ໂດຍລາວເສຣີຊົນ L S X

 

                    ຄວາມຮັກ ແລະຄວາມຫວັງ ທັງຄວາມຕາຍ

 

                (ຄວາມຮັກ) (ຄວາມຫວັງ ຄວາມຕາຍ) ໝາຍຄວາມວ່າ ມະນຸສທຸກຄົນ ເກີດມາຍ່ອມຕ້ອງມີຄວາມຮັກກັນທຸກຄົນ ແງ່ມູມຂອງຄວາມຮັກ ຂອງແຕ່ລະ

              ຄົນ ອາດແຕກຕ່າງກັນອອກໄປ ມະນຸສບາງຄົນ ອາດເທີດທູນຄວາມຮັກ ໃນແງ່ມູມຂອງຕົວເອງໃວ້ ເໜືອຊີວິດເໜືອເຫຕຸຜົນໃດໆ ຄວາມຮັກມີອານຸພາບ

              ເໜືອອາວຸດໃດໆ ໃນໂລກ ທີ່ມະນຸສສ້າງຂຶ້ນມາ ຄວາມຮັກເປັນຮາກຖານ ຂອງສັງຄົມມະນຸສ ຄວາມມີພລັງຈົນຍາກ ທີ່ມະນຸສຈະຢັ່ງເຖິງ ວ່າກັນວ່າ ຄວາມ

              ຮັກນັ້ນ ເປັນທີ່ສ້າງສັງຄົມຂອງມວນມະນຸສຊາຕ ແລະຄວາມຮັກກໍ່ຈະເປັນສິ່ງ ທີ່ທຳລາຍມວນມະນຸສຊາຕ ບົນໂລກເຊັ່ນກັນ ຄົນນຶ່ງ ໆ ອຸບັດມາບົນໂລກນີ້

              ກໍ່ພຽງເພື່ອສແວງຫາຄວາມຮັກ ຕາມອຸດົມຄະຕິທັງນັ້ນ ຄວາມຮັກສ້າງທຸກສິ່ງທຸກຢ່າງ ທັງຮູບທັມນາມທັມ ຄວາມຮັກຢູ່ເໜືອເຫຕຸຜົນ ແລະທັຖສະນະໃດ

              ໃນໂລກ ຄົນທີ່ຮູ້ຈັກຄວາມໝາຍທີ່ແທ້ຈິງ ຂອງຄວາມຮັກເທົ້ານັ້ນ ທີ່ຈະມີຄວາມສຸຂກັບຄວາມຮັກ ຕົງກັນຂ້າມ ຫາກຜູ້ໃດຫລົງໄຫລໄປກັບອົງຄ໌ປະກອບ

              ຂອງຄວາມຮັກ ໂດຍລືມແກ່ນແທ້ຂອງຄວາມຮັກນັ້ນ ພລັງອຳນາຈທີ່ຍາກຈະຢັ່ງເຖິງຂອງຄວາມຮັກ ຈະແປປ່ຽນເປັນພລັງທຳລາຍຮ່າງ ແມ່ນແຕ່ຊີວິດ

              ຂອງຄົນຜູ້ນັ້ນ= ເຄີຍມີນັກວິທະຍາສາດບັນຍັດ ເຣື້ອງຄວາມຮັກໃວ້ວ່າ ຄວາມເປັນພລັງງານຢ່າງນຶ່ງ ຂອງອະນຸພາຄເຄມີໃນຮ່າງກາຍມະນຸສ ອະນຸພາຄນີ້

              ຈະຖືກກະຕຸ້ນດ້ວຍຣະບົບປະສາດ ກາຣຮັບຮູ້ຂອງຮ່າງກາຍທັງຣະບົບ ຈົ່ນນຳໄປສູ່ກາຣພັຖນາທາງອາຣົມຂອງຈິດໃຈ ແລະຄວາມຮູ້ສຶກນຶກຄິດຂອງມະນຸສ

              ຫາກເຊື່ອຕາມນີ້ ເຮົາຄົງພໍອະນຸມານໄດ້ວ່າ ຫາກເຮົາສາມາຖຄວບຄຸມພລັງ ແຫ່ງຄວາມຮັກໃນຕົວເຮົາໄດ້ນັ້ນ ເຮົາຍ່ອມກຳນົດຄວາມຮູ້ສຶກທີ່ຈະຮັກ ຈະ

              ຄິດ ແລະສາມາຖກຳນົດຈິດ ອັນເປັນບໍ່ເກີດຂອງອາຣົມ ແຫ່ງຄວາມຮູ້ສຶກທັງມວນໄດ້ ຄົງຕ້ອງຮ້ອງແບບເພງ ຂອງລາຍກາຣຊິງຮ້ອຍຊິງລ້ານຊະແລ້ວ ຈະ

              ເຮັດໄດ້ບໍ ຫຼືເຮັດບໍ່ໄດ້ ຫຼືບໍ

                 (ນັ້ນຕີ) ເຮົາຈະເຮັດຢ່າງນັ້ນໄດ້ແທ້ບໍ່ ກໍ່ຄົງຕ້ອງເຮັດເບິ່ງ ຫລັກແຫ່ງພຸທທະສາສນາ ຄືກາຣຮູ້ແຈ້ງແລະເຫັນຈິງ ບໍ່ລອງກໍ່ຄົງບໍ່ຮູ້ ແຕ່ໃນຄວາມເປັນຈິງ

              ໃນໂລກອັນຫຍຸ້ງເຫຍີງໃບນີ້ນັ້ນ ເຮົາຄົງໄດ້ເຫັນອານຸພາບຂອງຄວາມຮັກ ທັງໃນແງ່ຂອງກາຣສ້າງສັນ ແລະກາຣທຳລາຍຮ່າງມາແລ້ວ ທັງຈາກອະດີດແລະ

              ປັດຈຸບັນ ນັ້ນເປັນສິ່ງທີ່ຢືນຢັນ ເຖິງເຣື້ອງຂອງຄວາມຮັກໄດ້ເປັນຢ່າງດີວ່າ ຄວາມຮັກສາມາຖສ້າງ ຫຼືທຳລາຍໄດ້ທຸກຢ່າງໃນໂລກນີ້ ເບິ່ງໃນແງ່ຂອງຣະດັບ

              ຄຸນນະພາບ ຄວາມຮັກເປັນເໝືອນທັຖສະນະຟິສິກ ຂອງອະຕອມນິວເຄັ່ຽ ນຶ່ງໆ ເປັນສອງ ສອງໆ ເປັນສີ່ ສີ່ໆ ເປັນແປດ ທະວີຄູນຈົນເປັນອະນັນ ຫາກ

              ເບິ່ງໃນແງ່ມະຫະພາຄ ຄວາມຮັກກໍ່ເປັນເໝືອນ ທັຖສະນະໂມເມຕັ້ມ ເພາະຄວາມຮັກຈະເປັນແຮງຖ່ວງດຸນ ຂອງສັງຄົມມະນຸສ ແລະສັງຄົມໂລກ ຫາກ

              ເມື່ອໃດ ທີ່ເກີດຄວາມບໍ່ສົມບູນຂອງຄວາມຮັກ ໃນແງ່ຂອງມະຫະພາຄ ເມື່ອນັ້ນໂລກຈະເກີດສົງຄ໌ຄາມ ລ້າງຜານຊີວິດມະນຸສ ເໝືອນຢ່າງທີ່ເປັນມາ ຄັ້ງ

              ສົງຄ໌ຄາມໂລກທັງສອງເທື່ອ

                 (ຄວາມຫວັງ) ຄວາມຫວັງ ຈະເກີດຕໍ່ຈາກຄວາມຮັກ ຄວາມຫວັງຂອງມະນຸສທຸກຄົນນັ້ນ ແຕກຕ່າງກັນອອກໄປຕາມອະນຸພາບ ຂອງຄວາມຮັກແຕ່ລະ

             ຄົນທີ່ບັງເກີດ ຮັກຫລາຍກໍ່ຫວັງຫລາຍ ຮັກນ້ອຍກໍ່ຫວັງນ້ອຍ ບໍ່ຮັກກໍ່ບໍ່ຫວັງ ມະນຸສບໍ່ສາມາຖຈະ ຈະເຣີນກ້າວໜ້າຢ່າງທຸກວັນນີ້ໄດ້ແນ່ນອນ ຫາກບໍ່ມີ

             ຄວາມຮັກແລະຄວາມຫວັງ ຄວາມຫວັງເປັນອະນຸພາຄທີ່ຕໍ່ເນື່ອງ ແລະຖືກບັງຄັບຂັບເຄື້ອນ ໂດຍຄວາມຮັກ ເມື່ອໃດທີ່ບໍ່ເກີດແຫ່ງຄວາມຫວັງ ບໍ່ສຳຜັດ

             ຜົນຫຼືຖືກທຳລາຍ ຫຼືຖືກຂັດຂວາງ ເມື່ອນັ້ນອະນຸພາຄຂອງຄວາມຫວັງ ຈະແປປ່ຽນເປັນພລັງທຳລາຍຮ່າງ ຕາມຮູບແບບຂອງຄວາມຮັກ ຫວັງຫລາຍກໍ່

             ທຳລາຍຫລາຍ ຫວັງນ້ອຍກໍ່ທຳລາຍນ້ອຍ ບໍ່ຫວັງກໍ່ບໍ່ທຳລາຍ ຊຶ່ງໃນຄວາມເປັນຈິງກໍຄື ຄວາມຫວັງຖືກສ້າງຂຶ້ນຈາກຄວາມຮັກ ເມື່ອບໍ່ສົມຫວັງ ກໍບໍ່ສົມ

             ໃນຮັກ ຜົນແຫ່ງຄວາມຮັກ ແລະຜົນແຫ່ງຄວາມຫວັງ ກໍ່ຈະອອກມາໃນທິດທາງ ຢ້ອນກັບໄປສູ່ຈຸດເຣີ່ມ ຊິ່ງນັ້ນກໍ່ຄືພລັງແຫ່ງອະນຸພາຄ ຂອງຄວາມເປັນ

             ອະນັນ ຈັບຕ້ອງບໍ່ໄດ້ ແຕ່ສຳຜັດໄດ້ຮັບຮູ້ໃນຜົນຂອງມັນໄດ້ ຄົນທີ່ມີພື້ນຖານດີໃນເຣື້ອງຂອງຄວາມຮັກ ມັກຈະເຮັດອັນໃດສຳເຣັຈໃນຊີວິດ ສຳເຣັຈໃນສິ່ງ

             ທີ່ຫວັງ ເພາະຄົນໆນັ້ນ ສາມາຖຄວບຄຸມພລັງງານຕັ້ງຕົ້ນໄດ້ ໃນທາງກັບກັນ ຄົນທີ່ມີພື້ນຖານທີ່ອ່ອນແອເຣື້ອງຂອງຄວາມຮັກ ມັກຈະລົ້ມເຫລວໃນຄວາມ

             ຫວັງ ລົ້ມເຫລວໃນຄວາມຮັກແລະຊີວິດ ບໍ່ຄ່ອຍຈະກ້າວໜ້າ ຜົນສຸດທ້າຍກໍ່ມັກຈະຖືກ ຄົນທີ່ມີພື້ນຖານຂອງຄວາມຮັກທີ່ດີກ່ວາ ຄວບຄຸມໃວ້ໃຕ້ອຳນາຈ

             ບໍ່ສະນັ້ນ ໂລກນີ້ກໍ່ຈະບໍ່ມີນາຍມີບ່າວ ບໍ່ມີຄົນລວຍຄົນຈົນ ບໍ່ມີຊາຕມະຫາອຳນາຈຊາຕເມືອງຂຶ້ນ ບໍ່ມີເມັຽນ້ອຍ ຜົວນ້ອຍເປັນຕົ້ນ

                 (ຄວາມຕາຍ) ຄວາມຕາຍເປັນຈຸດສຸດທ້າຍ ທີ່ມະນຸສທຸກຄົນຕ້ອງພໍ້ ຄວາມຕາຍເປັນຜົນຂອງກາຣຂັບເຄື້ອນ ຈາກສອງສິ່ງໃນໂລກແຫ່ງກາຣມີຊີວິດ

             ຂອງມະນຸສ ຄົນທີ່ຕາຍໃວຕາຍຊ້າ ຕາຍກ່ອນວັຍ ຕາຍກ່ອນຄວນ ລ້ວນເປັນສິ່ງທີ່ຖືກກຳນົດໂດຍພລັງອຳນາຈ ຂອງສອງສິ່ງແລກທັງສິ້ນ ຫລັກກາຣ

             ດັ່ງທີ່ກ່າວມານີ້ ອະທິບາຍໄດ້ ໃນແງ່ຂອງພຸທທະສາສນາ ຄື ທຸກສິ່ງລ້ວນເປັນໄປຕາມກັມ ກັມເປັນເຄື່ອງກຳນົດເຈຕນາ ເຈຕນາເປັນເຄື່ອງກຳນົດຈິດ

             ໃຈ ແລະທີ່ສຳຄັນ ທີ່ຈະອະທິບາຍຕາມຫລັກແຫ່ງຄວາມເປັນຈິງ ທາງວິທະຍາສາດກໍ່ຄື ພລັງອຳນາຈຂອງຄວາມຮັກ ເປັນເຄື່ອງກຳນົດຈິດໃຈນັ້ນເອງ

             ດັ່ງນັ້ນຫາກຕັ້ງຕົ້ນພລັງແຣກ ແຫ່ງກາຣດຳເນີນຊີວິດມາບໍ່ດີ ທຸກສິ່ງຈະກະທົບກັນເປັນສາຍໂສ້ ຫຼືທີ່ທາງພຸທທະສາສນາເອີ້ນວ່າ ກົງລໍ້ແຫ່ງກັມ ຫຼືວັຖ

             ຕະສົງຄ໌ສານນັ້ນເອງ ນ້ອຍຄົນນັກໃນໂລກນີ້ ທີ່ຈະດຳລົງຕົນຢູ່ເໜືອພລັງງານ ແຫ່ງຄວາມຮັກໄປໄດ້ ນ້ອຍຄົນເຊັ່ນກັນ ທີ່ຈະຄວບຄຸມແລະກຳນົດທິດ

             ທາງ ໃນພລັງອັນນີ້ໄດ້ ແລະຍິ່ງນ້ອຍຄົນລົງໄປອີກ ທີ່ຈະບັງຄັບວິຖີຂອງຊີວິດ ຈົ່ນເປັນອິສຣະແຫ່ງພລັງອະນຸພາຄຕັ້ງຕົ້ນນີ້ໄດ້ ຢ່າງໃດກໍ່ດີ ພຸທທະສາສນາ

             ສອນໃຫ້ເຮົາຮູ້ວ່າ ກາຣເດີນສາຍກາງ ເປັນສິ່ງທີ່ດີທີ່ສຸດໃນວັຖຕະສົງຄ໌ສານນີ້ ກາຣຢຶດໝັ້ນຖືໝັ້ນ ກາຣຫລົງໄຫລໃນຮູບ ຣົດກິ່ນສຽງ ລ້ວນແລ້ວແຕ່

             ເປັນຫົນທາງສູ້ຄວາມຕາຍ ຊຶ່ງອະທິບາຍຕາມເຣື້ອງນີ້ໄດ້ວ່າ ນັ້ນຄືກາຣເສັຽກາຣຄວບຄຸມບັງຄັບວິຖີ ແຫ່ງພລັງອະນຸພາຄຂອງຄວາມຮັກໄປແລ້ວ ສ່ວນ

             ຄວາມຕາຍນັ້ນ ພລັງອຳນາຈຂອງຄວາມຮັກຈະສູນສິ້ນໄປ ພ້ອມກັບຄວາມຕາຍຂອງມະນຸສ ຜູ້ຕາຍຫຼືບໍ່ນັ້ນ ຕອບໄດ້ພຽງວ່າ ຕ້ອງຣໍໃຫ້ເຮົາຕາຍກ່ອນ

             ເຮົາຈຶ່ງຈະຮູ້ຄຳຕອບທີ່ແທ້ຈິງຢ່າງຖືກຕ້ອງ ເຮົາຄົງຮູ້ໄດ້ດ້ວຍຕົວເຮົາເອງ ຫາກເມື່ອເຖິງເວລານັ້ນ ແຕ່ວັນນີ້ນັ້ນ ວັນທີ່ເຮົາມີຊີວິດຢູ່ນັ້ນ ເຮົາຄວບຄຸມ

             ວິຖີແຫ່ງພລັງນັ້ນໄດ້ດີພໍຫຼືບໍ່ ເຮົາເປັນອິສຣະຈາກພລັງອຳນາຈນັ້ນຫຼືບໍ່ ເຮົາຕອບໄດ້ໂດຍເບິ່ງຈາກຊີວິດ ຖານະ ຄວາມເປັນຢູ່ ແລະຄວາມສຸຂທີ່ເຮົາມີ

             ໃນຊີວິດນັ້ນ ເປັນຄວາມສຸຂທີ່ແທ້ຈິງ ທີ່ເຮົາຕ້ອງກາຣຫຼືບໍ່ ຫຼືວ່າເປັນສິ່ງທີ່ເກີດຈາກພລັງອະນຸພາຄ ຂອງຄວາມຮັກກຳນົດຂຶ້ນຈາກຈິດໃຈເຮົາເອງ ຫາກ

             ເປັນຢ່າງຫລັງນີ້ນັ້ນ ຈົ່ງຮັບຮູ້ໃວ້ເຖີດວ່າ ທ່ານກຳລັງສູນເສັຽກາຣຄວບຄຸມວິຖີແຫ່ງພລັງອຳນາຈ ທີ່ຍາກຈະຢັ່ງເຖິງນີ້ເສັຽແລ້ວ ຣະວັງເລີ ເມື່ອໃດທີ່ພລັງ

             ນີ້ປ່ຽນແປງ ຄວາມຫວັງທ່ານຈະສູນສລາຍ ແລະຄວາມຕາຍຈະເຂົ້າມາຖາມຫາ  ເລີ  ເລີ  ເລີ    

 

                         ຈາກສູນກາງລາວອິສຣະ ເພື່ອປະຊາທິປະໄຕຍ

 

                              ໂດຍລຸງຈ່ອຍ ຮີທາດ