ານກະຈາຍໄປຊ່ອຍ ກາຣທຳງານຂອງໄຕ) ທາຕຸນໍ້າ ໃຫ້ກຳເນີດທາຕຸໄມ້( ໄຕມີສາຣະຈຳເປັນສະສົມຢູ່ ສາມາຖປ່ຽນເປັນເລືອດ

ສົ່ງໄປຫລໍ່ລ້ຽງຕັບ) =

ທາຕຸໄມ້ເປັນປໍຣະປັກທາຕຸດິນ( ລົມຜ່ານຈາກຕັບ ກະຈາຍລົມຜ່ານມ້າມທີ່ຕິດຂັດໄດ້) ທາຕຸດິນ ເປັນປໍຣະປັກທາຕຸນໍ້າ( ມ້າມດູດຊືມ

ອາຫາຣແລະນໍ້າ ຄວບຄຸມນໍ້າຂອງໄຕ ບໍ່ໃຫ້ສະສົມຫລາຍເກີນໄປ) ທາຕຸນໍ້າ ເປັນປໍຣະປັກທາຕຸໄຟ( ນໍ້າຈາກໄຕຄວບຄຸມຫົວໃຈ ບໍ່ໃຫ້ຮ້ອນ

ແຮງເກີນ) ທາຕຸໄຟ ເປັນປໍຣະປັກທາຕຸໂລຫະ ( ໄຟຫຍ່ານຂອງຫົວໃຈ ຄວບຄຸມບໍ່ໃຫ້ລົມຜ່ານ ຈາກປອດກະຈາຍລົງຫລາຍເກີນ) ທາຕຸ

ໂລຫະ ເປັນປໍຣະປັກທາຕຸໄມ້( ລົມຜ່ານຈາກປອດ ກະຈາຍລົງ ປ້ອງກັນຫຍ່ານຂອງຕັບ ບໍ່ໃຫ້ເພີ້ມຫລາຍເກີນ) =

ກາຣສ້າງແລະຄວບຄຸມດຳເນີນ ຄວບຄູ່ກັນ ໃນລັກສະນະສົມບູນ ເພື່ອເຮັດໃຫ້ຮ່າງກາຽຂອງມະນຸເກີດຂຶ້ນ ຈະເຣີນເຕີບໂຕ ດຳລົງຢູ່

ແລະດັບໄປ ຕາມວົງຈອນທັມຊາຕ= ຈະເຫັນວ່າທາຕຸທັງຫ້າ ທຽບຄຽງສູ່ກາຣທຳງານ ຂອງຣະບົບອະວັຍວະ ໃນຮ່າງກາຽມະນຸສ ໄດ້ຢ່າງ

ເໝາະສົມກາຽເປັນຕຳຣາທາງກາຣແພທ ໃນກາຣເສີມບຳຣຸງ ແລະຮັກສາສຸຂພາບ ຂອງຊາວມະນຸສ ແຕ່ຄັ້ງບັນພະກາຣ

 

ຈາກສູນກາງລາວອິສຣະ ເພື່ອປະຊາທິປະໄຕຍ

 

ໂດຍລຸງຈ່ອຍ ຮີທາດ