ໂດຍລາວເສຣີຊົນ L S X

  

                          ທັມມະສອນໃຈ ວ່າດ້ວຍຄົນໂງ່ ຄົນສລາດ ແລະຄົນເຈົ້າປັນຍາ

                      - ວ່າດ້ວຍຄວາມເກັ່ງກາດ

            ຄົນໂງ່ ເມົາອວດເກັ່ງ ຈຶ່ງບໍ່ມີໃຜເຕີມຄວາມເກັ່ງ ໃຫ້ກັບເຂົາອີກ =

          ຄົນສລາດ ມັກຮຽນຮູ້ ເພື່ອພັຖນາຄວາມເກັ່ງ ໃຫ້ຍິ່ງຂຶ້ນ ແລະເອົາຄວາມເກັ່ງມາໃຊ້ ໂດຍບໍ່ອວດ ຈຶ່ງໄດ້ຜົນງານດີ ແຕ່ອາດບໍ່ທຸກເຣື່ອງ

          ແລະອາດບໍ່ຢັ່ງຢືນ =

          ຄົນເຈົ້າປັນຍາ ຫາກຄວາມເກັ່ງບໍ່ພົບ ແຕ່ເຮັດອັນໃດກໍ່ຍອດຍ້ຽມສເມີ ເພາະແນມເຫັນທຸກຢ່າງໃນຕົນແລະນອກຕົນ ເປັນທັມມະດາ ທຸກ

          ຄຸນສົມບັຕ ຈຶ່ງເປັນປົກຕິ ແລະຢັ້ງຢືນ ສຳຫລັບເຂົາ =

                     - ວ່າດ້ວຍຈັນຍາມາຣະຍາຕ

          ຄົນໂງ່ ແຂງກະດ້າງ ຈຶ່ງລົ້ມເຫລວ ດັ່ງເປືອກໄມ້ ແກະກາບຫລົ່ນສູ່ດິນ =

          ຄົນສລາດ ຢຶດຫຍຸ່ນ ຈຶ່ງກະຈ່າຍຕົນໄປໃນສະຖານະກາຣຕ່າງໆ ດັ່ງຮາກໄມ້ແຜ່ຂຍາຍໄປໃນພືນປັຖພີ =

          ຄົນເຈົ້າປັນຍາ ອ່ອນໂຍນ ຈຶ່ງຈະເຣີນງອກງາມ ດັ່ງຍອດໄມ້ ທີ່ທະຍານພົ້ນຂຶ້ນສູ່ທີ່ສູງ =

                     - ວ່າດ້ວຍຄວາມຮັກສັມພັນທ໌

          ຄົນໂງ່ ມັກຂໍຄວາມຮັກແລະຄວາມເຫັນໃຈ ແຕ່ມັກໄດ້ຮັບຄວາມສົມເພຕຕອບແທນ  ເປັນປະຈຳ =

          ຄົນສລາດ ມັກໃຫ້ຄວາມຮັກຄວາມເຂົ້າໃຈ ແລະມັກໄດ້ຮັບຄວາມຫວັງເພິ່ງພາຕອບເນື່ອງໆ =

          ຄົນເຈົ້າປັນຍາ ມັກໃຫ້ປັນຍາ ທີ່ຈະໃຫ້ທຸກຄົນຮັກ ແລະເຂົ້າໃຈຕົນເອງ ຈຶ່ງໄດ້ຮັບຄວາມນັບຖື ແລະຄວາມມີບຸນຄຸນ ຕອບແທນສເມີ

                     - ວ່າດ້ວຍແຫ່ງມິຕພາບ

          ຄົນໂງ່ ມັກຫາເພື້ອນຈາກວົງເຫລົ້າ ຫຼືແຫລ່ງອະບາຍຍະມຸຂ ຈຶ່ງໄດ້ແຕ່ມິດທຽມ ທີ່ນຳພັຍມາສູ່ຊີວິດ ແລະຕ້ອງແຕກແຍກກຸ່ມແລ້ວກຸ່ມເລົ່າ

          ຄົນສລາດ ມັກຫາເພື້ອນຈາກງານ ຈຶ່ງໄດ້ມິດດີຮ່ວມອຸດົມກາຣ ແຕ້ເມື່ອງານເບິດຫຼືລົ້ມເຫລວ ມິດດີເຫລົ່ານັ້ນ  ກໍ່ເປັນອັນຕະພານໄປ ແລະ

          ບາງຄົນກໍ່ຜັນມາເປັນສັດຕຣູຫຼືຄູ່ແຂ່ງ =

          ຄົນເຈົ້າປັນຍາ ມັກຫາເພື້ອນຈາກທັມສະພາວະ ຈຶ່ງໄດ້ມິດແທ້ ທີ່ມີຣົດນິຍົມ ເໜືອເງື່ອນໄຂທາງໂລກ ຄວາມສັມພັນຈຶ່ງສະອາດແລະມີແນວ

          ໂນ້ມນິຣັນດອນ =

                     - ວ່າດ້ວຍສັມພັນທ໌ ເຊີງສ້າງສັນຄ໌

          ຄົນໂງ່ ເຫັນແຕ່ຄວາມຊົ່ວຮ້າຍໃນຄົນອື່ນ ຈຶ່ງຫຍິບຍື່ນແຕ່ໂທສໃຫ້ແກ່ກັນ ແລະໄດ້ຮັບຄວາມທຸກຂ໌ຕົມ ເປັນຂອງກຳນັລ =

          ຄົນສລາດ ເຫັນແຕ່ຄວາມດີໃນຄົນອື່ນ ຈົງຫຍິບຍື່ນຄຸນຄ່າໃຫ້ແກ່ກັນ ແລະໄດ້ຮັບຄວາມສຸຂຣະຄົນທຸກຂ໌ ອັນປະນິດເປັນຂອງກຳນັລ =

          ຄົນເຈົ້າປັນຍາ ເຫັນທັງຄວາມດີແລະຄວາມຊົ່ວ ໃນທຸກຕົວຄົນ ຈຶ່ງຄວບຄຸມໂທສ ແມ່ນເລກນ້ອຍ ທີ່ອາດເກີດຣະຫວ່າງກັນ ແລ້ວຫຍິບ

          ຍື່ນຄຸນຄ່າ ໃຫ້ເພື່ອກາຣພັຖນາຮ່ວມກັນ ປະຖິສັມພັນ ຍ່ອມເປັນໄປເພື່ອປະໂຍດສຸຂທຸກຝ່າຍ ຢ່າງຕໍ່ເນື່ອງ ແລະໄດ້ຮັບຄວາມ ຈະເຣີນ

          ຮຸ່ງເຮືອງຢັ່ງຢືນ ເປັນກຳນັລ =

                     - ວ່າດ້ວຍວັຖນະທັມສັມພັນທ໌

          ຄົນໂງ່ ເຫັນອັນໃດທີ່ທຳສືບໆກັນມາ ກໍ່ທຳສືບໆກັນໄປ ໂດຍບໍ່ໄດ້ຕຣວດສອບປະເມີນຄຸນຄ່າໃດໆ ຈຶ່ງຜິດໆ ຖືກໆ =

          ຄົນສລາດ ເຫັນອັນໃດທີ່ທຳສືບໆ ກັນມາ ກໍ່ຍັງບໍ່ທຳສືບໆກັນໄປ ທຳກາຣຕຣວດສອບ ປະເມີນຄຸນຄ່າກ່ອນ ຈຶ່ງຈະທຳສືບໆກັນຕໍ່ໄປ ຈຶ່ງ

          ໄດ້ປະໂຍດຊັດເຈນ =

          ຄົນເຈົ້າປັນຍາ ເຫັນອັນໃດທີ່ທຳສືບໆກັນມາ ແລະສືບໆກັນໄປ ກໍ່ພຍາຍາມພັຖນາຕໍ່ ເພື່ອສິ່ງທີ່ດີກົ່ວ ຈຶ່ງໄດ້ຄວາມຈະເຣີນໂດຍສລຳດັບ =

                     - ວ່າດ້ວຍກາຣສນອງຕອບ ຜູ້ມີພຣະຄຸນ

          ຄົນໂງ່ ເນຣະຄຸນຜູ້ມີບຸນຄຸນ ຈຶ່ງບໍ່ມີໃຜຢາກທຳດີກັບເຂົາອີກ =

          ຄົນສລາດ ກະຕັນຍູຜູ້ມີບຸນຄຸນ ຈຶ່ງມີຄົນຢາກທຳດີ ກັບເຂົາມາກມາຍ ຊຶ່ງຕ້ອງຕາມຊົດໃຊ້ບຸນຄຸນກັນບໍ່ຮູ້ຈົບ =

          ຄົນເຈົ້າປັນຍາ ຍົກຣະດັບຜູ້ມີບຸນຄຸນໃຫ້ສູງສົ່ງຂຶ້ນ ຈຶ່ງທົດແທນບຸນຄຸນກັນໄດ້ເບິດ ແລະຜູ້ມີພຣະຄຸນ ກາຍເປັນໜີ້ບຸນຄຸນ ແລະພ້ອມ

          ທີ່ຈະໃຫ້ພຣະຄຸນທີ່ຍິ່ງກົ່ວ ເກີດວົງຈອນກາຣໃຫ້ ແລະກາຣຮັບ ທີ່ພັຖນາຕໍ່ເນື່ອງ ທຸກຝ່າຍຈຶ່ງໄດ້ປະໂຍດ ຢ່າງຍິ່ງ =

                     - ວ່າດ້ວຍກາຣຈັດກາຣກັບປັນຍາ

          ຄົນໂງ່ ພໍພົບກັບປັນຍາ ຫາອັນໃດກໍ່ຮ້ອງໂວຍວາຍ ກໍ່ໃຫ້ເກີດບັນຫາທາງອາຣົມ ແລະຄວາມສັມພັນອີກຫລາຍຊັ້ນ ຈຶ່ງຍິ່ງເສັຽຫາຽ =

          ຄົນສລາດ ພໍພົບບັນຫາກໍວິເຄາະ ເປັນກາຣໃຊ້ຄວາມຄິດແກ້ບັນຫາ ຈຶ່ງມັກຕິດບ້ວງຄວາມຄິດ ວົນໄປວົນມາ =

          ຄົນເຈົ້າປັນຍາ ພໍພົບບັນຫາອັນໃດກໍວາງກ່ອນ ພໍເປັນອິສຣະ ມີອຳນາຈເໜືອກົ່ວບັນຫາແລ້ວ ຈຶ່ງຈັດກາຣກັບບັນຫານັ້ນຢ່າງເໜືອຊັ້ນ =

                    - ວ່າດ້ວຍກາຣບໍຣິຫາຣແລະກາຣປົກຄອງ

          ຄົນໂງ່ ພຍາຍາມບໍຣິຫາຣຄົນ ຈຶ່ງວຸ້ນວາຍສັບສົນ ຕາມທັມຊາຕຂອງຄົນ =

          ຄົນສລາດ ພຍາຍາມ ບໍຣິຫາຣປະໂຍດສັມພັນ ຈຶ່ງຍຸ້ງຍາກຊັບຊ້ອນ ຕາມປາຖນາອັນບໍ່ສິ້ນສຸດ =

          ຄົນເຈົ້າປັນຍາ ພຍາຍາມ ບໍຣິຫາຣຣະບົບທັມ ຈຶ່ງສງົບລົງຕົວ ໃນຈຸດພໍດີ =

                    - ວ່າດ້ວຍຄວາມຄິດ =

          ຄົນໂງ່ ເຫັນແຕ່ຄວາມຊົ່ວຮ້າຍຂອງຄົນອື່ນ ແລະໂຍນຄວາມຜິດ ໃຫ້ຜູ້ອື່ນຢູ່ເຣື້ອຍ ເປັນກາຣທຳມິດ ໃຫ້ກາຽເປັນສັຕຣູ ຊີວິດຈຶ່ງຢູ່ໃນຖ້າມ

          ກາງອັນຕຣາຍ =

          ຄົນສລາດ ເຫັນແມ່ນຄວາມຊົ່ວຮ້າຍໃນຕົນເອງ ຈຶ່ງກ້າຍອມຮັບຄວາມຈິງ ແລະແກ້ໄຂຕົວ ເຮັດໃຫ້ຕົນດີຂຶ້ນ ເຮັດແມ່ນສັຕຣູກໍຍອມ

          ຮັບ ໄດ້ຫລາຍຂຶ້ນ ຊີວິດຈຶ່ງຈະເຣີນແລະຜາສຸຂ ໂດຍລຳດັບ =

          ຄົນເຈົ້າປັນຍາ ເຫັນຄວາມຊົ່ວຮ້າຍສາກົນ ຈຶ່ງເຂົ້າໃຈທຸກຄົນ ໃນທຸກສະຖານະກາຣ ເຫັນສັດສ່ວນ ກາຣບໍຣິຫາຣຄົນທີ່ເໝາະສົມ ໂດຍ

          ບໍ່ທຳຣ້າຽຄົນ ແຕ່ຈະທຳລາຍຄວາມຊົ່ວສາກົນໃຫ້ສິ້ນໄປ ຈຶ່ງສນຸກສນານ ໃນກາຣບໍຣິຫາຣເຣື້ອຍໄປ =

                    - ວ່າດ້ວຍກາຣບໍຣິຫາຣທັມ

          ຄົນໂງ່ ດູໝິ່ນທັມມະ ຊີວິດຈຶ່ງຫາຽ ຍະນະ =

          ຄົນສລາດ ສຶກສາທັມມະ ຈຶ່ງຮູ້ສຶກ ແລະດຳເນີນຊີວິດດ້ວຍດີ =

          ຄົນເຈົ້າປັນຍາ ໃຊ້ທັມມະ ຈຶ່ງດຳເນີນຊີວິດ ຢ່າງເໜືອຊັ້ນ =

                    - ວ່າດ້ວຍຄວາມພຽນ

          ຄົນໂງ່ ມົວຂຍັນໃນເຣື່ອງສາຣະ ຈຶ່ງມັກພົບປະ ແຕ່ເຣື່ອງໄຮ້ປະໂຍດ ແລ້ວມັກຕັດພໍ້ວ່າ ເປັນຫຍັງທຳດີແລ້ວບໍ່ໄດ້ດີ =

          ຄົນສລາດ ມັກຂຍັນໃນເຣື່ອງ ທີ່ມີຄຸນຫລາຍ ມີໂທສນ້ອຍ ຈຶ່ງໄດ້ປະໂຍດຫລາຍແລະມີໂທສແຊກແຊງແນ່ ແລ້ວມັກເວົ້າວ່າ ອຸດສ່າຣະ

          ວັງຢ່າງສຸດແລ້ວ ຍັງພົບເຣື່ອງຮ້າຍໆ ອີກ =

          ຄົນເຈົ້າປັນຍາ ຂຍັນທຳຕົນ ໃຫ້ເໜືອຄຸນແລະໂທສ ຈຶ່ງບໍຣິຫາຣສະຖານະກາຣ ຢ່າງອິສຣະ ບໍ່ປະກົດສຽງຕັດພໍ້ ຫຼືວົນວ່າອີກຕໍ່ໄປ =

                    - ວ່າດ້ວຍຄວາມຈິງຈັງ

          ຄົນໂງ່ ເຫັນປຣາກົດກາຣຕ່າງໆ ໃນຊີວິດເປັນເຣື່ອງຈິງຈັງ ຈຶ່ງຄຽດແທບບ້າ =

          ຄົນສລາດ ເຫັນປຣາກົດກາຣຕ່າງໆ ໃນຊີວິດເປັນເຣື່ອງເລັ່ນໆ ຈຶ່ງສນຸກສນານ ຈົນໄຮ້ສາຣະ =

          ຄົນເຈົ້າປັນຍາ ເຫັນປຣາກົດກາຣຕ່າງໆ ໃນຊີວິດເປັນຕົວເຣັ່ງ ວິວັຖນາກາຣ ຈຶ່ງຮຸ່ງເຮືອງວ່ອງໃວ =

                     - ວ່າດ້ວຍຄວາມປະສົບຄວາມສຳເຣັດ

          ຄົນໂງ່ ຣໍໃຫ້ຄວາມສຳເຣັດມາຫາ ອາດຕ້ອງຣໍຫລາຍຊາຕ ກົ່ວຈະພົບຈັກຄັ້ງ =

          ຄົນສລາດ ຍ່າງໄປຫາຄວາມສຳເຣັດ ຈຶ່ງອາດມີໂອກາດພົບແນ່ ແມ່ນເໝື່ອຍຍາກ =

          ຄົນເຈົ້າປັນຍາ ປັກຫລັກສ້າງຄວາມສຳເຣັດ ຫາກສ້າງຄວາມສຳເຣັດແທ້ໆ ແລະເໝື່ອຍນ້ອຍກົ່ວ =

                     - ວ່າດ້ວຍຄວາມຮັກແລະຄູ່ຮັກ

          ຄົນໂງ່ ກະຫາຽຄູ່ ຈຶ່ງຢູ່ຄົນດຽວບໍ່ໄດ້ ເພາະບໍ່ເປັນສຸຂ ຕ້ອງເພິ່ງພາອາສັຍ ຜູ້ອື່ນສເມີ =

          ຄົນສລາດ ປະຕິເສທຄູ່ ຈຶ່ງເປັນສຸຂ ເມື່ອຢູ່ຄົນດຽວ ແລະເປັນທຸກເມື່ອຢູ່ກັບຄົນອື່ນ ແລະຫາກຍັງຕ້ອງເພິ່ງພາກໍຍັງຣະທົມແລະຂົມຂື່ນ =

          ຄົນເຈົ້າປັນຍາ ບໍ່ສແວງຫາ ແຕ່ກໍ່ບໍ່ປະຕິເສທຄູ່ທີ່ພວມມີ ຫາກມີຄູ່ ກໍ່ປະຄັບປະຄອງກັນໄປ ສູ່ຊີວິດທີ່ສູງສົ່ງຂຶ້ນທັງຄູ່ ຈຶ່ງຢູ່ຄົນດຽວກໍ່ໄດ້

          ເປັນສຸຂດີ ຢູ່ກັບຄູ່ກໍ່ດີເປັນສຸຂໄດ້ =

                     - ວ່າດ້ວຍສັດຈະສັມພັນທ໌

          ຄົນໂງ່ ບໍ່ຮັກສາສັດຈະ ຈຶ່ງບໍ່ມີໃຜເຊື່ອຖື ຕົນກໍ່ບໍ່ອາດເຄົາຣົບໃນຕົນໄດ້ =

          ຄົນສລາດ ຄັ່ງໄຄ້ສັດຈະ ແຍກບໍ່ອອກຣະຫວ່າງປະໂຍດ ແລະໂທສຂອງສັດຈະແຕ່ລະຣຳດັບ ຈຶ່ງມັກພາຕົນແລະພາຄົນອື່ນ ຕິດກັບດັກ

          ແຫ່ງຄວາມຈິງ ໂດຍບໍ່ຕັ້ງໃຈ =

          ຄົນເຈົ້າປັນຍາ ທຳສັດຈະ ກັບປັນຍາ ໃຫ້ເປັນນຶ່ງດຽວກັນ ຈຶ່ງມີສັດຈະຮັກສາ ແລະມີອຳນາຈພິເສສຍິ່ງກົ່ວຄົນທົ່ວໄປ =

                    - ວ່າດ້ວຍຄວາມເປັນໄປໄດ້

          ຄົນໂງ່ ມັກຄິດວ່າ ທຸກສິ່ງຫວັງເປັນໄປບໍ່ໄດ້ ຈຶ່ງຂັງຕົນເອງໃນຄວາມກຽດຄ້ານ ຊີວິຕໍ່າຕ້ອຍ =

          ຄົນສລາດ ມັກຄິດວ່າ ທຸກສິ່ງທີ່ຫວັງເປັນໄປໄດ້ ຈຶ່ງທະຍານໄປ ໃນຕັນຫາບໍ່ຮູ້ຈົບ ໃນຊີວິດກະເຈີດກະເຈີງ =

          ຄົນເຈົ້າປັນຍາ ຍ່ອມເຫັນວ່າ ໃນບັນດາສິ່ງທີ່ຫວັງ ບາງສິ່ງເປັນໄປບໍ່ໄດ້ ບາງສິ່ງເປັນໄປໄດ້ ໃນບັນດາສິ່ງທີ່ເປັນໄປບໍ່ໄດ້ ທັງເບິດນັ້ນ ບາງ

          ສິ່ງເປັນໄປບໍ່ໄດ້ຖາວອນ ບາງສິ່ງເປັນໄປບໍ່ໄດ້ຊົ່ວຄາວ ແລະໃນບັນດາ ສິ່ງທີ່ເປັນໄປໄດ້ຖາວອນນັ້ນ ບາງສິ່ງກໍ່ບໍ່ມີປະໂຍດ ບາງສິ່ງມີປະໂຍດ

          ເຂົາຈຶ່ງປັບຄວາມຫວັງ ໃຫ້ສອດຄ້ອງກັບຄວາມເປັນໄປໄດ້ ທີ່ມີປະໂຍດ ແລະປັບສິ່ງເປັນໄປບໍ່ໄດ້ຊົວຄາວ ໃຫ້ເປັນໄປໄດ້ຫລາຍຂຶ້ນ ຊີວິດ

          ຈຶ່ງຢູ່ກັບຄວາມສົມຫວັງ ແລະກາຣພັຖນາໂດຍລຳດັບ =

                    - ວ່າດ້ວຍພັນທະສັນຍາ

           ຄົນໂງ່ ບໍ່ກ້າຮັບປາກໃຜ ແມ່ນກັບຕົນເອງ ຈຶ່ງບໍ່ໄດ້ຮັບຄວາມເຊື່ອຖື ແມ່ນຕໍ່ຕົນເອງ =

           ຄົນສລາດ ຮັບປາກເຣື່ອຍໄປໃນທຸກເຣື່ອງ ຕ້ອງພຽນພຍາຍາມ ທຳຕາມສັນຍາດ້ວຍຄວາມເໝື່ອຍຍາກ ແລະໄດ້ແນ່ບໍ່ໄດ້ແນ່ ໄດ້ຄວາມ

           ເຊື່ອຖືແນ່ ບໍ່ເຊື່ອຖືແນ່ =

           ຄົນເຈົ້າປັນຍາ ຊວນທຸກຄົນທີ່ກ່ຽວຂ້ອງ ຮ່ວມພັນທະສັນຍາ ຈຶ່ງໄດ້ພລັງຮວ່ມຂອງສ່ວນຣວມ ທີ່ຈະຂັບເຄື້ອນພາຣະກິດໄປສູ່ຄວາມສຳເຣັດ =

                     - ວ່າດ້ວຍຜູ້ເວົ້າ

           ຄົນໂງ່ ມັກໃຫ້ອາຣົມເວົ້າ ຈຶ່ງຜິດພາດຫລາຍ ລົ້ມເຫລວແນ່ =

           ຄົນສລາດ  ມັກໃຊ້ເຫຕຸຜົນ ຈຶ່ງຖືກຕ້ອງຫລາຍ ແຕ່ມັກໄຮ້ຄວາມຮູ້ສຶກ ແລະປະສົບແຕ່ຄວາມສຳເຣັດອັນແຫ້ງແລ້ງ =

           ຄົນເຈົ້າປັນຍາ ມັກໃຊ້ທັມມະເວົ້າ ຈຶ່ງບໍຣິສຸດເໜືອຖືກຜິດ ແລະເປັນນຶ່ງດຽວ ກັບຄວາມສຳເຣັດໂດຍທັມ =

                     - ວ່າດ້ວຍຄວາມເປັນທັມ

           ຄົນໂງ່ ມັກເອີ້ນຫາຄວາມເປັນທັມ ຈົ່ນຫລາຍເທື່ອ ໃຊ້ກະບວນກາຣທີ່ບໍ່ເປັນທັມ ໃນກາຣເອີ້ນຫາ ຈຶ່ງພາໃຫ້ເຫີນຫ່າງໄກຄວາມເປັນທັມ =

           ຄົນສລາດ ມັກສ້າງຄວາມເປັນທັມ ປັ້ນແລ້ວປັ້ນອີກ ປັ້ນຢ່າງໃດກໍບໍ່ເປັນທັມແທ້ ແມ່ນພຍາຍາມເຖິງທີ່ສຸດ ເພາະເປັນທັມ ບໍ່ໄດ້ຂຶ້ນຢູ່

           ກັບຄວາມປຣາຖນາຂອງໃຜ ຈຶ່ງເປັນຄວາມຫວັງດີ ທີ່ລົ້ມເຫລວເຣື້ອຍໄປ =

           ຄົນເຈົ້າປັນຍາ ມັກປະພຶດທັມ ດຳຣົງຢູ່ແລະດຳເນີນໄປໂດຍທັມ ຈຶ່ງໄດ້ສິດທິພິເສສ ໂດຍຊອບທັມ =

                     - ວ່າດ້ວຍກາຣບໍຣິຫາຣອາຣົມ

           ຄົນໂງ່ ມັກຈົມຢູ່ໃນອາຣົມ ດ້ວຍຄິດວ່າອາຣົມຄືເຂົາ ເຂົາຈຶ່ງເປັນທາດຂອງອາຣົມສເມີ =

           ຄົນສລາດ ມັກປະຕິເສທອາຣົມ ເພາະຄິດວ່າອາຣົມຄືສິ່ງຣົບກວນ ທຳຕົວເປັນຄົນສງົບ ທີ່ໄຮ້ອາຣົມ ເຂົາຈຶ່ງເປັນເພື້ອນກັບຜີດິບ =

           ຄົນເຈົ້າປັນຍາ ຍ່ອມບໍຣິຫາຣອາຣົມ ສ້າງອາຣົມທີ່ຄວນສ້າງ ເສບອາຣົມທີ່ຄວນເສບ ຄວບຄຸມອາຣົມທີ່ຄວນຄວບຄຸມ ຮັກສາອາຣົມ

           ທີ່ຄວນຮັກສາ ສລາຍອາຣົມທີ່ຄວນສລາຍ ເຂົາຈຶ່ງເປັນນາຍຂອງອາຣົມ ໂດຍສົມບູນ =

 

                  ຈາກສູນກາງລາວອິສຣະ ເພື່ອປະຊາທິປະໄຕຍ

 

                            ໂດຍລຸງ ຈ່ອຍ ຮີທາດ